ເກີດລະເບີດຢູ່ເມືອງລະຮໍຂອງປາກິດສະຖານ ຕາຍ 6 ເຈັບ 18 ຄາດກໍ່ການຮ້າຍ
April 5, 2017 - 3:24 PM


ທ່ານ ມາລິກ ອາເໝັດ ຂ່ານ ໂຄສົກແຂວງປັນຈາບ ກ່າວວ່າ: ເຫດລະເບີດໂຈມຕີລົດທະຫານ ເຮັດໃຫ້ມີຜູ້ເສຍຊີວິດເປັນທະຫານ 4 ຄົນ ແລະ ພົນລະເຮືອນໃນບໍລິເວນນັ້ນ 2 ຄົນ. ຜ່ານມາມີຜູ້ຖືກສັງຫານຫລາຍຄົນນັບແຕ່ຕົ້ນປີຈາກເຫດໂຈມຕີຫລາຍເທື່ອ ເຮັດໃຫ້ຄວາມຫວັງໃນການຢຸດຕິຄວາມຮຸນແຮງຢູ່ປາກິດສະຖານໃນຫລາຍປີຜ່ານມາເລືອນລາງ ແລະ ເປັນແຮງກົດດັນຕໍ່ລັດຖະບານນາຍົກລັດຖະມົນຕີ ນາວາ ຊາຣີຟ ທີ່ຕ້ອງການຍົກລະດັບຄວາມໝັ້ນຄົງຢູ່ປາກິດສະຖານ. ເມືອງລະຮໍ ເຊິ່ງເປັນເມືອງໃຫຍ່ອັນດັບສອງຂອງປະເທດ ຢູ່ໃນສະພາບເຝົ້າລະວັງ ພາຍຫລັງເກີດລະເບີດໃນເດືອນຜ່ານມາ ມີຜູ້ເສຍຊີວິດຢ່າງໜ້ອຍ 13 ຄົນ.