ໂກຕ້າ 3.000 ຄົນ ໃຜຈະໄດ້ຫລາຍໄດ້ໜ້ອຍ
ໂດຍ: ກ້ອງສ່ອງ ອິດສະຫລະ
ສຳລັບອາທິດນີ້, ຜູ້ຂຽນກໍຍັງກ້ຽວກອດວົນວຽນຢູ່ໃນບັນຍາກາດກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ 8. ອັນສາເຫດກໍຍ້ອນວ່າ, ຜ່ານກອງປະຊຸມຄັ້ງນີ້ໄດ້ມີຫລາຍເນື້ອໃນ, ຫລາຍບັນຫາທີ່ພົ້ນເດັ່ນ ນັບທັງການປະກອບຄຳຄິດຄຳເຫັນ ແລະ ຄຳຊັກຖາມຂອງບັນດາຜູ້ແທນໃນແຕ່ລະເຂດກໍເຫັນວ່າມັນເຂົ້າແກັບເຂົ້າເກຍ ແລະ ທັງມີເນື້ອຫາສາລະທີ່ພົ້ນເດັ່ນ ເຊິ່ງພວກເຮົາຈະຕ້ອງໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງຖີ່ຖ້ວນເລິກເຊິ່ງ ເພາະມັນພົວພັນເຖິງພາລະກິດຂອງພວກເຮົາໂດຍທາງກົງ ແລະ ທາງອ້ອມ. ຕົວຢ່າງບັນຫາທີ່ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ຕອບຄຳຊັກຖາມສະມາຊິກສະພາແຫ່ງຊາດຊຸດທີ 8 ຄັ້ງວັນທີ 23 ຕຸລາ 2017 ໄດ້ມີຫລາຍຂໍ້ຫລາຍເນື້ອໃນທີ່ສຳຄັນ ເຊິ່ງໜຶ່ງໃນຫລາຍບັນຫາທີ່ສຳຄັນນັ້ນກໍແມ່ນໂກຕ້າລັດຖະກອນໃໝ່ໃນປີ 2018 ຈຳນວນ 3.000 ຄົນທີ່ລັດຖະບານໄດ້ສະເໜີຕໍ່ສະພາ ໂດຍຈຳນວນດັ່ງກ່າວຈະສຸມໃສ່ຈັດແບ່ງໃຫ້ບັນດາຂະແໜງການ ແລະ ທ້ອງຖິ່ນຄືແນວໃດ ເພື່ອຮັບປະກັນໃຫ້ວຽກງານມີປະສິດທິຜົນ.
ຕໍ່ຄຳສົນໃຈ ແລະ ຊັກຖາມຂອງບັນດາຜູ້ແທນສະພາ, ທ່ານນາຍົກເຮົາກໍໄດ້ຕອບໂດຍສັງເຂບສັ້ນໆວ່າ: ກ່ຽວກັບການຈັດສັນໂກຕ້າພະນັກງານລະອຽດແມ່ນລັດຖະບານມອບໃຫ້ກະຊວງພາຍໃນຈັດແບ່ງລະອຽດແລ້ວລາຍງານໃຫ້ສະພາແຫ່ງຊາດຕື່ມ, ແຕ່ຕາມທິດຂອງລັດຖະບານແມ່ນຈະໃຫ້ບູລິມະສິດແກ່ຂະແໜງການສຶກສາ (ຄູສອນ), ຂະແໜງສາທາລະນະສຸກ (ແພດ) ແລະ ວິຊາການດ້ານເຕັກນິກຂອງຂະແໜງກະສິກຳຢູ່ໃນເຂດຊົນນະບົດ ແລະ ເຂດຫ່າງໄກສອກຫລີກ. ເມື່ອໄດ້ເຫັນ ແລະ ຮັບຮູ້ກ່ຽວກັບທິດຊີ້ນຳ ແລະ ການໃຫ້ບູລິມະສິດຂອງລັດຖະບານແລ້ວ, ຜູ້ຈັດຕັ້ງປະຕິບັດໃນຂັ້ນຕໍ່ໄປ ກໍຄືຜູ້ທີ່ມີໜ້າທີ່ກ່ຽວຂ້ອງ. ໃນຄວາມເປັນຈິງແລ້ວ ການໃຫ້ໂກຕ້າຮັບເອົາພະນັກງານ-ລັດຖະກອນໃໝ່ໃນແຕ່ລະປີ ລັດຖະບານກໍມີແຜນຮັບຢູ່ທຸກປີ, ແຕ່ຜ່ານການຈັດຕັ້ງປະຕິບັດ ແລະ ໄດ້ຕົວເລກໄປແລ້ວ ເຫັນວ່າຂະແໜງການທີ່ກ່ຽວຂ້ອງສ່ວນໜຶ່ງຍັງບໍ່ທັນປະຕິບັດຕາມຫລັກການຂອງກົດໝາຍ ແລະ ການຊີ້ນຳຢ່າງເຄັ່ງຂັດ ແລະ ເດັດຂາດ, ຍັງມີສະພາບເຫັນແກ່ຄົນເພິ່ນຄົນໂຕ, ພະນັກງານແກນນຳຈຳນວນໜຶ່ງສວຍໂອກາດຮັບເອົາຄົນທີ່ບໍ່ຄົບຕາມເງື່ອນໄຂ, ບໍ່ໄດ້ມາດຕະຖານຂອງງານ ແລະ ທັງບໍ່ຖືກເປົ້າ.
