ກິນອາຫານເປັນຢາ ຫລື ຈະກິນຢາເປັນອາຫານ
November 8, 2017 - 11:53 AM


- ເຈັບຫົວ : ກິນປາຫລາຍໆ ທັງປາທະເລ, ປານຳ້ຈືດ, ນຳ້ມັນຈາກປາມີສັບພະຄຸນປ້ອງກັນອາການເຈັບຫົວ, ກິນພ້ອມໆກັບຂີງຈະຊ່ວຍຫລຸດຜ່ອນອາການເຈັບຫົວລົງໄດ້.
- ແພ້ຂີ້ຝຸ່ນ : ແພ້ທັງຂີ້ຝຸ່ນ ແລະ ເກສອນດອກໄມ້ ໃຫ້ກິນໂຢເກິດ ຫລື ນົມສົ້ມ.
- ພະຍາດຫົວໃຈ : ດື່ມຊາຂຽວເປັນປະຈຳ.
- ນອນບໍ່ຫລັບ : ດື່ມນຳ້ເຜິ້ງເປັນປະຈຳ ເພາະສານໃນນຳ້ເຜິ້ງມີລິດເປັນຢາກ່ອມປະສາດເຮັດໃຫ້ນອນຫລັບຝັນດີ.
- ພະຍາດຫອບຫືດ : ກິນຫົວຜັກບົ່ວ, ຜັກບົ່ວໃບ ຫລື ຫອມບົ່ວແດງກໍໄດ້ ມີສັບພະຄຸນຊ່ວຍເຮັດໃຫ້ຫລອດລົມປອດໂປ່ງ.
- ພະຍາດຂໍ້ອັກເສບ : ກິນປາເທົ່ານັ້ນ ແກ້ໄຂເປັນປົກກະຕິໄດ້ ບໍ່ວ່າຈະແມ່ນປາແຊວມັອນ, ປາທູນ່າ, ປາແມັກເຄີເຣວ, ປາຊາດີນ (ໃນປາກະປ໋ອງ), ນຳ້ມັນປາເຮັດໃຫ້ພະຍາດຂໍ້ອັກເສບຫລຸດລົງໄດ້.
- ຖ່າຍຍາກ ຫລື ຍື່ງທ້ອງ : ກິນໝາກກ້ວຍ ຫລື ຂີງ ໝາກກ້ວຍຊ່ວຍໃຫ້ບໍ່ຖ່າຍຍາກ ແລະ ຂີງເຮັດໃຫ້ອາການວິນຫົວປວດຮາກໃນຕອນເຊົ້າຫາຍໄປ.
- ຕິດເຊື້ອໃນພົກຍ່ຽວ : ໃຫ້ກິນນຳ້ຄັ້ນຈາກໝາກແຄນເບີຣີ – ກົດເຂັ້ມຂຸ້ນໃນໝາກແຄນເບີຣີຈະຂ້າເຊື້ອແບັກທີເຣຍໄດ້.
- ຫງຸດຫງິດ, ເຄັ່ງຄຽດ : ກິນໝາກສາລີ ຊ່ວຍຫລຸດອາການໄດ້.
- ພະຍາດກະດູກຜ່ອຍ : ທັງກະດູກບາງ ແລະ ແຕກຫັກງ່າຍ ໃຫ້ກິນໝາກນັດຈະຊ່ວຍໃຫ້ກະດູກແຂງແຮງໄດ້.
- ຄວາມຈື່ຈຳເສື່ອມ : ກິນຫອຍນາງລົມ, ຫອຍແຄງ ຫລື ຫອຍອື່ນໆ ເພາະຫອຍມີສານສັງກະສີຊ່ວຍບຳລຸງສະໝອງໄດ້ດີ.
- ໄຂ້ຫວັດ : ກິນຜັກທຽມ ເຮັດໃຫ້ຫາຍໃຈໂລ່ງສະບາຍ ຜັກທຽມຊ່ວຍຫລຸດໄຂມັນໃນເລືອດໄດ້ດີ.
- ໄອ, ຈາມ : ກິນໝາກເຜັດ ສານທີ່ເອົາມາເຮັດຢາແກ້ໄອນັ້ນສະກັດມາຈາກໝາກເຜັດແດງ.
- ມະເຮັງເຕົ້ານົມ : ກິນໝາກສາລີ, ເຂົ້າເໝົ້າ, ເຂົ້າກໍ່າ, ທັນຍາພືດ ແລະ ຜັກກະລໍ່າ ຈະຊ່ວຍປ້ອງກັນໄດ້ດີ.
- ມະເຮັງປອດ : ກິນໝາກກ້ຽງ ແລະ ຜັກໃບຂຽວ ມີວິຕາມິນອາຫລາຍ ຈະຊ່ວຍປ້ອງກັນການກໍ່ພິດຂອງສານເບຕ້າແຄໂຣທີນ.
- ບາດແຜໃນກະເພາະອາຫານ : ກິນຜັກກະລໍ່າ ເຊິ່ງມີສານເຄມີຊ່ວຍເຮັດໃຫ້ບາດແຜຊຳ້ເຮື້ອໃນກະເພາະອາຫານ ແລະ ລຳໄສ້ນ້ອຍເຊົາຂາດໄດ້.
- ຖອກທ້ອງ : ກິນໝາກແອັບເປິ້ນທັງເປືອກ.
- ເສັ້ນເລືອດຕີບ : ກິນໝາກອະໂວກາໂດ້ ເພາະມີໄຂມັນດີ ໂມໂຣອັນແຊດເຕີເຣດ.
- ຄວາມດັນເລືອດສູງ : ກິນຜັກຊານາລີ ຊ່ວຍຫລຸດໄດ້.
20. ນຳ້ຕານໃນເລືອດບໍ່ດຸ່ນດ່ຽງ : ກິນຜັກກາດດອກ ແລະ ຖົ່ວດິນ ຊ່ວຍປັບຄວາມດຸ່ນດ່ຽງຂອງນຳ້ຕານໃນເລືອດໄດ້.