ແຂວງບໍລິຄຳໄຊກຽມຈັດຫລາຍກິດຈະກຳເພື່ອຮອງຮັບປີທ່ອງທ່ຽວລາວ 2018


ວັນທີ 6 ພະຈິກນີ້, ແຂວງ ບໍລິຄຳໄຊ ໄດ້ຈັດກອງປະຊຸມ ເຜີຍແຜ່ຂໍ້ຕົກລົງຂອງ ທ່ານ ເຈົ້າ ແຂວງສະບັບເລກທີ 832 ແລະ 833/ຂບຊ, ວ່າດ້ວຍການແຕ່ງ ຕັ້ງປະທານ ແລະ ຮອງປະທານ ອານຸກຳມະການຮັບຜິດຊອບ ການຈັດງານປີທ່ອງທ່ຽວລາວ 2018 ຂັ້ນເມືອງ, ໂດຍແມ່ນ ທ່ານ ຮອງເຈົ້າແຂວງເປັນປະ ທານເພື່ອຊີ້ນຳນຳພາການຈັດ ຕັ້ງປະຕິບັດວຽກງານດັ່ງກ່າວ ໃຫ້ມີປະສິດທິຜົນ ແລະ ແຂວງ ໄດ້ກຳນົດເອົາງານບຸນນະມັດສະ ການພະບາດໂພນສັນທີ່ຈະມາ ເຖິງນີ້ ເປັນມື້ເປີດພິທີ, ໂດຍຈະມີ ກິດຈະກຳຕ່າງໆເຊັ່ນ: ງານຕະ ຫລາດນັດ-ວາງສະແດງສິນຄ້າ ຫັດຖະກຳ, ອຸດສະຫະກຳ ແລະ ຜະລິດຕະພັນການທ່ອງທ່ຽວ, ທ່ຽວຊົມງານວາງສະແດງ ແລະ ໄຫ້ວຮອຍພະບາດ, ງານບຸນນະ ມັດສະການພະບາດ- ໂພນສັນ ແລະ ງານໃສ່ບາດໂພນສັນຈະ ໃຊ້ເວລາ 9 ວັນເຕັມ, ພາຍໃຕ້ ຄຳຂວັນທີ່ວ່າ: “ໄປທ່ອງທ່ຽວ ບໍລິຄຳໄຊ ນ້ຳໃຈມິດຕະພາບ, ດິນແດນກຸຫລາບກາບພະບາດ ໃຫຍ່ ໂພນສັນ, ອາຍຸໝັ້ນພັນປີ”.


+ ບໍລິຄຳໄຊຈະເປີດປະຕູທ່ອງທ່ຽວໃນມື້ບຸນນະມັດສະການພະທາດພະບາດໂພນສັນ
+ ຄຳມ່ວນ-ສະຫວັນນະເຂດຈັດຄາລະວານລົດຖີບມິດຕະພາບສົ່ງເສີມການທ່ອງທ່ຽວ
ຈຸດປະສົງກໍເພື່ອເປັນການ ຂະຫຍາຍ ແລະ ສົ່ງເສີມປີທ່ອງ ທ່ຽວລາວ 2018 ໃຫ້ກວ້າງ ຂວາງ, ຊຸກຍູ້ປຸກລະດົມຂະບວນ ການພັດທະນາ ແລະ ສົ່ງເສີມ ການທ່ອງທ່ຽວຂອງແຂວງ ທີ່ຖືເອົາການທ່ອງທ່ຽວທຳ ມະຊາດ, ວັດທະນະທຳ ແລະ ປະຫວັດສາດ ໃຫ້ມີການຂະ ຫຍາຍຕົວຢ່າງແຂງແຮງ, ຕໍ່ ເນື່ອງ, ເປັນການພັດທະນາການ ທ່ອງທ່ຽວ ໃຫ້ກາຍເປັນອຸດສະ ຫະກຳການທ່ອງທ່ຽວ, ເປັນ ການດຶງດູດນັກທ່ອງທ່ຽວທັງ ພາຍໃນ ແລະ ຕ່າງປະເທດໃຫ້ ຫລາຍຂຶ້ນຄຽງຄູ່ກັບການພັດທະ ນາຂະແໜງການອື່ນໆ ແລະ ເປັນ ການສົ່ງເສີມຜະລິດ ຕະພັນຫັດ ຖະກຳ, ກະສິກຳ ແລະ ການປຸງ ແຕ່ງເພື່ອເຮັດໃຫ້ຊີວິດການເປັນ ຢູ່ຂອງພໍ່ແມ່ປະຊາຊົນບັນດາເຜົ່າ ນັບມື້ນັບດີຂຶ້ນ. ພ້ອມນີ້ກອງປະ ຊຸມຍັງໄດ້ຮຽກຮ້ອງໃຫ້ອະນຸກຳ ມະການດ້ານຕ່າງໆ ທີ່ຖືກແຕ່ງ ຕັ້ງຈົ່ງໄດ້ມີຄວາມຮັບຜິດຊອບ ສູງຕໍ່ບັນດາໜ້າວຽກຂອງຕົນ, ຂຶ້ນແຜນງົບປະມານ, ກຳນົດ ແຜນກິດຈະກຳ, ແຜນດຳເນີນ ງານບັນດາໜ້າວຽກ ຂອງຕົນໃຫ້ ລະອຽດ, ຈະແຈ້ງເພື່ອນຳໄປຈັດ ຕັ້ງປະຕິບັດໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ.

