ອົງການອະນາໄມໂລກລະດົມທຶນ 135 ລ້ານໂດລາ ສະກັດການລະບາດຮອບໃໝ່ຂອງພະຍາດໝາກສຸກລີງ

ອົງການອະນາໄມໂລກລະດົມທຶນ 135 ລ້ານໂດລາ ສະກັດການລະບາດຮອບໃໝ່ຂອງພະຍາດໝາກສຸກລີງ - 333 5 - ອົງການອະນາໄມໂລກລະດົມທຶນ 135 ລ້ານໂດລາ ສະກັດການລະບາດຮອບໃໝ່ຂອງພະຍາດໝາກສຸກລີງ
ອົງການອະນາໄມໂລກລະດົມທຶນ 135 ລ້ານໂດລາ ສະກັດການລະບາດຮອບໃໝ່ຂອງພະຍາດໝາກສຸກລີງ - kitchen vibe - ອົງການອະນາໄມໂລກລະດົມທຶນ 135 ລ້ານໂດລາ ສະກັດການລະບາດຮອບໃໝ່ຂອງພະຍາດໝາກສຸກລີງ

      ອົງການອະນາໄມໂລກປະກາດລະດົມທຶນຢ່າງໜ້ອຍ 135 ລ້ານໂດລາສະຫະລັດ ເພື່ອສະໜັບສະໜູນພາລະກິດຮັບມືການແຜ່ລະບາດຄັ້ງໃໝ່ຂອງເຊື້ອໄວຣັສໝາກສຸກລີງ.

      ວັນທີ 24 ສິງຫາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ທ່ານ ເທດຣອສ ແອດຮານອມ ເກເບຣເຢຊຸສ ຜູ້ອໍານວຍການອົງການອະນາໄມໂລກ (WHO) ກ່າວເຖິງສະຖານະການການແຜ່ລະບາດຂອງພະຍາດໝາກສຸກລີງ ຫລື Mpox ຮອບໃໝ່ ຈາກກຸ່ມເຊື້ອໄວຣັສສາຍພັນ 1ບີ ຫລື ເຄລດ 1ບີ ທີ່ມີການກາຍພັນ ແລະ ມີຄວາມຮຸນແຮງຂຶ້ນ ຈົນ WHO ປະກາດໃຫ້ເປັນສະຖານະການສຸກເສີນດ້ານສາທາລະນະສຸກລະຫວ່າງປະເທດ ເປັນຄັ້ງທໍາອິດໃນຮອບ 2 ປີວ່າ: ຍັງສາມາດປ້ອງກັນ ແລະ ຢັບຢັ້ງການແຜ່ລະບາດໄດ້ ຖ້າທຸກພາກສ່ວນຮ່ວມມືກັນ.

ອົງການອະນາໄມໂລກລະດົມທຶນ 135 ລ້ານໂດລາ ສະກັດການລະບາດຮອບໃໝ່ຂອງພະຍາດໝາກສຸກລີງ - Visit Laos Visit SALANA BOUTIQUE HOTEL - ອົງການອະນາໄມໂລກລະດົມທຶນ 135 ລ້ານໂດລາ ສະກັດການລະບາດຮອບໃໝ່ຂອງພະຍາດໝາກສຸກລີງ

     ທັງນີ້, WHO ປະກາດລະດົມທຶນຢ່າງໜ້ອຍ 135 ລ້ານໂດລາສະຫະລັດ ເພື່ອພາລະກິດຄວບຄຸມພະຍາດໝາກສຸກລີງພາຍໃນໄລຍະເວລາ 6 ເດືອນຕໍ່ໜ້າ.

     ໃນເວລາດຽວກັນ, ກາບອງ ເຊິ່ງເປັນປະເທດທີ່ຕັ້ງຢູ່ທາງຕອນກາງຂອງທະວີບອາຟຣິກາ ລາຍງານການພົບຜູ້ຕິດເຊື້ອພະຍາດໝາກສຸກລີງຄົນທໍາອິດ ເປັນຜູ້ຊາຍຊາວກາບອງ ອາຍຸ 30 ປີ ເຊິ່ງເດີນທາງກັບປະເທດ ພາຍຫລັງໄປຢູ່ຢູກັນດາເປັນເວລາ 2 ອາທິດ.

     ເຖິງວ່າຍັງບໍ່ມີການລະບຸສາຍພັນເຊື້ອໄວຣັສຂອງຜູ້ຕິດເຊື້ອຢູ່ກາບອງ, ແຕ່ຢູກັນດາເປັນໜຶ່ງໃນປະເທດທີ່ກໍາລັງຜະເຊີນການແຜ່ລະບາດຂອງເຊື້ອພະຍາດໝາກສຸກລີງ ເຄລດ 1ບີ ເຊິ່ງອັດຕາການເສຍຊີວິດຕອນນີ້ຢູ່ລະດັບ 3.6% ແລະ ອາການມີທ່າອ່ຽງຮຸນແຮງຂຶ້ນ ຖ້າຜູ້ຕິດເຊື້ອເປັນເດັກນ້ອຍ.

ອົງການອະນາໄມໂລກລະດົມທຶນ 135 ລ້ານໂດລາ ສະກັດການລະບາດຮອບໃໝ່ຂອງພະຍາດໝາກສຸກລີງ - 5 - ອົງການອະນາໄມໂລກລະດົມທຶນ 135 ລ້ານໂດລາ ສະກັດການລະບາດຮອບໃໝ່ຂອງພະຍາດໝາກສຸກລີງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!