ຊົມເຊີຍວັນການທູດລາວຄົບຮອບ 79 ປີ
ໂດຍ: ຄະນະສະໂມສອນນັກການທູດລາວ
ວັນທີ 12 ຕຸລາ ຂອງທຸກໆປີ ປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນໍາພາຂອງພັກ ແລະ ລັດຖະບານແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ພ້ອມພາກັນຈັດຕັ້ງການສະເຫລີມສະຫລອງວັນປະກາດຄວາມເປັນອິດສະລະພາບ ແລະ ປະກາດເອກະລາດແຫ່ງຊາດຢ່າງເປັນທາງການ ອອກຈາກການເປັນຫົວເມືອງຂຶ້ນຂອງຈັກກະພັດຕ່າງດ້າວ ໃນວັນທີ 12 ຕຸລາ 1945. ເມື່ອຫວນຄືນເຖິງເຫດການປະຫວັດສາດອັນສໍາຄັນຂອງຊາດລາວ ຈະເຫັນໄດ້ວ່າບັນພະບູລຸດຂອງປະຊາຊົນລາວໄດ້ຜ່ານຜ່າຫຼາຍໄລຍະທີ່ມີຄວາມຫຍຸ້ງຍາກ ແລະ ສັບສົນ. ປະເທດລາວຂາດຄວາມເປັນເອກະລາດ ແລະ ຕົກຢູ່ໃນຊະຕາກໍາທີ່ທໍລະມານ ແລະ ຫົດຫູ່ຢ່າງແສນສາຫັດ ທີ່ຫາອັນປຽບບໍ່ໄດ້, ຍ້ອນຖືກຕ່າງຊາດກົດຂີ່ຂົ່ມເຫັງ.
ຄືດັ່ງທີ່ພວກເຮົາຊາບນໍາກັນດີແລ້ວວ່າ ອານາຈັກລາວລ້ານຊ້າງເມື່ອກ່ອນມີແຜ່ນດິນທີ່ກວ້າງໃຫຍ່ໄພສານ, ແຕ່ຍ້ອນບັນດາຂຸນນາງແຍ່ງຊິງອໍານາດກັນ ຈຶ່ງເກີດມີຄວາມແຕກແຍກກັນພາຍໃນ ແລະ ໄດ້ແຍກອານາຈັກລາວລ້ານຊ້າງອອກເປັນ 3 ອານາຈັກນ້ອຍ ຄື: ຫຼວງພະບາງ, ວຽງຈັນ ແລະ ຈໍາປາສັກ ທີ່ບໍ່ປອງດອງກັນ. ອັນເປັນການເປີດຊ່ອງຫວ່າງໃຫ້ຕ່າງຊາດສວຍໂອກາດເຂົ້າມາຮຸກຮານອານາຈັກລາວລ້ານຊ້າງ, ໃນທີ່ສຸດກໍຖືກສັກດີນາສະຫຍາມ ເຂົ້າມາຮຸກຮານລາວ ແລະ ລາວກໍກາຍເປັນປະເທດສະລາດ ແລະ ເມືອງສ່ວຍຂອງສະຫຍາມ ນັບແຕ່ປີ 1778 ເປັນເວລາຍາວນານເຖິງ 114 ປີ ກ່ອນທີ່ຈັກກະພັດຝຣັ່ງເສດ ຈະເຂົ້າມາຍຶດຄອງເອົາປະເທດລາວລ້ານຊ້າງ ໃນປີ 1893 (ພາຍຫລັງທີ່ຍຶດຄອງ ກໍາປູເຈຍ ປີ 1863 ແລະ ຫວຽດນາມ ປີ 1883). ຝຣັ່ງເສດ ແລະ ສະຫຍາມ ໄດ້ເຊັນສັນຍາສະຫງົບເສິກ ແລະ ເຊັນອະນຸສັນຍາ ສະຫຍາມ-ຝຣັ່ງເສດ ໃນປີ 1893 ໂດຍທີ່ຝ່າຍສະຫຍາມຕ້ອງຍອມຮັບຮູ້ດິນແດນຝັ່ງຊ້າຍຂອງແມ່ນໍ້າຂອງພ້ອມດ້ວຍແຂວງ ໄຊຍະບູລີ ແລະ ຈໍາປະສັກ ຂອງອານາຈັກລາວລ້ານຊ້າງໃຫ້ເປັນກໍາມະສິດຂອງຈັກກະພັດຝຣັ່ງເສດ. ແຕ່ນັ້ນມາ, ປະເທດລາວກໍກາຍເປັນເມືອງຂຶ້ນຂອງຈັກກະພັດຝຣັ່ງເສດ. ແຕ່ວ່າຊະຕາຂອງປະຊາຊົນລາວຍັງບໍ່ຂາດ ແລະ ຜືນແຜ່ນດິນຂອງລາວຍັງບໍ່ສູນຫາຍ ຍ້ອນນໍ້າໃຈຮັກຊາດທີ່ສູງສົ່ງຂອງປະຊາຊົນລາວ ບວກກັບກະແສຟອງມະຫາປະຕິວັດ ເດືອນຕຸລາ 1917 ແລະ ການປະກາດສະຖາປະນາປະເທດສະຫະພາບສັງຄົມນິຍົມໂຊວຽດ ໄດ້ເປັນກໍາລັງແຮງຊຸກຍູ້ໃຫ້ແກ່ການດໍາເນີນຂະບວນການປະຕິວັດຊາດ ຢູ່ໃນສາມຊາດອິນດູຈີນ. ໃນປີ 1930 ກໍໄດ້ມີການສ້າງຕັ້ງພັກຄອມມູນິດອິນດູຈີນຂຶ້ນ ແລະ ໃນປີ 1934 ຄະນະພັກແຄວ້ນລາວກໍໄດ້ຖືກສ້າງຕັ້ງຂຶ້ນ ເພື່ອເປັນແກນນໍາຂອງຂະບວນການຕໍ່ສູ້ກູ້ຊາດຂອງປະຊາຊົນສາມຊາດອິນດູຈີນ ຕໍ່ຕ້ານຈັກກະພັດຜູ້ຮຸກຮານ.
ທ້າຍປີ 1944 ຂຸນເສິກຍີ່ປຸ່ນໄດ້ເລີ່ມຕົ້ນຮຸກຮານ ແລະ ຍຶດປະເທດລາວ. ໃນຕົ້ນປີ 1945 ຂຸນເສິກ ຍີ່ປຸ່ນ ໄດ້ໂຄ້ນລົ້ມອໍານາດການປົກຄອງຂອງຝຣັ່ງເສດຢູ່ລາວ ພ້ອມທັງຫລອກລວງວ່າຈະຊ່ວຍໃຫ້ລາວເປັນປະເທດມີ ເອກະລາດ ແລະ ຈະສ້າງໃຫ້ປະເທດລາວຢູ່ໃນຂອບວົງໄພບຸນມະຫາອາຊີບູຣະພາ. ຄວາມຈິງແລ້ວ ແມ່ນກົນອຸບາຍຂອງຍີ່ປຸ່ນເພື່ອຊ່ວຍສະຫຍາມໃຫ້ມາຕີເອົາດິນແດນຝັ່ງຂວາຂອງແມ່ນໍ້າຂອງ ຄື: ແຂວງໄຊຍະບູລີ ແລະ ຈໍາປາສັກ. ໄລຍະນີ້ປະເທດລາວຕົກຢູ່ໃນແອກປົກຄອງຂອງສອງຈັກກະພັດລ່າເມືອງຂຶ້ນ ຝຣັ່ງເສດ ແລະ ຍີ່ປຸ່ນ. ໃນເວລານັ້ນຂະບວນການຕໍ່ສູ້ກູ້ຊາດພາຍໃຕ້ການນໍາພາຂອງພັກກອມມູນິດອິນດູຈີນ ແລະ ຄະນະພັກແຄວ້ນລາວ ກໍໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງກວ້າງຂວາງ ແລະ ໄວວາ, ປະຊາຊົນຄົນລາວທຸກຊັ້ນຄົນ ໄດ້ຕັ້ງໜ້າປະກອບສ່ວນເຂົ້າໃນການລຸກຂຶ້ນຕໍ່ສູ້ຕ້ານກັບຈັກກະພັດຝຣັ່ງເສດ ແລະ ຈັກກະພັດຍີ່ປຸ່ນ ພາຍໃຕ້ຄໍາຂວັນຕີຕ້ານຝຣັ່ງເສດ, ຂັບໄລ່ຍີ່ປຸ່ນ ຍາດເອົາເອກະລາດ. ຂະບວນການຕໍ່ສູ້ຂອງປະຊາຊົນລາວສາມາດຍາດໄດ້ໄຊຊະນະຂອງການຕໍ່ສູ້ຢ່າງຕໍ່ເນື່ອງ. ໂດຍຖືເອົາໂອກາດທີ່ຂຸນເສິກຍີ່ປຸ່ນຍອມປະລາໄຊໃນສົງຄາມໂລກຄັ້ງທີ II ແລະ ກອງທະຫານຂອງ ຝຣັ່ງເສດ ຍັງບໍ່ທັນສາມາດຕັ້ງຕົວທັນ, ພາຍໃຕ້ການນໍາພາຂອງພັກກອມມູນິດອິນດູຈີນ ໂດຍສະເພາະແມ່ນອົງຄະນະພັກແຄວ້ນລາວ, ປະຊາຊົນລາວໄດ້ລຸກຮື້ຂຶ້ນຍຶດອໍານາດການປົກຄອງໃນວັນທີ 23 ສິງຫາ 1945. ການເດີນຂະບວນເພື່ອຍຶດອໍານາດໄດ້ເລີ່ມເກີດຂຶ້ນທີ່ວຽງຈັນ, ຈາກນັ້ນກໍໄດ້ແຜ່ລາມໄປຫລາຍແຂວງໃນທົ່ວປະເທດລາວ ເພື່ອທວງໃຫ້ລົບລ້າງອໍານາດການປົກຄອງທີ່ເປັນເຄື່ອງມືຂອງຂຸນເສິກຍີ່ປຸ່ນ ແລະ ສ້າງຕັ້ງອໍານາດການປົກຄອງໃໝ່ຂຶ້ນມາແທນ ໂດຍຮຽກຮ້ອງໃຫ້ມີຄວາມສາມັກຄີເປັນປຶກແຜ່ນເພື່ອສະກັດກັ້ນການກັບຄືນມາມີອໍານາດຂອງພວກຝຣັ່ງເສດ.
ການສ້າງຕັ້ງ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ໃນວັນທີ 2 ກັນຍາ 1945, ໄດ້ເປັນກໍາລັງກະຕຸກຊຸກຍູ້ຂະບວນການປະຕິວັດຢູ່ໃນປະເທດລາວໃຫ້ມີຄວາມຈູບຈ້າວຫ້າວຫັນຂຶ້ນກວ່າເກົ່າ. ໃນວັນທີ 15 ກັນຍາ 1945, ເຈົ້າມະຫາອຸປະລາດເພັດຊະລາດ ກໍໄດ້ປະກາດໂຮມເອົາອານາຈັກຈໍາປາສັກ, ເຊິ່ງເປັນຫົວເມືອງຂຶ້ນຂອງຝຣັ່ງເສດເຂົ້າເປັນອັນໜຶ່ງອັນດຽວກັບອານາຈັກຫລວງພະບາງ ແລະ ໄດ້ປະກາດວ່າ: “ບັນດາສັນຍາ ແລະ ຂໍ້ຜູກພັນທາງການເມືອງທີ່ເຄີຍມີມາລະຫວ່າງ ລາວ ແລະ ຝຣັ່ງເສດ ນັ້ນຖືວ່າໝົດຄຸນຄ່າ ແລະ ຕົກເປັນໂມຄະທັງໝົດ ເດັດຂາດບໍ່ໃຫ້ຝຣັ່ງເສດ ເຂົ້າມາຫຍຸ້ງກ່ຽວ ແລະ ແຊກແຊງເຂົ້າໃນກິດຈະການພາຍໃນຂອງລາວ”.
