ກົດເຫລັກບໍລິຄຳໄຊຂໍໃຫ້ເປັນຈິງ
ນັບວ່າເປັນກະແສທີ່ໄດ້ຮັບການຍ້ອງຍໍຊົມເຊີຍຈາກສັງຄົມເປັນຈໍານວນຫລາຍສໍາລັບທ່າເຈົ້າແຂວງບໍລິຄຳໄຊ, ພາຍຫລັງອອກຄຳສັ່ງຫ້າມພະນັກງານ-ລັດຖະກອນ, ກຳລັງປະກອບອາວຸດ ດື່ມເຄື່ອງດື່ມທີ່ມີທາດເຫລົ້າ ຫລື ສິ່ງມຶນເມົາໃນໂມງລັດຖະການນັບແຕ່ເວລາ 8:00-16:00 ໂມງຢ່າງເດັດຂາດ ຫລື ໃນກໍລະນີວັນພັກລັດຖະການແຕ່ມີພາລະກິດທີ່ຈະຕ້ອງໄດ້ເຂົ້າຮ່ວມ. ນອກຈາກນີ້ຄໍາສັ່ງດັ່ງກ່າວຍັງໄດ້ລະບຸກ່ຽວກັບການເຂົ້າຮ່ວມງານລ້ຽງ, ງານບຸນ ຫລື ງານຮັບແຂກຕ່າງໆ, ພະນັກງານ-ລັດຖະກອນ ແລະ ກຳລັງປະກອບອາວຸດທຸກຄົນ ຕ້ອງປະພຶດຕົນໃຫ້ສອດຄ່ອງກັບຈັນຍາບັນ ເພື່ອຮັກສາຊື່ສຽງ ແລະ ກຽດສັກສີຂອງຕົນ, ຮັກສາຮີດຄອງປະເພນີອັນດີງາມຂອງຊາດ, ທັງມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານທີ່ການຈັດຕັ້ງມອບໝາຍໃຫ້ ແລະ ສະແດງໃຫ້ເຫັນເຖິງຄວາມເປັນແບບຢ່າງນຳໜ້າທີ່ດີຕໍ່ມະຫາຊົນ ກໍຄືສັງຄົມ. ພ້ອມທັງແນະນໍາໃຫ້ບັນດາເມືອງ, ພະແນກການ, ກອງບັນຊາການນັບທັງອົງການຈັດຕັ້ງລັດ ແລະ ລັດວິສາຫະກິດໃຫ້ຮີບຮ້ອນນໍາເອົາຄໍາສັ່ງດັ່ງກ່າວໄປຈັດຕັ້ງເຜີຍແຜ່ໃນທ້ອງຖິ່ນ ແລະ ພັກນັກງານຂະແໜງການຂອງຕົນໃຫ້ຮັບຮູ້ຢ່າງກວ້າງຂວາງ ແລະ ຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ.
ພາຍຫລັງຄໍາສັ່ງດັ່ງກ່າວຖືກເຜີຍແຜ່ໃນສື່ສັງຄົມອອນລາຍ ກໍປາກົດວ່າມີຜູ້ສະແດງຄວາມຄິດເຫັນຕໍ່ບັນຫາດັ່ງກ່າວທີ່ຫລາກຫລາຍ, ໂດຍສ່ວນໃຫຍ່ແມ່ນຍ້ອງຍໍຊົມເຊີຍ, ຂະນະດຽວກັນກໍມີຄໍາຖາມຕາມມາວ່າຫາກມີພະນັກງານ-ລັດຖະກອນລະເມີດແລ້ວຈະມີມາດຕະການທາງວິໄນແນວໃດ? ເພາະຄໍາສັ່ງບໍ່ໄດ້ລະບຸມາດຕະການຕໍ່ຜູ້ລະເມີດຢ່າງຊັດເຈນ.