ໃນສະພາບສັງຄົມບ້ານເຮົາປັດຈຸບັນນີ້ ບໍ່ວ່າຢູ່ຂະແໜງການໃດກໍເກີດມີພະນັກງານອາສາສະໝັກ ຍ້ອນເຫັນວ່າໃນກົມກອງ ແລະ ຂະແໜງການຂອງຕົນຂາດພະນັກງານທີ່ຈຳເປັນເຊັ່ນວ່າ: ມີພະນັກງານຂັ້ນນຳແລ້ວພັດຍັງຂາດພະນັກງານວິຊາການ, ໄດ້ຫົວໜ້າແລ້ວພັດຍັງລູກນ້ອງ, ຍັງຜູ້ຮູ້ພາສາຝຣັ່ງ-ອັງກິດ, ຍັງຜູ້ຮູ້ໄອທີ, ຍັງຜູ້ຂັບລົດໃຫ້, ຍັງຜູ້ຮັບເອົາເອກະສານໄປໃຫ້ຫົວໜ້າເຊັນ, ຫລາຍຜູ້ຫລາຍຄົນມັນກໍເລີຍເປັນການຈັດຕັ້ງທີ່ບໍ່ກະທັດລັດຮັດກຸມເທົ່າທີ່ຄວນ. ບັນຫາການສ້າງພະນັກງານໃນຫລາຍປີຜ່ານມາ ພວກເຮົາຍັງບໍ່ທັນເຮັດໄດ້ຢ່າງຮອບດ້ານ ເປັນຕົ້ນສ້າງຄົນ ຫລື ສ້າງພະນັກງານວິຊາການຕ້ອງໃຫ້ເຮັດໄດ້ຫລາຍວຽກເຊັ່ນ: ພາສາຝຣັ່ງ-ອັງກິດກໍຢູ່ຫັ້ນ, ຂັບລົດກໍຢູ່ຫັ້ນ, ພະນັກງານວິຊາການ-ວິຊາສະເພາະກໍຢູ່ຫັ້ນ ແລ້ວຜົນໄດ້ຮັບກໍຄືປະສິດທິພາບ, ປະສິດທິຜົນຂອງງານມັນຄົບເຄື່ອງໄດ້ມາດຕະຖານ, ຄວາມສິ້ນເປືອງໃນການໃຊ້ຈ່າຍບໍລິຫານມັນກໍປະຢັດ. ໃນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ 8 ທາງຜູ້ແທນສະພາຫລາຍທ່ານກໍໄດ້ຍົກເລື່ອງຄູອາສາສະໝັກທີ່ເຮັດໜ້າທີ່ສິດສອນມາຫລາຍຟ້າຫລາຍປີ, ບາງຄົນກໍຜູ້ລະສີ່ຫ້າປີ ໂດຍສະເພາະແມ່ນຄູອາສາທີ່ສິດສອນຢູ່ເຂດຊົນນະບົດຫ່າງໄກສອກຫລີກ ເຫັນວ່າມີຄວາມຈຳເປັນແທ້, ສ່ວນວ່າຈະຫລາຍ ຫລື ໜ້ອຍຊໍ່າໃດນັ້ນກໍເປັນເລື່ອງຂອງຄວາມຮຽກຮ້ອງຕ້ອງການ ແລະ ເງື່ອນໄຂໃນຂະແໜງການທີ່ກ່ຽວຂ້ອງ, ແຕ່ກໍເຊື່ອໝັ້ນວ່າຕົວເລກຄູອາສາໃນປີຕໍ່ໄປຈະໄດ້ຖືກຮັບເອົາເຂົ້າເປັນລັດຖະກອນຕາມຂັ້ນຕອນທີ່ໂປ່ງໃສ ແລະ ຫລາຍກວ່າປີທີ່ຜ່ານໆມາແນ່ນອນ.