ໃນວັນທີ 8 ຕຸລາ 1945 ຄະນະລາວອິດສະຫຼະກໍໄດ້ປະຊຸມກັນເພື່ອວາງແຜນການຈັດຕັ້ງລັດຖະບານ ລາວອິດສະຫຼະ ແລະ ປະກາດຄວາມເປັນເອກະລາດ ແລະ ອິດສະຫຼະພາບຂອງລາວ. ຈາກນັ້ນ, ປະທານກອງປະຊຸມກໍໄດ້ເຮັດລາຍງານຜົນກອງປະຊຸມໄປໃຫ້ເຈົ້າຊີວິດ ສີສະຫວ່າງວົງ ຊາບກ່ຽວກັບ ການປ່ຽນແປງການປົກຄອງທີ່ຄະນະກໍາມະການລາດຊະດອນຈະປະກາດ; ສະເໜີໃຫ້ເຈົ້າຊີວິດ ຮັບຮອງເອົາລັດຖະທໍາມະນູນ ທີ່ຄະນະກໍາມະການລາດຊະດອນຈະໄດ້ນໍາສະເໜີ; ຂໍໃຫ້ປະກາດລົບລ້າງລັດຖະບານແຫ່ງລາດຊະອານາຈັກຫລວງພະບາງ. ຈາກນັ້ນ, ໃຫ້ຮັບຮອງເອົາລັດຖະບານໃໝ່ ພາຍໃຕ້ລັດຖະທໍາມະນູນທີ່ຈະປະກາດ; ແລະ ຂໍສະເໜີໃຫ້ເຈົ້າຊີວິດ ສີສະຫວ່າງວົງ ເປັນກະສັດລາວທັງໝົດປະເທດ ພາຍໃຕ້ລັດຖະທໍາມະນູນ. ໃນວັນທີ 10 ຕຸລາ 1945 ເຈົ້າເພັດສະລາດ ໄດ້ຮຽກເອີ້ນບັນດາຂ້າລາດຊະການ ແລະ ປະຊາຊົນໃນນະຄອນວຽງຈັນເຂົ້າພົບປະ ແລະ ໄດ້ແຈ້ງໃຫ້ຊາບວ່າເຈົ້າຊີວິດ ສີສະຫວ່າງວົງ ໄດ້ສັ່ງຖອດຖອນຕົນເອງອອກຈາກຕໍາແໜ່ງມະຫາອຸປະລາດ, ພ້ອມທັງແຈ້ງວ່າ ເຈົ້າຊີວິດ ສີສະຫວ່າງວົງ ໄດ້ຮຽກຮ້ອງໃຫ້ຝຣັ່ງເສດກັບຄືນມາປົກຄອງລາວຕາມເດີມ. ຂ່າວດັ່ງກ່າວໄດ້ສ້າງໃຫ້ຄະນະກໍາມະການລາດຊະດອນ ແລະ ປະຊາຊົນຊາວນະຄອນວຽງຈັນມີຄວາມຄຽດແຄ້ນຕໍ່ເຈົ້າຊີວິດ ທີ່ບໍ່ເອົາຫົວຊາຕໍ່ຫາງສຽງ ແລະ ຂໍ້ສະເໜີຂອງປະຊາຊົນ. ດັ່ງນັ້ນ, ຄະນະກໍາມະການລາດຊະດອນ ແລະ ປະຊາຊົນຊາວນະຄອນວຽງຈັນ ຈຶ່ງເດີນໜ້າກະກຽມການປະກາດເອກະລາດ ແລະ ອິດສະຫຼະພາບຕາມແຜນການທີ່ວາງໄວ້ ໂດຍໄດ້ມີການເຊີນຊວນປະຊາຊົນ, ຂ້າລາດຊະການ, ທະຫານ, ຕໍາຫລວດ ພໍ່ຄ້າຊາວຂາຍ ໃຫ້ມາຊຸມນຸມກັນເພື່ອຟັງຄໍາຖະແຫລງການປະກາດເອກະລາດ ໃນຕອນເຊົ້າຂອງວັນທີ 12 ຕຸລາ 1945.
