ສ.ເກົາຫລີ ເພີ່ມງົບສະໜັບສະໜູນອາຊຽນສອງເທົ່າເປັນ 48 ລ້ານໂດລາສະຫະລັດ ພາຍໃນປີ 2027

ສ.ເກົາຫລີ ເພີ່ມງົບສະໜັບສະໜູນອາຊຽນສອງເທົ່າເປັນ 48 ລ້ານໂດລາສະຫະລັດ ພາຍໃນປີ 2027 - PYH2024101008280001300 P4 - ສ.ເກົາຫລີ ເພີ່ມງົບສະໜັບສະໜູນອາຊຽນສອງເທົ່າເປັນ 48 ລ້ານໂດລາສະຫະລັດ ພາຍໃນປີ 2027
ສ.ເກົາຫລີ ເພີ່ມງົບສະໜັບສະໜູນອາຊຽນສອງເທົ່າເປັນ 48 ລ້ານໂດລາສະຫະລັດ ພາຍໃນປີ 2027 - kitchen vibe - ສ.ເກົາຫລີ ເພີ່ມງົບສະໜັບສະໜູນອາຊຽນສອງເທົ່າເປັນ 48 ລ້ານໂດລາສະຫະລັດ ພາຍໃນປີ 2027

      ຜູ້ນໍາ ສ.ເກົາຫລີ ປະກາດແຜນຈັດສັນງົບປະມານສະໜັບສະໜູນອາຊຽນເພີ່ມອີກສອງເທົ່າ ເປັນ 48 ລ້ານໂດລາສະຫະລັດ ໃນອີກ 3 ປີຕໍ່ໜ້າ.

     ປະທານາທິບໍດີ ຢຸນ ຊອກຢໍ ຜູ້ນໍາ ສ.ເກົາຫລີ ກ່າວລະຫວ່າງກອງປະຊຸມອາຊຽນ-ເກົາຫລີ ເຊິ່ງເປັນສ່ວນໜຶ່ງຂອງກອງປະຊຸມສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ ຢູ່ນະຄອນຫລວງວຽງຈັນວ່າ: ສ.ເກົາຫລີ ກຽມຈັດສັນງົບປະມານສະໜັບສະໜູນເຂົ້າສູ່ກອງທຶນການຮ່ວມມືກັບອາຊຽນ ເພີ່ມອີກສອງເທົ່າເປັນ 48 ລ້ານໂດລາສະຫະລັດ ພາຍໃນປີ 2027 ເພື່ອສະໜັບສະໜູນການດໍາເນີນງານຂອງໂຄງການໃນພາກພື້ນ.

ສ.ເກົາຫລີ ເພີ່ມງົບສະໜັບສະໜູນອາຊຽນສອງເທົ່າເປັນ 48 ລ້ານໂດລາສະຫະລັດ ພາຍໃນປີ 2027 - Visit Laos Visit SALANA BOUTIQUE HOTEL - ສ.ເກົາຫລີ ເພີ່ມງົບສະໜັບສະໜູນອາຊຽນສອງເທົ່າເປັນ 48 ລ້ານໂດລາສະຫະລັດ ພາຍໃນປີ 2027

      ການເຄື່ອນໄຫວດັ່ງກ່າວຂອງ ສ.ເກົາຫລີ ຖືເປັນຄວາມພະຍາຍາມຄັ້ງສໍາຄັນໃນການຍົກລະດັບການຮ່ວມມືລະຫວ່າງອາຊຽນກັບ ສ.ເກົາຫລີ ນັບແຕ່ທັງສອງຝ່າຍເຫັນພ້ອມການເປັນຫຸ້ນສ່ວນທາງຍຸດທະສາດໃນປີ 2010.

      ຂະນະທີ່ກອງທຶນການຮ່ວມມືດັ່ງກ່າວໄດ້ຮັບການຈັດຕັ້ງໃນປີ 1990 ເພື່ອສະໜັບສະໜູນການດໍາເນີນງານລະຫວ່າງອາຊຽນກັບ ສ.ເກົາຫລີ ໃນດ້ານການຮ່ວມມືການພັດທະນາ, ການພັດທະນາຊັບພະຍາກອນມະນຸດ ແລະ ການແລກປ່ຽນທາງວິຊາການ ແລະ ວັດທະນະທໍາ.

     ປັດຈຸບັນ, ອາຊຽນເປັນຄູ່ຄ້າ ແລະ ຈຸດໝາຍການລົງທຶນຂະໜາດໃຫຍ່ອັນດັບສອງຂອງ ສ.ເກົາຫລີ ມູນຄ່າການຄ້າລະຫວ່າງສອງຝ່າຍໃນປີຜ່ານມາ ບັນລຸ 187,200 ລ້ານໂດລາສະຫະລັດ.

ສ.ເກົາຫລີ ເພີ່ມງົບສະໜັບສະໜູນອາຊຽນສອງເທົ່າເປັນ 48 ລ້ານໂດລາສະຫະລັດ ພາຍໃນປີ 2027 - 5 - ສ.ເກົາຫລີ ເພີ່ມງົບສະໜັບສະໜູນອາຊຽນສອງເທົ່າເປັນ 48 ລ້ານໂດລາສະຫະລັດ ພາຍໃນປີ 2027
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!