ນາຍົກ​ລັດ​ຖະ​ມົນ​ຕີ ພົບປະກັບ ປະທານສະພາແຫ່ງຊາດ ສສ ຫວຽດນາມ

ນາຍົກ​ລັດ​ຖະ​ມົນ​ຕີ ພົບປະກັບ ປະທານສະພາແຫ່ງຊາດ ສສ ຫວຽດນາມ - 4634409 - ນາຍົກ​ລັດ​ຖະ​ມົນ​ຕີ ພົບປະກັບ ປະທານສະພາແຫ່ງຊາດ ສສ ຫວຽດນາມ
ນາຍົກ​ລັດ​ຖະ​ມົນ​ຕີ ພົບປະກັບ ປະທານສະພາແຫ່ງຊາດ ສສ ຫວຽດນາມ - kitchen vibe - ນາຍົກ​ລັດ​ຖະ​ມົນ​ຕີ ພົບປະກັບ ປະທານສະພາແຫ່ງຊາດ ສສ ຫວຽດນາມ

ວັນທີ 17 ຕຸລາ 2024, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະກັບ ທ່ານ ເຈິນ ແທັງ ເໝີ້ນ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງມາຢ້ຽມຢາມ ສ​ປ​ປ ລາວ ຢ່າງ​ເປັນ​ທາງ​ການ​ໃນ​ລະ​ຫວ່າງວັນ​ທີ 17-18 ຕຸ​ລາ 2024 ແລະ ເຂົ້າ​ຮ່ວມກອງ​ປະ​ຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງ​ທີ 45 ຫລື AIPA-45 ທີ່ຈັດຂຶ້ນວັນ​ທີ 17-23 ຕຸ​ລາ​ນີ້ ທີ່ນະ​ຄອນຫລວງວຽງ​ຈັນ.

ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການຢ້ຽມຢາມ ແລະ ການເຂົ້າຮ່ວມກອງປະຊຸມ AIPA-45 ໃນຄັ້ງນີ້ ຊຶ່ງເປັນປະກອບສ່ວນສໍາຄັນເຂົ້າໃນການຮັດແໜ້ນ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ໃຫ້ນັບມື້ເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ, ທັງເປັນການສະໜັບສະໜູນ ແລະ ໃຫ້ກໍາລັງໃຈແກ່ ສປປ ລາວ ເຮັດສໍາເລັດໜ້າທີ່ພັນທະສາກົນຂອງຕົນ; ພ້ອມທັງສະ​ແດງ​ຄວາມ​ຊົມ​ເຊີຍ​ທີ່ເສດຖະກິດຫວຽດນາມ ສືບຕໍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ປະເທດຊາດມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ, ຊີວິດການເປັນຢູ່ ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນເລື້ອຍໆ, ການພົວພັນການຕ່າງປະເທດ ໄດ້ຮັບການເປີດກວ້າງ, ບົດບາດອິດທິພົນ ຂອງ ສສ ຫວຽດນາມ ນັບມື້ນັບສູງເດັ່ນຂຶ້ນ ໃນເວທີພາກພື້ນ ແລະ ສາກົນ.

ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ​ກ່າວຕື່ມ​ວ່າ: ປັດຈຸບັນ ເຖິງວ່າ ສະພາບການໃນໂລກ, ພາກພື້ນ ມີຄວາມສັບສົນ, ສະຫລັບຊັບຊ້ອນ, 2 ປະເທດຍັງມີຄວາມຫຍຸ້ງຍາກ, ແຕ່ສາຍພົວພັນພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ ລາວ-ຫວຽດນາມ ຍັງສືບຕໍ່ນັບມື້ນັບຮັດແໜ້ນ ແລະ ເສີມຂະຫຍາຍຂຶ້ນຢ່າງບໍ່ຢຸດຢັ້ງ ຊຶ່ງສະແດງອອກໃນການແລກປ່ຽນການຢ້ຽມຢາມ ຂອງຄະນະຜູ້ແທນການນໍາຂັ້ນສູງ ລະຫວ່າງ ສອງພັກ, ສອງລັດ ນັບທັງສູນກາງ ແລະ ທ້ອງຖິ່ນ ຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ; ການຮ່ວມມືທາງດ້ານເສດຖະກິດ-ການຄ້າ, ການລົງທຶນ ແລະ ການຂົນສົ່ງ ມີການເພີ່ມຂຶ້ນ, ມູນຄ່າການຄ້າສອງຝ່າຍ ໃນ 9 ເດືອນຕົ້ນປີ 2024 ບັນລຸ 1.1 ຕື້ ໂດລາ ເພີ່ມຂຶ້ນ 17% ຖ້າທຽບໃສ່ໄລຍະດຽວກັນ ຂອງປີ 2023, ພ້ອມນັ້ນ ຫວຽດນາມ ກໍຈັດຢູ່ໃນອັນດັບແຖວໜ້າຂອງຜູ້ລົງທຶນຕ່າງປະເທດຢູ່ ສປປ ລາວ ລວມມີ 241 ໂຄງການ, ມູນຄ່າທຶນຈົດທະບຽນທັງໝົດ 5.47 ຕື້ໂດລາ ແລະ ທຶນການຊ່ວຍເຫລືອລ້າ ປະຈໍາປີ 2024 ມີມູນຄ່າ 719.237 ຕື້ດົງ ອັນເປັນການຢັ້ງຢືນໃຫ້ເຫັນເຖິງຄວາມມີຊີວິດຊີວາ ຂອງມິດຕະພາບອັນດູດດື່ມ ລະຫວ່າງ ສອງປະເທດລາວ-ຫວຽດນາມອ້າຍນ້ອງ.

ນາຍົກ​ລັດ​ຖະ​ມົນ​ຕີ ພົບປະກັບ ປະທານສະພາແຫ່ງຊາດ ສສ ຫວຽດນາມ - 5 - ນາຍົກ​ລັດ​ຖະ​ມົນ​ຕີ ພົບປະກັບ ປະທານສະພາແຫ່ງຊາດ ສສ ຫວຽດນາມ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!