ໂຊມາລີປະກາດຫ້າມໃຊ້ຖົງຢາງປລາສຕິກແບບໃຊ້ເທື່ອດຽວ ເພື່ອແກ້ໄຂບັນຫາມົນລະພິດຈາກຂີ້ເຫຍື້ອ

ໂຊມາລີປະກາດຫ້າມໃຊ້ຖົງຢາງປລາສຕິກແບບໃຊ້ເທື່ອດຽວ ເພື່ອແກ້ໄຂບັນຫາມົນລະພິດຈາກຂີ້ເຫຍື້ອ - 220915151909 02 single use plastic bags - ໂຊມາລີປະກາດຫ້າມໃຊ້ຖົງຢາງປລາສຕິກແບບໃຊ້ເທື່ອດຽວ ເພື່ອແກ້ໄຂບັນຫາມົນລະພິດຈາກຂີ້ເຫຍື້ອ
ໂຊມາລີປະກາດຫ້າມໃຊ້ຖົງຢາງປລາສຕິກແບບໃຊ້ເທື່ອດຽວ ເພື່ອແກ້ໄຂບັນຫາມົນລະພິດຈາກຂີ້ເຫຍື້ອ - kitchen vibe - ໂຊມາລີປະກາດຫ້າມໃຊ້ຖົງຢາງປລາສຕິກແບບໃຊ້ເທື່ອດຽວ ເພື່ອແກ້ໄຂບັນຫາມົນລະພິດຈາກຂີ້ເຫຍື້ອ

      ໂຊມາລີປະກາດຫ້າມໃຊ້ຖົງຢາງປລາສຕິກແບບໃຊ້ເທື່ອດຽວ ຫວັງແກ້ບັນຫາມົນລະພິດ ໂດຍເປັນປະເທດຫລ້າສຸດໃນອາຟຣິກາທີ່ພະຍາຍາມຢຸດບັນຫາຂີ້ເຫຍື້ອທີ່ບໍ່ສາມາດຍ່ອຍສະຫລາຍໄດ້.

      ກົດໝາຍສະບັບໃໝ່ທີ່ປະກາດຄັ້ງທໍາອິດໃນເດືອນກຸມພາຜ່ານມາ ຫ້າມການນໍາເຂົ້າ, ຜະລິດ, ຈໍາໜ່າຍ ແລະ ໃຊ້ຖົງຢາງປລາສຕິກ ເຊິ່ງປົກກະຕິແລ້ວມັກຖືກຖິ້ມເປັນຂີ້ເຫຍື້ອ ຫລື ຝັງຖິ້ມໃນຂຸມ.

ໂຊມາລີປະກາດຫ້າມໃຊ້ຖົງຢາງປລາສຕິກແບບໃຊ້ເທື່ອດຽວ ເພື່ອແກ້ໄຂບັນຫາມົນລະພິດຈາກຂີ້ເຫຍື້ອ - Visit Laos Visit SALANA BOUTIQUE HOTEL - ໂຊມາລີປະກາດຫ້າມໃຊ້ຖົງຢາງປລາສຕິກແບບໃຊ້ເທື່ອດຽວ ເພື່ອແກ້ໄຂບັນຫາມົນລະພິດຈາກຂີ້ເຫຍື້ອ

      ທ່ານ ອຸສມານ ຢູຊຸບ ນັກປຸກລະດົມດ້ານສິ່ງແວດລ້ອມ ກ່າວວ່າ: ປະເທດແຫ່ງນີ້ອາໄສຖົງຢາງປລາສຕິກເປັນຈໍານວນຫລາຍ ແລະ ອຸດສາຫະກໍານີ້ມີມູນຄ່າຫລາຍກວ່າ 50 ລ້ານໂດລາສະຫະລັດ ບໍ່ມີເຫດຜົນໃນການໃຊ້ຖົງຢາງປລາສຕິກທີ່ອັນຕະລາຍເຫລົ່ານີ້ຕໍ່ໄປ.

