ທາບທາມເນື້ອໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ຢູ່ແຂວງພາກເໜືອ

ທາບທາມເນື້ອໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ xii ຂອງພັກ ຢູ່ແຂວງພາກເໜືອ - 462754842 1086082723527543 376313329772745840 n - ທາບທາມເນື້ອໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ຢູ່ແຂວງພາກເໜືອ
ທາບທາມເນື້ອໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ xii ຂອງພັກ ຢູ່ແຂວງພາກເໜືອ - kitchen vibe - ທາບທາມເນື້ອໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ຢູ່ແຂວງພາກເໜືອ

ກອງປະຊຸມທາບທາມເນື້ອໃນ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ຮ່ວມ 6 ແຂວງພາກເໜືອ ປະກອບມີ: ແຂວງຫລວງພະບາງ, ບໍ່ແກ້ວ, ໄຊຍະບູລີ, ຜົ້ງສາລີ, ຫລວງນ້ຳທາ ແລະ ແຂວງອຸດົມໄຊ ຈັດຂຶ້ນໃນວັນທີ 09-10 ຕຸລາ 2024 ພາຍໃຕ້ການເປັນປະທານຂອງ ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ຮອງຫົວໜ້າອະນຸກໍາມະການເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ມີຄະນະພັກ, ຄະນະນຳຈາກສູນກາງ, ມີເລຂາພັກແຂວງ, ຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເລຂາພັກເມືອງ-ເຈົ້າເມືອງ ແລະ ຫົວໜ້າພະແນກການຂອງ 6 ແຂວງເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້, ເພື່ອລະດົມຄວາມຄິດເຫັນ ຈາກບັນດາຄະນະພັກແຂວງ ແລະ ພະນັກ ງານຫລັກແຫລ່ງ ຂອງແຕ່ລະອົງຄະນະພັກແຂວງ ເຂົ້າໃສ່ຮ່າງເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໃຫ້ມີເນື້ອໃນເລິກເຊິ່ງ, ຄົບຖ້ວນ, ຖືກຕ້ອງສອດຄ່ອງ ແລະ ແທດເໝາະກັບສະພາບຕົວຈິງ, ທັງສ່ອງແສງໃຫ້ເຫັນເຖິງສະຕິປັນຍາລວມໝູ່ ແລະ ການເສີມຂະຫຍາຍປະຊາທິປະໄຕພາຍໃນພັກ ຢ່າງກວ້າງຂວາງ; ສ້າງຄວາມເປັນເອກະພາບທາງດ້ານທັດສະນະ, ຄວາມຮັບຮູ້, ຄວາມເຂົ້າໃຈແຕ່ຫົວທີຂອງບັນດາຄະນະພັກ, ພະນັກງານ ຫລັກ ແຫລ່ງ ຂອງສູນກາງ ແລະ ທ້ອງຖິ່ນ ຕໍ່ຮ່າງເອກະສານຕົ້ນຕໍ ຂອງກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ. ຈາກນັ້ນ, ຖືເປັນເນື້ອໃນພື້ນຖານ ໃຫ້ບັນດາອົງຄະນະພັກນໍາໄປປັບປຸງ ການກະກຽມເນື້ອໃນກອງປະຊຸມໃຫຍ່ ຂອງຕົນ ໃຫ້ສອດຄ່ອງ, ກົມກຽວກັນ ແລະ ສາມາດຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ໃຫ້ປະກົດຜົນເປັນຈິງ.

ທາບທາມເນື້ອໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ xii ຂອງພັກ ຢູ່ແຂວງພາກເໜືອ - Visit Laos Visit SALANA BOUTIQUE HOTEL - ທາບທາມເນື້ອໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ຢູ່ແຂວງພາກເໜືອ

ໃນກອງປະຊຸມ, ສະຫາຍ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ລາຍງານກ່ຽວກັບຮ່າງລາຍງານການເມືອງ ທີ່ປະກອບດ້ວຍ 10 ຫົວຂໍ້ໃຫຍ່ ເຊິ່ງໄດ້ຕີລາຄາການຈັດຕັ້ງປະຕິບັດມະຕິກອງປະ ຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃນ 5 ປີ ຜ່ານມາ, ຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນ, ບັນຫາທີ່ຕັ້ງຂຶ້ນ, ສາເຫດ ແລະ ບົດ ຮຽນທີ່ຖອດຖອນໄດ້, ພ້ອມທັງໄດ້ປະເມີນຜົນແບບກວມລວມ 40 ປີ ແຫ່ງການປະຕິບັດແນວທາງປ່ຽນແປງໃໝ່ ຮອບດ້ານ ຢ່າງມີຫລັກການຂອງພັກເຮົາ ແລະ ໄດ້ກໍານົດບັນດາເນື້ອໃນ, ທິດທາງ, ໜ້າທີ່, ແຜນນະໂຍບາຍໃຫຍ່ ເພື່ອສືບຕໍ່ຍູ້ແຮງພາລະກິດປ່ຽນແປງໃໝ່ຮອບດ້ານ ທີ່ມີຫລັກການຂອງພັກ ໃນແຕ່ລະຂົງເຂດວຽກງານໃນຊຸມປີຕໍ່ໜ້າ.

ສະຫາຍ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ກໍໄດ້ລາຍງານຮ່າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X ໂດຍໄດ້ສະຫລຸບຕີລາຄາໝາກຜົນຂອງການຈັດຕັ້ງປະຕິ ບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-025) ແລະ ກໍານົດ 6 ເປົ້າໝາຍ ແລະ ແຜນວຽກຈຸດສຸມ ຂອງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ໂດຍຄົ້ນຄວ້າ, ວາງແຜນໃຫ້ສອດຄ່ອງກັບສະພາບການ ແລະ ຄວາມຮຽກຮ້ອງຕ້ອງການ ຂອງການພັດທະນາ, ຖືກກັບຈຸດພິເສດ, ທ່າ ແຮງ ແລະ ການຂະຫຍາຍຕົວດ້ານເສດຖະກິດ-ສັງຄົມ ຂອງປະເທດເຮົາ ກໍຄື ທ່າອ່ຽງລວມ ຂອງຍຸກສະໄໝ.

ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ປະກອບຄໍາຄິດເຫັນ ຢ່າງກົງໄປກົງມາ, ເບິ່ງບັນຫາ, ຕີລາຄາບັນຫາຕ່າງໆ ຢ່າງຈະ ແຈ້ງ, ຊັດເຈນ ແລະ ແທດກັບຕົວຈິງ, ຍົກເຫດຍົກຜົນ ເພື່ອອະທິບາຍບັນຫາ, ເຮັດໃຫ້ອະນຸກໍາມະການເນື້ອໃນ ສືບ ຕໍ່ນໍາໄປຄົ້ນຄວ້າ ແລະ ປັບປຸງ ໃຫ້ຈະແຈ້ງ, ຮັດກຸມ, ຄົບຖ້ວນ ແລະ ສົມບູນຂຶ້ນກວ່າເກົ່າ.

ທາບທາມເນື້ອໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ xii ຂອງພັກ ຢູ່ແຂວງພາກເໜືອ - 462673256 1086082726860876 2871644630609230559 n - ທາບທາມເນື້ອໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ຢູ່ແຂວງພາກເໜືອ

ຂ່າວ: ຫ້ອງວ່າການສູນກາງພັກ

ທາບທາມເນື້ອໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ xii ຂອງພັກ ຢູ່ແຂວງພາກເໜືອ - 5 - ທາບທາມເນື້ອໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ຢູ່ແຂວງພາກເໜືອ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!