ກອງປະຊຸມບັນດານະຄອນອາຊີຕາເວັນອອກສ່ຽງໃຕ້ຂອງສະມາຄົມທີ່ນໍາໃຊ້ພາສາຝຣັ່ງ RVASE

ກອງປະຊຸມບັນດານະຄອນອາຊີຕາເວັນອອກສ່ຽງໃຕ້ຂອງສະມາຄົມທີ່ນໍາໃຊ້ພາສາຝຣັ່ງ RVASE - 460085667 1073858241094298 6325200381924957618 n - ກອງປະຊຸມບັນດານະຄອນອາຊີຕາເວັນອອກສ່ຽງໃຕ້ຂອງສະມາຄົມທີ່ນໍາໃຊ້ພາສາຝຣັ່ງ RVASE
ກອງປະຊຸມບັນດານະຄອນອາຊີຕາເວັນອອກສ່ຽງໃຕ້ຂອງສະມາຄົມທີ່ນໍາໃຊ້ພາສາຝຣັ່ງ RVASE - kitchen vibe - ກອງປະຊຸມບັນດານະຄອນອາຊີຕາເວັນອອກສ່ຽງໃຕ້ຂອງສະມາຄົມທີ່ນໍາໃຊ້ພາສາຝຣັ່ງ RVASE

ວັນທີ 17 ກັນຍາ 2024 ນີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ ໄດ້ຈັດກອງປະຊຸມບັນດານະຄອນອາຊີຕາເວັນອອກສ່ຽງໃຕ້ຂອງສະມາຄົມທີ່ນໍາໃຊ້ພາສາຝຣັ່ງ RVASE (AIMF) ໂດຍການເປັນປະທານຮ່ວມຂອງ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ, ທ່ານ ເຟເດຣິກ ວານລິເອ ຜູ້ແທນຂັ້ນສູງຂອງສະມາຄົມບັນດາເຈົ້າຄອງນະຄອນທີ່ນໍາໃຊ້ພາສາຝຣັ່ງ AIMF, ທ່ານ ລີໂອນາດ ເນວ ຄະນະຜູ້ແທນສະຫະພາບເອີຣົບ ແລະ ມີບັນດາຄະນະຜູ້ແທນຂອງແຂວງ, ນະຄອນ ເຂົ້າຮ່ວມ.

ທ່ານ ອາດສະພັງທອງ ສີພັນດອນ ກ່າວວ່າ: ກອງປະຊຸມເຄືອຂ່າຍບັນດານະຄອນອາຊີຕາເວັນ ອອກສ່ຽງໃຕ້ ຂອງສະມາຄົມບັນດາເຈົ້າຄອງນະຄອນ ທີ່ນໍາໃຊ້ພາສາຝຣັ່ງ AIMF ໄດ້ຈັດຂຶ້ນຄັ້ງທໍາອິດ ໃນປີ 2017 ໂດຍບັນດາອໍານາດການປົກຄອງທ້ອງຖິ່ນ ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ໄດ້ມີການຈັດກອງປະຊຸມຮ່ວມກັນໃນກອບຂອງຄູ່ຮ່ວມຍຸດທະສາດ ລະຫວ່າງ ສະມາຄົມສາກົນເຈົ້າຄອງນະຄອນທີ່ນຳໃຊ້ພາສາຝຣັ່ງ (AIMF) ຮ່ວມກັບ ສະຫະພາບເອີຣົບ (EU), ໃນກອງປະຊຸມດັ່ງກ່າວໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນ ເເລະ ຄວາມຈຳເປັນຂອງການສ້າງຕັ້ງເຄືອຂ່າຍບັນດານະຄອນໃນພາກພື້ນອາຊີຕາເວັນອອກສຽງໃຕ້ (RVASE), ໂດຍມີຈຸດປະສົງ ເພື່ອການເສີມຂະຫຍາຍການຮ່ວມມື ແລະ ການແລກປ່ຽນແນວທາງການຈັດຕັ້ງປະຕິບັດທີ່ແທດເໝາະໃນການຮັບມືກັບວິກິດການ, ການເຊື່ອມໂຍງພົນລະເມືອງ ແລະ ການສົ່ງເສີມທາງດ້ານການພັດທະນາຕົວເມືອງ. ແຜນຈັດຕັ້ງປະຕິບັດງານເເມ່ນໄດ້ມີການຮັບຮອງ ໂດຍລະບຸຊັດເຈນດ້ານກອບຂອງການຮ່ວມມື ເພື່ອໃຫ້ບັນລຸເປົ້າໝາຍຮ່ວມກັນເຊັ່ນ: ການຄຸ້ມຄອງຂໍ້ມູນດ້ານເຕັກໂນໂລຊີ, ການຫັນເປັນນະຄອນອັດສະລິຍະ, ການຫັນເປັນຕົວເມືອງຕົວແບບມາດຖານ ແລະ ມີຄວາມເຂັ້ມແຂງ ໃນການຕ້ານກັບການປ່ຽນແປງທາງດ້ານດິນຟ້າອາກາດ.

