ທ່ານ​ນາຍົກລັດຖະມົນຕີຢ້ຽມຢາມ​ປະຊາຊົນ​ເຂດ​ບ້ານ​ຈັດ​ສັນ​ໃໝ່​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ການ​ກໍ່ສ້າງ​ເຂື່ອນ​ນ້ຳອູ 1

- pm - ທ່ານ​ນາຍົກລັດຖະມົນຕີຢ້ຽມຢາມ​ປະຊາຊົນ​ເຂດ​ບ້ານ​ຈັດ​ສັນ​ໃໝ່​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ການ​ກໍ່ສ້າງ​ເຂື່ອນ​ນ້ຳອູ 1
- kitchen vibe - ທ່ານ​ນາຍົກລັດຖະມົນຕີຢ້ຽມຢາມ​ປະຊາຊົນ​ເຂດ​ບ້ານ​ຈັດ​ສັນ​ໃໝ່​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ການ​ກໍ່ສ້າງ​ເຂື່ອນ​ນ້ຳອູ 1

ວັນ​ທີ 5 ພະຈິກ​ນີ້, ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ ພ້ອມ​ດ້ວຍ​ພັນ​ລະ​ຍາ ​ແລະ ຄະນະ ​ໄດ້​​ເດີນທາງ​ຢ້ຽມຢາມ​ປະຊາຊົນ​ຜູ້​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໂຄງການ​ກໍ່ສ້າງ​ເຂື່ອນ​ໄຟຟ້າ​ນ້ຳອູ 1 ຢູ່​ເຂດ​ບ້ານ​ຈັດ​ສັນ​ໃໝ່ ບ້ານ​ຫ້ວຍ​ໂລ ​ເມືອງ​ປາກ​ອູ ​ແຂວງ​ຫລວງ​ພະ​ບາງ ຈຳນວນ 134 ຄອບຄົວ, ຄາດ​ວ່າ​ຈະ​ໄດ້​ຍົກຍ້າຍ​ເຂົ້າມາ​ບ້ານ​ຈັດ​ສັນ​ໃໝ່ ພາຍຫລັງ​ການ​ເກັບ​ກ່ຽວ​ຜົນ​ຜະລິດ​ສຳ​ເລັດ​ລົງ ​ແລະ ​ໂອກາດ​ນີ້, ທ່າ​ນນາຍົກລັດຖະມົນຕີ ​ໄດ້​ມີ​ຄຳ​ເຫັນ​ແນະນຳ​ອົງການ​ປົກຄອງ​ແຕ່ລະ​ຂັ້ນ​ໃຫ້​ປະສານ​ສົມທົບ​ກັບ​ທຸກ​ພາກສ່ວນ​ທີ່​ກ່ຽວຂ້ອງ​ກວດກາ ​ແລະ ຮີບ​ຮ້ອນ​ແກ້​ໄຂ​ບັນຫາ​ຜົນ​ກະທົບ​ດັ່ງກ່າວ​ໂດຍ​ໄວ ​ແລະ ຮຽກຮ້ອງ​ໃຫ້​ປະຊາຊົນ​ຈົ່ງ​ພ້ອມ​ກັນ​ສ້າງ ​ແລະ ພັດທະນາ​ເສດຖະກິດ​ຄອບຄົວ​ຕາມ​ທ່າ​ແຮງ​ມີ​ຢູ່, ພ້ອມ​ເລັ່ງພັດທະນາ​ສິນຄ້າ​ທີ່​ເປັນ​ເອກະລັກ​ຂອງ​ທ້ອງ​ຖິ່ນ​ໃຫ້​ກາຍ​ເປັນ​ສິນຄ້າ​ໂອດ໋ອບຂອງ​ເມືອງ​ປາກ​ອູ​ໃນ​ອະນາຄົດ ​ແນ​ໃສ່​ເຮັດ​ໃຫ້​ຄອບຄົວ ​ແລະ ບ້ານ​ໄດ້​ຮັບ​ການ​ພັດທະນາ​ຢ່າງຮອບດ້ານ ​ແລະ ​ໃນ​ຕອນ​ເຊົ້າວັນ​ທີ 6 ພະຈິກ​ນີ້, ທ່ານ​ນາຍົກລັດຖະມົນຕີ ​ໄດ້​ເຮັດ​ວຽກ​ຮ່ວມ​ກັບ​ຄະນະ​ບໍລິຫານ​ງານ​ພັກ​ແຂວງ ​ໂດຍ​ມີ​ທ່ານ ຄຳ​ຂັນ ຈັນທະ​ວີ​ສຸກ ​ເລຂາ​ພັກ​ແຂວງ, ​ເຈົ້າ​ແຂວງ​ຫລວງ​ພະ​ບາງ ພ້ອມ​ດ້ວຍ​ຄະນະ ​ເພື່ອ​ຊີ້​ນຳ​ວຽກ​ງານ​​ເພື່ອກະກຽມ​ສ້າງ​ຫລວງ​ພະ​ບາງ​ໃຫ້​ກາຍ​ເປັນ​ນະຄອນ ​ແລະ ​ເລັ່ງພັດທະນາ​ວຽກ​ງານ​ທ່ອງ​ທ່ຽວ​ຢູ່​ແຂວງ​ຫລວງ​ພະ​ບາງ​ໃຫ້​ມີ​ບັນຍາກາດ​ຟົດຟື້ນ ​ແລະ ກາຍ​ເປັນ​ທ່າ​ແຮງ​ທາງ​ດ້ານ​ເສດຖະກິດ​ທີ່​ສຳຄັນ​ຂອງ​ຫລວງ​ພະ​ບາງ​ຕາມ​ທ່າ​ແຮງ ​ແລະ ​ເງື່ອນ​ໄຂ​ມີ​ຢູ່ ຄື​ສະ​ເພາະ​ໜ້າ​ນີ້ ອົງການ​ປົກຄອງ​ແຂວງ​ຈະ​ໄດ້​ກະກຽມ​ຄວາມ​ພ້ອມ​ຮອບດ້ານ ​ເພື່ອ​ສະ​ເຫລີ​ມສະຫລອງ ​ແລະ ປະກາດ​ເມືອງ​ຫລວງ​ພະ​ບາງ​ເປັນ​ນະຄອນຫລວງ​ພະ​ບາງ​ໃນ​ອະນາຄົດ ​ແລະ ທັງ​ກະກຽມ​ເປັນ​ເຈົ້າພາບ​ທີ່​ດີ​ໃນ​ການ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ທີ່​ຈະ​ເຂົ້າມາ​ທ່ຽວ​ຫລວງ​ພະ​ບາງ​ໃນ​ປີ​ທ່ອງ​ທ່ຽວ​ລາວ 2018 ນີ້ ມີ​ຜົນສຳ​ເລັດ​ສູງ ​ແລະ ​ໃນ​ໂອກາດ​ນີ້, ທ່ານ​ນາຍົກລັດຖະມົນຕີ ພ້ອມ​ຄະນະ ​ໄດ້​ຢ້ຽມຢາມ​ໂຄງການ​ກໍ່ສ້າງ​ເສັ້ນທາງ​ລົດ​ໄຟ ລາວ-ຈີນ ຢູ່​ເຂດ​ບ້ານ​ພອນ​ໄຊ ​ເມືອງ​ຫລວງ​ພະ​ບາງ ຕື່ມ​ອີກ.

- 5 - ທ່ານ​ນາຍົກລັດຖະມົນຕີຢ້ຽມຢາມ​ປະຊາຊົນ​ເຂດ​ບ້ານ​ຈັດ​ສັນ​ໃໝ່​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ການ​ກໍ່ສ້າງ​ເຂື່ອນ​ນ້ຳອູ 1
- Visit Laos Visit SALANA BOUTIQUE HOTEL - ທ່ານ​ນາຍົກລັດຖະມົນຕີຢ້ຽມຢາມ​ປະຊາຊົນ​ເຂດ​ບ້ານ​ຈັດ​ສັນ​ໃໝ່​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ການ​ກໍ່ສ້າງ​ເຂື່ອນ​ນ້ຳອູ 1
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!