ບຣິກ ຂະຫຍາຍຂອບເຂດເພີ່ມ 13 ປະເທດພັນທະມິດ

- 111 13 - ບຣິກ ຂະຫຍາຍຂອບເຂດເພີ່ມ 13 ປະເທດພັນທະມິດ
- kitchen vibe - ບຣິກ ຂະຫຍາຍຂອບເຂດເພີ່ມ 13 ປະເທດພັນທະມິດ

       ກອງປະຊຸມສຸດຍອດກຸ່ມປະເທດເສດຖະກິດເກີດໃໝ່ ບຣິກສ໌ ມີມະຕິຢ່າງເປັນທາງການ ລະຫວ່າງກອງປະຊຸມຢູ່ເມືອງຄາຊານຂອງຣັດເຊຍ ເຊິ່ງເປັນປະເທດປະທານປະຈໍາປີນີ້ ມີມະຕິເພີ່ມ 13 ປະເທດ ເຂົ້າສູ່ກຸ່ມໃນຖານະປະເທດພັນທະມິດ ເພື່ອປູທາງສູ່ການເປັນສະມາຊິກເຕັມຮູບແບບໃນອະນາຄົດ.

     ທັງນີ້, 13 ປະເທດທີ່ໄດ້ຮັບການຮັບຮອງ ໄດ້ແກ່ ແອລຈີເຣຍ, ເບລາຣຸສ, ໂບລິເວຍ, ຄິວບາ, ອິນໂດເນເຊຍ, ກາຊັກສະຖານ, ມາເລເຊຍ, ໄນຈີເຣຍ, ໄທ, ຕວກກີ, ອູກັນດາ, ອຸດເບກິດສະຖານ ແລະ ຫວຽດນາມ.

     ເຖິງຢ່າງໃດກໍດີ, ບຣິກສ໌ ຫວັງວ່າທັງ 13 ປະເທດດັ່ງກ່າວຍັງບໍ່ຖືເປັນສະມາຊິກເຕັມຮູບແບບ, ການມອບສະຖານະເປັນພັນທະມິດໃຫ້ທັງ 13 ປະເທດ ຈະນໍາໄປສູ່ການຍົກລະດັບການຮ່ວມມືທາງການຄ້າ, ການລົງທຶນ, ການພັດທະນາ ແລະ ການລວມກຸ່ມທາງການເມືອງໃນອະນາຄົດ.

      ປັດຈຸບັນ, ບຣິກສ໌ ມີສະມາຊິກ 9 ປະເທດ ໄດ້ແກ່ ເບຣຊິນ, ອິນເດຍ, ຣັດເຊຍ, ຈີນ, ອາຟຣິກາໃຕ້, ອີຣານ, ອີຢິບ, ເອທິໂອເປຍ ແລະ ສະຫະລັດອາຣັບເອມິເຣດ (UAE).

- 5 - ບຣິກ ຂະຫຍາຍຂອບເຂດເພີ່ມ 13 ປະເທດພັນທະມິດ
- 4 - ບຣິກ ຂະຫຍາຍຂອບເຂດເພີ່ມ 13 ປະເທດພັນທະມິດ
- 3 - ບຣິກ ຂະຫຍາຍຂອບເຂດເພີ່ມ 13 ປະເທດພັນທະມິດ