     ໂຊມາລີເຂົ້າຮ່ວມກັບປະເທດແຫ່ງອື່ນໃນອາຟຣິກາ ລວມທັງປະເທດໃກ້ຄຽງຄືເກນຢາ ແລະ ແທນຊາເນຍ ເຊິ່ງປະກາດຫ້າມໃຊ້ຖົງຢາງປລາສຕິກແບບໃຊ້ເທື່ອດຽວ ໂດຍເກນຢາໄດ້ອອກກົດໝາຍຫ້າມໃຊ້ຖົງຢາງປລາສຕິກ ເຊິ່ງມີຄວາມເຂັ້ມງວດທີ່ສຸດສະບັບໜຶ່ງຂອງໂລກໃນປີ 2020 ດ້ວຍການກໍານົດໂທດປັບໄໝ ຫລື ຕິດຄຸກ.

      ສ່ວນໂຄງການສິ່ງແວດລ້ອມແຫ່ງສະຫະປະຊາຊາດ (UNEP) ປະເມີນວ່າ: ຂີ້ເຫຍື້ອປລາສຕິກທີ່ຖູກຖິ້ມໃນທະເລ, ແມ່ນໍ້າ ແລະ ທະເລສາບທຸກວັນ ອາດທຽບເທົ່າລົດບັນທຸກຂີ້ເຫຍື້ອ 2,000 ຄັນ. ຂະນະທີ່ໃນແຕ່ລະປີມີຂີ້ເຫຍື້ອປລາສຕິກປະມານ 19-23 ລ້ານໂຕນ ຮົ່ວໄຫລສູ່ລະບົບນິເວດທາງນໍ້າ.

     ການປະກາດບັງຄັບໃຊ້ກົດໝາຍດັ່ງກ່າວຂອງໂຊມາລີມີຜົນພາຍຫລັງການເຈລະຈາສະຫລຸບ ເພື່ອບັນລຸສົນທິສັນຍາກ່ຽວກັບມົນລະພິດຈາກປລາສຕິກສະບັບທໍາອິດຂອງໂລກ ຢູ່ນະຄອນຫລວງໄນໂຣບີ ໃນວັນທີ 30 ກັນຍາຜ່ານມາ ເຊິ່ງມີຈຸດມຸ້ງໝາຍເພື່ອຕອບສະໜອງຕໍ່ໄພຄຸກຄາມຈາກຂີ້ເຫຍື້ອປລາສຕິກຕໍ່ສິ່ງແວດລ້ອມ ນັບແຕ່ມະຫາສະໝຸດ, ແມ່ນໍ້າ, ພູເຂົາ ແລະ ນໍ້າກ້ອນໃນທະເລ ຕະຫລອດຈົນຕ້ອງໂສ້ອາຫານ ເນື່ອງຈາກສັດກິນຂີ້ເຫຍື້ອປລາສຕິກ.

      ທັງນີ້, ນາໆປະເທດຍັງຜະເຊີນແຮງກົດດັນໃນການຫາຈຸດຢືນຮ່ວມກັນ ກ່ອນການເຈລະຈາຮອບສຸດທ້າຍ ເຊິ່ງຈະຈັດຂຶ້ນຢູ່ປະເທດ ສ.ເກົາຫລີ ໃນເດືອນທັນວານີ້.

ໂຊມາລີປະກາດຫ້າມໃຊ້ຖົງຢາງປລາສຕິກແບບໃຊ້ເທື່ອດຽວ ເພື່ອແກ້ໄຂບັນຫາມົນລະພິດຈາກຂີ້ເຫຍື້ອ - 3 - ໂຊມາລີປະກາດຫ້າມໃຊ້ຖົງຢາງປລາສຕິກແບບໃຊ້ເທື່ອດຽວ ເພື່ອແກ້ໄຂບັນຫາມົນລະພິດຈາກຂີ້ເຫຍື້ອ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!