ຜູ້ຜະລິດວັກຊີນປ້ອງກັນພະຍາດໝາກສຸກລີງຮັບອໍເດີ້ 440,000 ໂດສຈາກປະເທດເອີຣົບ

ຜູ້ຜະລິດວັກຊີນປ້ອງກັນພະຍາດໝາກສຸກລີງຮັບອໍເດີ້ 440,000 ໂດສຈາກປະເທດເອີຣົບ - 111 19 - ຜູ້ຜະລິດວັກຊີນປ້ອງກັນພະຍາດໝາກສຸກລີງຮັບອໍເດີ້ 440,000 ໂດສຈາກປະເທດເອີຣົບ
ຜູ້ຜະລິດວັກຊີນປ້ອງກັນພະຍາດໝາກສຸກລີງຮັບອໍເດີ້ 440,000 ໂດສຈາກປະເທດເອີຣົບ - kitchen vibe - ຜູ້ຜະລິດວັກຊີນປ້ອງກັນພະຍາດໝາກສຸກລີງຮັບອໍເດີ້ 440,000 ໂດສຈາກປະເທດເອີຣົບ

      ບໍລິສັດຜະລິດວັກຊີນປ້ອງກັນພະຍາດໝາກສຸກລີງເປີດເຜີຍວ່າ: ໄດ້ຮັບລາຍການສັ່ງຊື້ 440,000 ໂດສ ຈາກປະເທດແຫ່ງໜຶ່ງໃນເອີຣົບ.

      ວັນທີ 22 ສິງຫາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ບໍລິສັດບາວາຣຽນ ນໍດິກ ຜູ້ພັດທະນາດ້ານເຕັກໂນໂລຊີຊີວະພາບສັນຊາດດານມາກ ເປັນຜູ້ຜະລິດວັກຊີນທີ່ມີຊື່ທາງການຄ້າວ່າ: Imvanex ຫລື JYNNEOS ສໍາລັບພະຍາດໝາກສຸກລີງ ເຊິ່ງອົງການອະນາໄມໂລກ (WHO) ປະເມີນປະສິດທິພາບຕໍ່ພະຍາດໝາກສຸກລີງໄວ້ໃນລະດັບ 85% ອອກຖະແຫລງການ ເລື່ອງການລົງນາມຮ່ວມກັບລັດຖະບານຂອງປະເທດໜຶ່ງໃນເອີຣົບໃນການຊື້ຂາຍວັກຊີນ 440,000 ໂດສ.

      ສູນຄວບຄຸມ ແລະ ປ້ອງກັນພະຍາດອາຟຣິກາ (ອາຟຣິກາ ຊີດີຊີ) ລາຍງານໃນອາທິດຜ່ານມາວ່າ: ຈະໄດ້ຮັບການສະໜັບສະໜູນເປັນວັກຊີນປ້ອງກັນພະຍາດໝາກສຸລີງ 200,000 ໂດສ ຕາມຂໍ້ຕົກລົງກັບສະຫະພາບເອີຣົບ (EU) ແລະ ບາວາຣຽນ ນໍດິກ ເຊິ່ງຢືນຢັນຄວາມພ້ອມສົ່ງມອບວັກຊີນ 10 ລ້ານໂດສ ໃນປີ 2025.

      ຂະນະທີ່ຝຣັ່ງປະກາດໃນອາທິດນີ້ວ່າ: ມີແຜນບໍລິຈາກວັກຊີນປ້ອງກັນພະຍາດໝາກສຸກລີງ 100,000 ໂດສ ໃຫ້ປະເທດທີ່ກໍາລັງຜະເຊີນການແຜ່ລະບາດ ແລະ ອາເມລິກາປະກາດວ່າ: ຈະບໍລິຈາກວັກຊີນປ້ອງກັນພະຍາດໝາກສຸກລີງ 50,000 ໂດສ ໃຫ້ຄອງໂກ ເຊິ່ງກໍາລັງເປັນສູນກາງການແຜ່ລະບາດຂອງພະຍາດໝາກສຸກລີງຮອບໃໝ່ ໂດຍມີຜູ້ຕິດເຊື້ອແລ້ວ 16,000 ກວ່າຄົນ ແລະ ເສຍຊີວິດ 500 ກວ່າຄົນແລ້ວໃນປີນີ້.

ຜູ້ຜະລິດວັກຊີນປ້ອງກັນພະຍາດໝາກສຸກລີງຮັບອໍເດີ້ 440,000 ໂດສຈາກປະເທດເອີຣົບ - 5 - ຜູ້ຜະລິດວັກຊີນປ້ອງກັນພະຍາດໝາກສຸກລີງຮັບອໍເດີ້ 440,000 ໂດສຈາກປະເທດເອີຣົບ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!