ເທີແມນ ຊະນະຄະແນນ ກາເຊຍ ໄດ້ແຊ໊ມມາອີກເສັ້ນຫນຶ່ງ

- kitchen vibe - ເທີແມນ ຊະນະຄະແນນ ກາເຊຍ ໄດ້ແຊ໊ມມາອີກເສັ້ນຫນຶ່ງ

- 1309092 300x155 - ເທີແມນ ຊະນະຄະແນນ ກາເຊຍ ໄດ້ແຊ໊ມມາອີກເສັ້ນຫນຶ່ງ
ຄີສ ເທີແມນ ນັກມວຍຊາວ ອາເມຣິກາ ເຈົ້າຂອງແຊ໊ມໂລກ ຮຸ່ນ ເວລເທີເວດ ຂອງ ສະມາຄົມ ມວຍໂລກ ຫລື ດັບເບິລຢູບີເອ ສາມາດຍາດສາຍແອວແຊ໊ມ ໂລກຮຸ່ນດຽວກັນຂອງສະພາ ມວຍໂລກ ຫລື ດັບເບິລຢູບີຊີ ມາ ຄອງໄດ້ອີກເສັ້ນ ຫລັງເອົາຊະນະ ແດນນີ ກາເຊຍ ໝູ່ຮ່ວມຊາດໄປ ໃນກາຊົກທີ່ ບາເຄລ ເຊນເຕີ ໃນນິວຢອກ ປະເທດສະຫະລັດ ອາເມຣິກາ.
ກຳມະການ 2 ຄົນທຳອິດ ໃຫ້ ເທີແມນ ຊະນະ 116-112, 115-113. ແຕ່ກຳມະການອີກ ຄົນໃຫ້ ກາເຊຍຊະນະ 115-113 ເຊິ່ງການຊົກຂອງນັກຊົກ ອາຍຸ 28 ປີເທົ່າກັນ ນັບເປັນຄັ້ງທີ 3 ໃນປະຫວັດສາດທີ 2 ນັກຊົກ ເຊິ່ງບໍ່ເຄີຍເສຍໃຫ້ໃຜມາກ່ອນ ຕ້ອງມາສູ່ກັນເອງ ເພື່ອຍາດແຊ໊ມ ໂລກ ເວລເທີເວດ ແຕ່ເປັນຄັ້ງທຳ ອິດນັບຕັ້ງ ອອສກາ ເດີລາ ໂຮຍາ ພົບກັບ ເຟລິກ ດຣິນິແແດ ໃນປີ 1999.
ເທີແມນ ຍັງເປັນນັກຊົກຄົນ ທຳອິດຂອງຮຸ່ນທີ່ຖືສາຍແອວ ແຊ໊ມຫລາຍກວ່າ 1 ເສັ້ນ ຕັ້ງແຕ່ ຟລອຍ ເມເວີເທີ ຄອງແຊ໊ມ ດັບ ເບິລຢູບີເອ, ດັບເບິລຢູບີຊີ ແລະ ດັບເບິລຢູບີໂອ ຫລັງເອົາຊະນະ ແມນນີ ປາກຽວ ໃນປີ 2015.

- 5 - ເທີແມນ ຊະນະຄະແນນ ກາເຊຍ ໄດ້ແຊ໊ມມາອີກເສັ້ນຫນຶ່ງ
- Visit Laos Visit SALANA BOUTIQUE HOTEL - ເທີແມນ ຊະນະຄະແນນ ກາເຊຍ ໄດ້ແຊ໊ມມາອີກເສັ້ນຫນຶ່ງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!