ຍີ່ປຸ່ນຊ່ວຍລາວສ້າງຄວາມເຂັ້ມແຂງໃນຂະແໜງອາກອນ
ອົງການຮ່ວມມືສາກົນຍີ່ປຸ່ນ ແລະ ກົມສ່ວຍສາອາກອນກະຊວງການເງິນໄດ້ຈັດກອງປະຊຸມສຳມະນາສ້າງຄວາມເຂັ້ມແຂງໃຫ້ວຽກງານສ່ວຍສາອາກອນຂຶ້ນໃນວັນທີ 3-5 ເມສານີ້ທີ່ນະຄອນຫລວງວຽງຈັນ, ຊຶ່ງມີຫົວຂໍ້ສໍາຄັນຄື: (1) ນະໂຍບາຍສ່ວຍສາອາກອນ ແລະ ອາກອນມູນຄ່າເພີ່ມ. (2) ມາດຕະການພິເສດສຳລັບການຫລຸດພາລະບໍລິຫານຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ. (3) ລະບົບການຫັກອາກອນເບື້ອງສົ້ນເຂົ້າ ແລະ (4) ຄວາມພະຍາຍາມກ່ຽວກັບການຕ້ານການສຸຈະລິດການຊຳລະໜີ້ ແລະ ອາກອນມູນຄ່າເພີ່ມ. ໂດຍການບັນຍາຍຂອງຊ່ຽວຊານຈາກກົມສ່ວຍສາອາກອນກະຊວງການເງິນຍີປຸ່ນ.
ທ່ານຫົວໜ້າກົມສ່ວຍສາອາກອນລາວ ພູທະນູເພັດ ໄຊສົມບັດ ກ່າວວ່າ: ການຈັດສຳມະນາຄັ້ງນີ້ແມ່ນໜຶ່ງໃນແຜນງານການຊ່ວຍເຫລືອດ້ານວິຊາການຂອງລັດຖະບານຍີ່ປຸ່ນໃຫ້ແກ່ກົມສ່ວຍສາອາກອນລາວ ເພື່ອສ້າງຄວາມເຂັ້ມແຂງທາງດ້ານການເງິນ, ໂດຍສະເພາະພາກລາຍຮັບ-ລາຍຈ່າຍຂອງກະຊວງການເງິນ ເພື່ອປັບປຸງ ແລະ ພັດທະນາການຈັດເກັບລາຍຮັບໃຫ້ໄດ້ຮັບຜົນດີກວ່າເກົ່າ. ໂດຍການເປັນປະທານຂອງທ່ານນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີກະຊວງການເງິນ, ທ່ານ ຕາເຄຊິ ຮິກິຮາຣະ ເອກອັກຄະຣາຊະທູດຍີ່ປຸ່ນປະຈຳລາວ, ພ້ອມດ້ວຍນັກສໍາມະນາກອນຈາກຂະແໜງອາກອນທົ່ວປະເທດເຂົ້າຮ່ວມຈໍານວນຫລາຍ.