ທະນາຄານແຫ່ງ ສປປ ລາວ ຈັດເວທີສົນທະນາ “ການຊໍາລະດ້ວຍ QR Code ຂອງ ສປປ ລາວ”

ທະນາຄານແຫ່ງ ສປປ ລາວ ຈັດເວທີສົນທະນາ “ການຊໍາລະດ້ວຍ qr code ຂອງ ສປປ ລາວ” - 459162    - ທະນາຄານແຫ່ງ ສປປ ລາວ ຈັດເວທີສົນທະນາ “ການຊໍາລະດ້ວຍ QR Code ຂອງ ສປປ ລາວ”
ທະນາຄານແຫ່ງ ສປປ ລາວ ຈັດເວທີສົນທະນາ “ການຊໍາລະດ້ວຍ qr code ຂອງ ສປປ ລາວ” - kitchen vibe - ທະນາຄານແຫ່ງ ສປປ ລາວ ຈັດເວທີສົນທະນາ “ການຊໍາລະດ້ວຍ QR Code ຂອງ ສປປ ລາວ”

ວັນທີ 13 ກັນຍາ 2024, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດເວທີສົນທະນາ ພາຍໃຕ້ຫົວຂໍ້: “ການຊໍາລະດ້ວຍ QR Code ຂອງ ສປປ ລາວ” ເພື່ອເປັນການແລກປ່ຽນ ແລະ ສ້າງຄວາມເຂົ້າໃຈໃນການຊໍາລະດ້ວຍ QR Code ຂອງ ສປປ ລາວ.

ທ່ານ ສຸລິສັກ ທໍານຸວົງ ຮອງຜູ້ວ່າການ ທຫລ ທັງເປັນປະທານກອງປະຊຸມ ມີຄຳເຫັນວ່າ: ເພື່ອເປັນການເຜີຍແຜ່ວຽກງານການຊໍາລະດ້ວຍ QR Code ຂອງ ສປປ ລາວ ທັງພາຍໃນ ແລະ ຂ້າມແດນ, ສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈໃຫ້ແກ່ສັງຄົມ, ຜູ້ໃຫ້ບໍລິການຊໍາລະ ກໍຄື ນະໂຍບາຍມະຫາພາກດ້ານການຄຸ້ມຄອງລະບົບການຊໍາລະຍ່ອຍພາຍໃນ ແລະ ຂ້າມແດນ, ສົ່ງເສີມການຊໍາລະແບບດີຈິຕອນ ເພື່ອຫລຸດຜ່ອນການນໍາໃຊ້ເງິນສົດ, ສົ່ງເສີມການຊົມໃຊ້ ແລະ ການພັດທະນາດ້ານການໃຫ້ບໍລິການດັ່ງກ່າວ, ເຜີຍແຜ່ກົນໄກ ແລະ ວິທີການແກ້ໄຂຂໍ້ຂັດແຍ່ງ ຊຶ່ງເປັນບັນຫາທີ່ສັງຄົມພວມໃຫ້ຄວາມສົນໃຈ ແນໃສ່ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ໃຊ້ບໍລິການກໍ່ຄືມວນຊົນໃນສັງຄົມ. ພ້ອມນີ້, ທະນາຄານ ແຫ່ງ ສປປ ລາວ  ກໍາລັງຂຸ້ນຂ້ຽວແກ້ໄຂຄວາມຫຍຸ້ງຍາກທາງດ້ານ ເສດຖະກິດ-ການເງິນ, ອັດຕາເງິນເຟີ້ ແລະ ອັດຕາແລກປ່ຽນ ຊຶ່ງວຽກງານທີ່ນໍາສະເໜີໃນຄັ້ງນີ້ ເປັນສ່ວນໜຶ່ງທີ່ຊ່ວຍສະໜັບສະໜູນການແກ້ໄຂບັນຫາດັ່ງກ່າວ, ດຶງລາຍຮັບເງິນຕາຕ່າງປະເທດ ແລະ ເງິນຕານອກລະບົບໃຫ້ເຂົ້າໃນລະບົບທະນາຄານ, ສົ່ງເສີມສະຖຽນລະພາບດ້ານການເງິນ-ເງິນຕາ, ສົ່ງເສີມການພັດທະນາດ້ານນະວັດຕະກໍາດ້ານການເງິນ ແລະ ຫລຸດດຜ່ອນການນໍາໃຊ້ເງິນສົດໃນສັງຄົມ, ທັງເປັນການຈັດຕັ້່ງຜັນຂະຫຍາຍຍຸດທະສາດການຫັນ ເປັນດີຈິຕອນຂອງລັດຖະບານ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.

