ມາເລເຊຍເປີດຕົວໂລໂກ້ທີມ ພ້ອມຮັບຕໍາແໜ່ງປະທານອາຊຽນປີ 2025

- 2960393 - ມາເລເຊຍເປີດຕົວໂລໂກ້ທີມ ພ້ອມຮັບຕໍາແໜ່ງປະທານອາຊຽນປີ 2025
- kitchen vibe - ມາເລເຊຍເປີດຕົວໂລໂກ້ທີມ ພ້ອມຮັບຕໍາແໜ່ງປະທານອາຊຽນປີ 2025

      ທ່ານ ໂມຮາໝັດ ອາຊັນ ລັດຖະມົນຕີກະຊວງການຕ່າງປະເທດມາເລເຊຍ ກ່າວວ່າ: ແນວທາງທີ່ເປັນຮູບປະທໍາຕໍ່ການແຂ່ງຂັນທາງພູມສາດ ຖືເປັນຕົວຢ່າງອັນມີຄ່າຕໍ່ປະເທດກໍາລັງພັດທະນາ.

     ທ່ານ ຮາຊັນ ກ່າວວ່າ: ການທີ່ສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ (ອາຊຽນ) ໃຫ້ຄວາມສໍາຄັນຕໍ່ຄວາມເປັນກາງ, ການເຈລະຈາ ແລະ ການຮ່ວມມືໃນພາກພື້ນ ຖືເປັນກຸນແຈສໍາຄັນໃນການຮັກສາສະຖຽນລະພາບ ທ່າມກາງການແຂ່ງຂັນຈາກພາຍນອກ.

- Visit Laos Visit SALANA BOUTIQUE HOTEL - ມາເລເຊຍເປີດຕົວໂລໂກ້ທີມ ພ້ອມຮັບຕໍາແໜ່ງປະທານອາຊຽນປີ 2025

      ທັງນີ້, ທ່ານ ຮາຊັນ ປະກາດທິມການຄວບຄຸມ ແລະ ຄວາມຍືນຍົງ ລະຫວ່າງການກ່າວປາຖະກະຖາເພື່ອເປີດຕົວມາເລເຊຍໃນຖານະປະທານອາຊຽນ ປະຈໍາປີ 2025 ແລະ ເປີດຕົວໂຕຣາສັນຍາລັກ ທີ່ໄດ້ຮັບແຮງບັນດານໃຈມາຈາກດອກພູ່ຣະຫົງ ເຊິ່ງເປັນດອກໄມ້ປະຈໍາຊາດ.

     ທ່ານ ຮາຊັນ ລະບຸວ່າ: ຄວາມສົມດູນທາງການທູດຊ່ວຍສົ່ງເສີມ ແລະ ກະຕຸ້ນການລົງທຶນໂດຍກົງຈາກຕ່າງປະເທດ (FDI) ແລະ ໃນປີຜ່ານມາ, ອາຊຽນປະສົບຜົນສໍາເລັດໃນການດຶງດູດ FDI ໄດ້ລວມກັນ 229,800 ລ້ານໂດລາສະຫະລັດ ໂດຍຈີນ ແລະ ອາເມລິກາ ເປັນຜູ້ສະໜັບສະໜູນຫລັກ ເຊິ່ງການລົງທຶນດັ່ງກ່າວມີບົດບາດສໍາຄັນໃຫ້ແກ່ການສ້າງວຽກ, ການຖ່າຍທອດເຕັກໂນໂລຊີ ແລະ ການພັດທະນາໂຄງລ່າງພື້ນຖານທົ່ວພາກພື້ນ.

- 4 - ມາເລເຊຍເປີດຕົວໂລໂກ້ທີມ ພ້ອມຮັບຕໍາແໜ່ງປະທານອາຊຽນປີ 2025
- 5 - ມາເລເຊຍເປີດຕົວໂລໂກ້ທີມ ພ້ອມຮັບຕໍາແໜ່ງປະທານອາຊຽນປີ 2025
- 3 - ມາເລເຊຍເປີດຕົວໂລໂກ້ທີມ ພ້ອມຮັບຕໍາແໜ່ງປະທານອາຊຽນປີ 2025