3 ເຕັກນິກຊ່ວຍໃຫ້ໄຟໜ້າລົດແຈ້ງຍິ່ງຂຶ້ນ

- 041410 2017 - 3 ເຕັກນິກຊ່ວຍໃຫ້ໄຟໜ້າລົດແຈ້ງຍິ່ງຂຶ້ນ
- kitchen vibe - 3 ເຕັກນິກຊ່ວຍໃຫ້ໄຟໜ້າລົດແຈ້ງຍິ່ງຂຶ້ນ

ເຊື່ອວ່າຫລາຍຄົນກຳລັງປະສົບບັນຫາໄຟຕາໜ້າລົດບໍ່ແຈ້ງພຽງພໍ ມື້ນີ້ພວກເຮົາຈຶ່ງນຳເອົາວິທີເຮັດໃຫ້ໄຟຕາລົດແຈ້ງຂຶ້ນມາ ແນະນຳ.

  1. ເລີ່ມຕົ້ນຈາກຟີມກອງແສງ : ຟີມກອງແສງທ່ີມີປະລິມານຄວາມເຂັ້ມສູງຈະຊ່ວຍໃຫ້ແສງແດດສ່ອງຜ່ານໄດ້ໜ້ອຍ ເຮັດໃຫ້ລົດເຢັນ, ແຕ່ໃນທາງກົງກັນຂ້າມກໍສົ່ງຜົນໃຫ້ເບິ່ງເຫັນເສັ້ນທາງໃນເວລາກາງຄືນໄດ້ຍາກລຳບາກຂຶ້ນນຳ ຄົນຈຳນວນບໍ່ໜ້ອຍຈຶ່ງເລືອກໃຊ້ວິທີປ່ຽນດອກໄຟເປັນແບບ HID ເຊິ່ງອາດໃຫ້ຄວາມແຈ້ງສະຫ່ວາງຫລາຍກ່ວາກໍແມ່ນ, ແຕ່ບໍ່ເໝາະສົມກັບໂຄມເກົ່າ ເພາະຈະເຮັດໃຫ້ແສງສະຫ່ວາງກ້າກະຈາຍ ຈົນເປັນອັນຕະລາຍຕໍ່ຜູ້ຮ່ວມທາງໄດ້. ທາງທີ່ດີຈຶ່ງຄວນປ່ຽນຟີມກອງແສງລົດບານໜ້າໃຫ້ມີປະລິມານຄວາມເຂັ້ມຫລຸດລົງ ກໍຈະເປັນການແກ້ໄຂບັນຫາທີ່ຕົ້ນເຫດ ຫາກກັງວົນວ່າຈະເຮັດໃຫ້ລົດຮ້ອນກ່ວາເກົ່າ ກໍເລືອກໃຊ້ຟີມທີ່ມີສ່ວນປະສົມຂອງບາຫລອດ ຈະຊ່ວຍເພີ່ມປະສິດທິພາບການກັນຮ້ອນໄດ້ ເມື່ອປຽບທຽບກັບຟີມດຳໃນປະລິມານຄວາມເຂັ້ມເທົ່າກັນ.
    - 031410 2017 300x200 - 3 ເຕັກນິກຊ່ວຍໃຫ້ໄຟໜ້າລົດແຈ້ງຍິ່ງຂຶ້ນ
  2. ຂັດເຊັດໂຄມໄຟໜ້າ : ລົດທີ່ມີອາຍຸການໃຊ້ງານໄປດົນໆ ໄຟຕາໜ້າມັກເກີດຄາບໝອງເຫລືອງ ສົ່ງຜົນໃຫ້ຄວາມແຈ້ງສະຫ່ວາງຂອງໄຟຫລຸດລົງໄດ້ ວິທີເບື້ອງຕົ້ນໃຫ້ໃຊ້ຢາຖູແຂ້ວຖູເປັນວົງມົນ ປະໄວ້ປະມານ 5 ນາທີແລ້ວຈຶ່ງເຊັດອອກ ຈະຊ່ວຍໃຫ້ໂຄມໄຟກັບມາໃສຂຶ້ນໄດ້ໃນລະດັບໜຶ່ງ, ແຕ່ຫາກຍັງບໍ່ສະອາດພຽງພໍ ສາມາດໃຊ້ເຈ້ຍຊາຍເບີ 2000 ຂັດອອກ ຫລື ໃຊ້ນຳ້ຢາຂັດສີລົດຄ່ອຍໆຖູອອກໄດ້ຄືກັນ.
  3. ອັບເກດຫລອດໄຟ (ຮາໂລເຈັນ) : ໃນກໍລະນີທີ່ເປັນດອກໄຟແບບ HID ທີ່ຕິດຕັ້ງມາຈາກໂຮງງານ ອັນນີ້ແນະນຳວ່າບໍ່ຕ້ອງເຮັດຫຍັງອີກ ເພາະຄວາມແຈ້ງຫລາຍຢູ່ແລ້ວ ແຕ່ຫາກເປັນດອກໄຟແບບຮາໂລເຈັນ ກໍສາມາດອັບເກດມາເປັນຫລອດໄຟແບບທີ່ມີປະສິດທິພາບສູງຂຶ້ນໄດ້ ເຊິ່ງມີໃຫ້ເລືອກຫລາຍຍີ່ຫໍ້ ເຊັ່ນ : Osram Night Breaker ຫລື Phillips X-TREAME Vision Plus ແລະອື່ນໆ. ໄຟເຫລົ່ານີ້ຈະໃຫ້ຄວາມແຈ້ງສະຫ່ວາງ ແລະ ຂາວກ່ວາດອກໄຟຮາໂລເຈັນທົ່ວໄປ, ແຕ່ຍັງຄົງມີອຸນຫະພູມຂອງແສງ (ຄ່າ K) ທີ່ເໝາະສົມຕ່າງຈາກດອກໄຟລາຄາຖືກຕາມທ້ອງຕະຫລາດທີ່ໃຫ້ແສງອອກໄປທາງສີຟ້າ ເຊິ່ງຍິ່ງແສງທີ່ສ່ອງອອກມາຍິ່ງມີອຸນຫະພູມແສງສູງຂຶ້ນເທົ່າໃດ (ຍິ່ງແສງອົມຟ້າຫລາຍຂຶ້ນ) ຄວາມແຈ້ງສະຫ່ວາງກໍຈະຍິ່ງຫລຸດລົງໄປເທົ່ານັ້ນ.

ວິທີເຫລົ່ານີ້ຈະຊ່ວຍໃຫ້ໄຟໜ້າລົດຂອງທ່ານແຈ້ງສະຫ່ວາງຂຶ້ນໄດ້ແນ່ນອນ.

- Visit Laos Visit SALANA BOUTIQUE HOTEL - 3 ເຕັກນິກຊ່ວຍໃຫ້ໄຟໜ້າລົດແຈ້ງຍິ່ງຂຶ້ນ
- 3 - 3 ເຕັກນິກຊ່ວຍໃຫ້ໄຟໜ້າລົດແຈ້ງຍິ່ງຂຶ້ນ
  • 1097 Posts
  • 0 Comments
iLike/LPN/20
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!