ອິດສະລາແອນຢືນຢັນ ສາມາດສັງຫານວ່າທີ່ຜູ້ນໍາຄົນໃໝ່ຂອງກຸ່ມແຮັດໂບລາ

- 111 12 - ອິດສະລາແອນຢືນຢັນ ສາມາດສັງຫານວ່າທີ່ຜູ້ນໍາຄົນໃໝ່ຂອງກຸ່ມແຮັດໂບລາ
- kitchen vibe - ອິດສະລາແອນຢືນຢັນ ສາມາດສັງຫານວ່າທີ່ຜູ້ນໍາຄົນໃໝ່ຂອງກຸ່ມແຮັດໂບລາ

     ອິດສະລາແອນຢືນຢັນວ່າ: ປະຕິບັດການທາງທະຫານໃນຕົ້ນເດືອນຕຸລານີ້ ສາມາດສັງຫານບຸກຄົນທີ່ກໍາລັງຈະໄດ້ຮັບການແຕ່ງຕັ້ງໃຫ້ເປັນຜູ້ນໍາຄົນໃໝ່ຂອງກຸ່ມແຮັດໂບລາ.

     ກອງທັບອິດສະລາແອນອອກຖະແຫລງການຢືນຢັນວ່າ: ປະຕິບັດການໂຈມຕີທາງອາກາດຢູ່ເຂດດາຮິເຢ ເຊິ່ງເປັນພື້ນທີ່ໃຈກາງນະຄອນຫລວງເບຣຸດ ໃນວັນທີ 3 ຕຸລາຜ່ານມາ ສາມາດສັງຫານທ່ານ ຮາເຊມ ຊາຟິດດິນ ວ່າທີ່ຜູ້ນໍາຄົນໃໝ່ຂອງກຸ່ມແຮັດໂບລາ ແລະ ທ່ານ ອາລີ ຮຸສເຊນ ຮາສິມາ ຫົວໜ້າໜ່ວຍຂ່າວຂອງກຸ່ມແຮັດໂບລາ.

- Visit Laos Visit SALANA BOUTIQUE HOTEL - ອິດສະລາແອນຢືນຢັນ ສາມາດສັງຫານວ່າທີ່ຜູ້ນໍາຄົນໃໝ່ຂອງກຸ່ມແຮັດໂບລາ

     ທ່ານ ຊາຟິດດິນ ເປັນລູກອ້າຍລູກນ້ອງຂອງທ່ານ ຮໍາຊັນ ນາສຣາລເລາະ ຜູ້ນໍາສູງສຸດຂອງກຸ່ມແຮັດໂບລາ ເຊິ່ງເສຍຊີວິດຈາກການໂຈມຕີຂອງກອງທັບອິດສະລາແອນ ຢູ່ນະຄອນຫລວງເບຣຸດ ໃນທ້າຍເດືອນກັນຍາຜ່ານມາ.

     ນາຍົກລັດຖະມົນຕີ ເບນຈາມິນ ເນທັນຢາຮູ ຜູ້ນໍາອິດສະລາແອນ ກ່າວວ່າ: ອິດສະລາແອນສັງຫານທ່ານ ນາສຣາລເລາະ ແລະ ຈະສັງຫານທຸກຄົນທີ່ຈະມາແທນທ່ານ ນາສຣາລເລາະ ເລື້ອຍໆ.

     ເຖິງຢ່າງໃດກໍຕາມ, ກຸ່ມແຮັດໂບລາຍັງປະຕິເສດໃຫ້ຄວາມເຫັນຢ່າງເປັນທາງການ, ແຕ່ກ່າວວ່າ: ຈະຢືນຢັນຊະຕາກໍາຢ່າງເປັນທາງການຂອງທ່ານ ຊາຟິດດິນ ເມື່ອສາມາດເຂົ້າເຖິງພື້ນທີ່ເກີດເຫດໂຈມຕີ ແລະ ມີຫລັກຖານບົ່ງບອກຈະແຈ້ງກ່ຽວກັບທ່ານ ຊາຟິດດິນ ເທົ່ານັ້ນ.

     ທັງນີ້, ອິດສະລາແອນຍົກລະດັບຄວາມຮຸນແຮງ ແລະ ຂະຫຍາຍຂອບເຂດຂອງການໂຈມຕີທາງອາກາດຢູ່ລີບັງນັບແຕ່ວັນທີ 23 ກັນຍາຜ່ານມາ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 1,552 ຄົນ ແລະ ປະຊາຊົນ 1 ລ້ານກວ່າຄົນ ຕ້ອງອົບພະຍົບໜີຄວາມຮຸນແຮງຈາກປະຕິບັດການທາງທະຫານຂອງອິດສະລາແອນ.

- 5 - ອິດສະລາແອນຢືນຢັນ ສາມາດສັງຫານວ່າທີ່ຜູ້ນໍາຄົນໃໝ່ຂອງກຸ່ມແຮັດໂບລາ
- 3 - ອິດສະລາແອນຢືນຢັນ ສາມາດສັງຫານວ່າທີ່ຜູ້ນໍາຄົນໃໝ່ຂອງກຸ່ມແຮັດໂບລາ
- 4 - ອິດສະລາແອນຢືນຢັນ ສາມາດສັງຫານວ່າທີ່ຜູ້ນໍາຄົນໃໝ່ຂອງກຸ່ມແຮັດໂບລາ