ສະເປນຜະເຊີນນໍ້າຖ້ວມຄັ້ງໃຫຍ່ສຸດໃນຮອບເຄິ່ງສະຕະວັດ ຜູ້ເສຍຊີວິດສູງເຖິງ 95 ຄົນ


ມີຜູ້ເສຍຊີວິດຢ່າງໜ້ອຍ 95 ຄົນຢູ່ສະເປນ ແລະ ມີທ່າອ່ຽງເພີ່ມຂຶ້ນອີກ ຈາກການເກີດອຸທົກກະໄພຄັ້ງຮຸນແຮງທີ່ສຸດໃນຮອບ 50 ປີ.
ສໍານັກງານປ້ອງກັນ ແລະ ບັນເທົາໄພແຫ່ງແຄວ້ນບາເລນເຊຍ ທາງຕາເວັນອອກຂອງສະເປນ ລາຍງານການພົບຜູ້ເສຍຊີວິດຢ່າງໜ້ອຍ 92 ຄົນ ຈາກນໍ້າຖ້ວມກະທັນຫັນຄັ້ງໃຫຍ່ ເຊິ່ງເປັນຜົນມາຈາກອິດທິພົນຂອງພາຍຸໃນທະເລເມດິເຕີເຣນຽນ ແລະ ສົ່ງຜົນເຮັດໃຫ້ຝົນຕົກໜັກຜິດປົກກະຕິ ນັບແຕ່ຕົ້ນອາທິດນີ້ ເຖິງຂັ້ນບາງພື້ນທີ່ມີປະລິມານຝົນສະສົມພາຍໃນເວລາບໍ່ເທົ່າໃດຊົ່ວໂມງ ທຽບເທົ່າສະຖິຕິໝົດປີ.
ຂະນະທີ່ທາງການແຄວ້ນກັສຕິຢາ-ລາມັນຊາ ເຊິ່ງຢູ່ທາງພາກກາງ ແລະ ມີຊາຍແດນຕິດກັບແຄວ້ນບາເລນເຊຍ ລາຍງານການພົບຜູ້ເສຍຊີວິດຢ່າງໜ້ອຍ 2 ຄົນ ຈາກສະພາບອາກາດບໍ່ຄ່ອຍດີຄັ້ງນີ້ ແລະ ທາງການແຄວ້ນອັນດາລູຊິອາ ເຊິ່ງຕັ້ງຢູ່ທາງພາກໃຕ້ຂອງສະເປນ ຢືນຢັນຜູ້ເສຍຊີວິດຢ່າງໜ້ອຍ 1 ຄົນ ທ່າມກາງຄວາມກັງວົນວ່າຈໍານວນຜູ້ເສຍຊີວິດຈະເພີ່ມຂຶ້ນອີກ ເນື່ອງຈາກຍັງມີຜູ້ສູນຫາຍອີກຫລາຍສິບຄົນ.
ນາຍົກລັດຖະມົນຕີ ເປໂດຣ ຊານເຊ ຜູ້ນໍາສະເປນ ຖະແຫລງຜ່ານສະຖານີໂທລະພາບແຫ່ງຊາດ ໄວ້ອາໄລທົ່ວປະເທດເປັນເວລາ 3 ວັນ ນັບແຕ່ວັນທີ 31 ຕຸລາ ແລະ ຢືນຢັນວ່າ: ລັດຖະບານກໍາລັງເລັ່ງກອບກູ້ສະຖານະການໃຫ້ກັບມາເປັນປົກກະຕິໂດຍໄວທີ່ສຸດ. ສ່ວນນາງ ມາກາຣິຕາ ໂຣເບລ ລັດຖະມົນຕີກະຊວງປ້ອງກັນປະເທດສະເປນ ກ່າວວ່າ: ທະຫານຫລາຍກວ່າ 1,000 ຄົນ ກະຈາຍກໍາລັງລົງພື້ນທີ່ປະສົບໄພ ເພື່ອໃຫ້ການຊ່ວຍເຫລືອປະຊາຊົນຢ່າງສຸດຄວາມສາມາດ.
ສະຖານະການທີ່ເກີດຂຶ້ນຖືເປັນອຸທົກກະໄພຄັ້ງຮ້າຍແຮງທີ່ສຸດຂອງສະເປນ ນັບແຕ່ນໍ້າຖ້ວມຄັ້ງໃຫຍ່ ເຊິ່ງສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 150 ຄົນ ໃນປີ 1973.