ການແລກປ່ຽນທາງດ້ານວິຊາການໃນຄັ້ງນີ້, ຈະເຮັດໃຫ້ຜູ້ຕາງໜ້າຈາກຜູ້ໃຫ້ບໍລິການຊໍາລະ ທີ່ເປັນທະນາ ຄານທຸລະກິດ, ສະຖາບັນການເງິນທີ່ບໍ່ ແມ່ນທະນາຄານ ແລະ ນິຕິບຸກຄົນ, ຕາງໜ້າຮ້ານຄ້າ ແລະ ຜູ້ໃຫ້ບໍລິການທີ່ຮັບຊໍາລະຜ່ານ QR Code ລວມເຖິງຕາງໜ້າຜູ້ໃຊ້ບໍລິການທີ່ເຂົ້າຮ່ວມ ໄດ້ຮັບຄວາມຮູ້ ແລະ ຄວາມເຂົ້າໃຈ ໃນວຽກງານການຊໍາລະດ້ວຍ QR Code ຊຶ່ງມີການໃຫ້ບໍລິການຊໍາລະ ເຊັ່ນ: ບໍລິການ QR Code ເພື່ອການໂອນເງິນລະຫວ່າງບຸກຄົນ ຫລື ບໍລິການ QR Code ເພື່ອການຊໍາລະເງິນລະເງິນ ທັງພາຍໃນ ແລະ ຂ້າມແດນ.

ທະນາຄານແຫ່ງ ສປປ ລາວ ຈັດເວທີສົນທະນາ “ການຊໍາລະດ້ວຍ qr code ຂອງ ສປປ ລາວ” - image 1 1024x683 - ທະນາຄານແຫ່ງ ສປປ ລາວ ຈັດເວທີສົນທະນາ “ການຊໍາລະດ້ວຍ QR Code ຂອງ ສປປ ລາວ”

ທະນາຄານແຫ່ງ ສປປ ລາວ ຈັດເວທີສົນທະນາ “ການຊໍາລະດ້ວຍ qr code ຂອງ ສປປ ລາວ” - 3 - ທະນາຄານແຫ່ງ ສປປ ລາວ ຈັດເວທີສົນທະນາ “ການຊໍາລະດ້ວຍ QR Code ຂອງ ສປປ ລາວ”
ທະນາຄານແຫ່ງ ສປປ ລາວ ຈັດເວທີສົນທະນາ “ການຊໍາລະດ້ວຍ qr code ຂອງ ສປປ ລາວ” - 4 - ທະນາຄານແຫ່ງ ສປປ ລາວ ຈັດເວທີສົນທະນາ “ການຊໍາລະດ້ວຍ QR Code ຂອງ ສປປ ລາວ”
ທະນາຄານແຫ່ງ ສປປ ລາວ ຈັດເວທີສົນທະນາ “ການຊໍາລະດ້ວຍ qr code ຂອງ ສປປ ລາວ” - 5 - ທະນາຄານແຫ່ງ ສປປ ລາວ ຈັດເວທີສົນທະນາ “ການຊໍາລະດ້ວຍ QR Code ຂອງ ສປປ ລາວ”