ໃນການອ່ານຖະແຫລງການປະກາດເອກະລາດ ວັນທີ 12 ຕຸລາ 1945, ພະຍາຄໍາມ້າວ ວິໄລ, ເຈົ້າແຂວງວຽງຈັນ, ເຊິ່ງເປັນປະທານຄະນະກໍາມະການລາດຊະດອນ ໄດ້ກ່າວເຖິງຄວາມຮຽກຮ້ອງຕ້ອງການຂອງປະຊາຊົນລາວທົ່ວປະເທດ ແລະ ການເຄື່ອນໄຫວຕໍ່ສູ້ອັນພິລະອາດຫານຂອງຄົນລາວ ເພື່ອອິດສະຫຼະພາບ ແລະ ຄວາມເປັນເອກະລາດຂອງຊາດ; ປະກາດການເຕົ້າໂຮມແຜ່ນດິນລາວເປັນອັນໜຶ່ງອັນດຽວກັນ; ຄໍາຖະແຫລງການກ່ຽວກັບການປ່ຽນແປງການປົກຄອງ; ການປະກາດໃຊ້ລັດຖະທໍາມະນູນຊົ່ວຄາວ ແລະ ປະກາດແຕ່ງຕັ້ງຄະນະລັດຖະບານຂອງປະເທດລາວເອກະລາດ.
ການປະກາດເອກະລາດໃນວັນທີ 12 ຕຸລາ 1945 ໄດ້ກາຍເປັນເຫດການທີ່ສໍາຄັນໃນປະຫວັດສາດ ຂອງ ປະຊາຊົນລາວ, ແມ່ນໄຊຊະນະແຫ່ງການຕໍ່ສູ້ອັນຫຍິ່ງໃຫຍ່ຂອງປະຊາຊົນລາວທົ່ວປະເທດເພື່ອທ້ອນໂຮມແຜ່ນດິນ ລາວ, ດ້ວຍການໂຄ່ນລົ້ມແອກປົກຄອງຂອງຈັກກະພັດຕ່າງດ້າວ, ລົບລ້າງລະບອບການປົກຄອງທີ່ເໜົ່າເໝັນ ແລະ ເປື່ອຍເຫຍື່ອຍພາຍໃຕ້ເປັນເມືອງຂຶ້ນຂອງຝຣັ່ງເສດ, ຍາດເອົາອໍານາດການປົກຄອງມາໄວ້ໃນມືຂອງປະຊາຊົນ, ປະກາດໃຊ້ລັດຖະທໍາມະນູນ ແລະ ປະກອບລັດຖະບານອັນເປັນຕົວແທນຂອງປະຊາຊົນລາວຢ່າງແທ້ຈິງ ທີ່ເປັນ ຄວາມປາດຖະໜາອັນແຮງກ້າຂອງຄົນລາວ. ໃນວັນທີ 14 ຕຸລາ 1945 ສະພາຜູ້ແທນລາດຊະດອນຊົ່ວຄາວ ກໍໄດ້ຖືກສ້າງຕັ້ງຂຶ້ນ ແລະ ໄດ້ມີການປະກາດສ້າງຕັ້ງລັດຖະບານລາວອິດສະຫຼະຂຶ້ນຕາມທີ່ກໍານົດໄວ້ໃນລັດຖະທໍາມະນູນ, ໂດຍແມ່ນພະຍາຄໍາມ້າວວິໄລ ເປັນນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດ. ນີ້ເປັນການແຈ້ງເກີດຂອງລັດຖະບານລາວອິດສະຫຼະ ແລະ ເປັນການແຈ້ງເກີດຂອງກະຊວງການຕ່າງປະເທດໃນລັດຖະບານລາວອິດສະຫຼະ ແລະ ເປັນຈຸດເລີ່ມຕົ້ນການເຄື່ອນໄຫວການທູດລາວໃນເວທີສາກົນ.