ກອງປະຊຸມບັນດານະຄອນອາຊີຕາເວັນອອກສ່ຽງໃຕ້ຂອງສະມາຄົມທີ່ນໍາໃຊ້ພາສາຝຣັ່ງ RVASE - Visit Laos Visit SALANA BOUTIQUE HOTEL - ກອງປະຊຸມບັນດານະຄອນອາຊີຕາເວັນອອກສ່ຽງໃຕ້ຂອງສະມາຄົມທີ່ນໍາໃຊ້ພາສາຝຣັ່ງ RVASE

ກອງປະຊຸມໃນຄັ້ງນີ້, ຈະກາຍເປັນຂີດໝາຍອັນສໍາຄັນເບື້ອງຕົ້ນທີ່ບັນດາທ່ານຄະນະຜູ້ແທນເຂົ້າຮ່ວມກອງປະຊຸມທັງໝົດ ໄດ້ປະກອບຄໍາເຫັນ, ປຶກສາຫາລື, ແລກປ່ຽນທັດສະນະຢ່າງເປັນຮູບປະທໍາ ແລະ ດ້ວຍເຫດຜົນຢ່າງເໝາະສົມ ແນໃສ່ເພື່ອເສີມສ້າງການພົວພັນ ແລະ ການຮ່ວມມືຂອງຂົງເຂດ. ພ້ອມນັ້ນ, ນວ ແມ່ນໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການເສີມສ້າງຄວາມສາມັກຄີ, ການພົວພັນຮ່ວມມື ຈະສືບຕໍ່ຊຸກຍູ້ນະໂຍບາຍ ແລະ ການຈັດຕັ້ງປະຕິບັດເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ເພື່ອການພັດທະນາແບບຍືນຍົງ. ພ້ອມນີ້, ສປປ ລາວ ຍັງໄດ້ກຳນົດເອົາປີນີ້ເປັນ “ປີທ່ອງທ່ຽວລາວ 2024” ເພື່ອສົ່ງເສີມການທ່ອງທ່ຽວ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ການຮ່ວມມືທາງດ້ານເສດຖະກິດ-ສັງຄົມ ຮ່ວມກັບບັນດາປະເທດອາຊຽນໃນພາກພື້ນ ແລະ ໃນໂລກ ຊຶ່ງຈະນໍາເອົາຜົນປະໂຫຍດທາງດ້ານເສດຖະກິດໃນທາງກົງ ແລະ ທາງອ້ອມເຊື່ອມຈອດກັບພາກພື້ນ ແລະ ສາກົນ.

ກອງປະຊຸມບັນດານະຄອນອາຊີຕາເວັນອອກສ່ຽງໃຕ້ຂອງສະມາຄົມທີ່ນໍາໃຊ້ພາສາຝຣັ່ງ RVASE - 460089052 1073858231094299 4967662390158250012 n 1024x671 - ກອງປະຊຸມບັນດານະຄອນອາຊີຕາເວັນອອກສ່ຽງໃຕ້ຂອງສະມາຄົມທີ່ນໍາໃຊ້ພາສາຝຣັ່ງ RVASE

ກອງປະຊຸມບັນດານະຄອນອາຊີຕາເວັນອອກສ່ຽງໃຕ້ຂອງສະມາຄົມທີ່ນໍາໃຊ້ພາສາຝຣັ່ງ RVASE - 5 - ກອງປະຊຸມບັນດານະຄອນອາຊີຕາເວັນອອກສ່ຽງໃຕ້ຂອງສະມາຄົມທີ່ນໍາໃຊ້ພາສາຝຣັ່ງ RVASE
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!