ລັດຖະບານໃໝ່ທີ່ເອີ້ນວ່າ: ລາວອິດສະຫຼະ ໄດ້ເລັ່ງໃສ່ວຽກງານປັບປຸງກົງຈັກການປົກຄອງຂັ້ນສູນກາງລົງຮອດທ້ອງຖິ່ນ. ພ້ອມດຽວກັນນັ້ນກໍໄດ້ພະຍາຍາມເຄື່ອນໄຫວທາງການທູດ ເພື່ອໃຫ້ປະເທດຕ່າງໆທົ່ວໂລກໄດ້ຮັບຮູ້ ຄວາມເປັນເອກະລາດຂອງຊາດລາວ. ເຖິງແນວໃດກໍຕາມ ມີພຽງປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ເທົ່ານັ້ນທີ່ຮັບຮູ້ຄວາມເປັນເອກະລາດຂອງລາວ. ບັນດາປະເທດ ພັນທະມິດເຊັ່ນ ອະເມລິກາ ແລະ ອັງກິດ ບໍ່ພຽງແຕ່ເສີຍເມີຍຕໍ່ການປະກາດເອກະລາດຂອງລາວເທົ່ານັ້ນ, ແຕ່ພັດຍັງພະຍາຍາມສະໜັບສະໜູນ ໃຫ້ຝຣັ່ງເສດກັບຄືນມາປົກຄອງປະເທດລາວອີກ. ຍ້ອນແນວນັ້ນ ລັດຖະບານ ລາວອິດສະຫຼະ ແລະ ລັດຖະບານ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ຈຶ່ງໄດ້ເຊັ່ນສົນທິສັນຍາ ວ່າດ້ວຍ ການຊ່ວຍເຫລືອເຊິ່ງກັນ ແລະ ກັນແລະ ສົນທິສັນຍາວ່າດ້ວຍການສ້າງຕັ້ງກອງທະຫານປະສົມ ລາວ-ຫວຽດນາມ ເພື່ອຊ່ວຍເຫລືອກັນທຸກດ້ານ ໃນການຕ້ານທານການກັບຄືນມາຂອງພວກລ່າເມືອງຂຶ້ນຝຣັ່ງເສດ ເພື່ອປົກປັກຮັກສາເອກະລາດ ແລະ ອິດສະຫຼະພາບທີ່ຍາດມາໄດ້ນັ້ນໃຫ້ໝັ້ນຄົງຕໍ່ໄປ. ລັດຖະບານລາວອິດສະຫຼະ ໄດ້ສະເໜີຕໍ່ສະພາຜູ້ແທນລາດສະດອນອອກມະຕິຮັບຮອງເອົາທຸງຊາດລາວ ທີ່ປະກອບມີພື້ນ 3 ສີ ຄື: ສີແດງ, ສີຟ້າ ແລະ ສີຂາວ ເພື່ອປ່ຽນແທນທຸງຊ້າງ 3 ຫົວ ທີ່ເປັນທຸງຂອງອານາຈັກຫລວງພະບາງ; ຮັບຮອງເອົາເພງຊາດ ແລະ ພາສາລາວ ເປັນເອກະລັກຢ່າງເປັນທາງການຂອງປະເທດຊາດ. ມະຕິຕົກລົງຮັບຮອງເອົາ 3 ບັນຫານີ້ ໄດ້ເປັນການປະກອບສ່ວນທີ່ສໍາຄັນເຂົ້າໃນການເພີ່ມທະວີການປຸກລະດົມສະຕິຊາດ, ນໍ້າໃຈເອກະລາດ ແລະ ເອກະພາບແຫ່ງຊາດໃນໝູ່ປະຊາຊົນບັນດາເຜົ່າ ພ້ອມທັງເປັນການສະແດງເຖິງອໍານາດ ແລະ ອະທິປະໄຕຂອງຊາດລາວຢູ່ໃນເວທີສາກົນອີກດ້ວຍ. ທຸງຊາດຂອງລັດຖະບານລາວອິດສະຫຼະນີ້ ກອງກໍາລັງຕໍ່ສູ້ຂອງແນວລາວຮັກຊາດໄດ້ສືບຕໍ່ຍົກສູງນໍາໃຊ້ຕະຫລອດໄລຍະການຕໍ່ສູ້ປະຕິວັດຊາດ ປະຊາທິປະໄຕ ຈົນເຖິງການປົດປ່ອຍຊາດຢ່າງສົມບູນ ແລະ ສະຖາປະນາເປັນປະເທດ ສາທາລະນະລັດປະຊາທິ ປະໄຕປະຊາຊົນລາວ ໃນວັນທີ 2 ທັນວາ 1975 ແລະ ໄດ້ປະກາດຮັບຮອງເອົາເປັນທຸງຊາດລາວຈົນເຖິງປັດຈຸບັນ.