ປະເທດກຳລັງພັດທະນາ ກັບບັນຫາວຽກບໍ່ສົມກັບຄົນ
ໂດຍ : ມຶກບໍ່ແຫ້ງ
ການລົງທຶນໃສ່ການຂະກຫຍາຍຕາໜ່າງຂອງການສຶກສາ ບໍ່ວ່າທຸກລະດັບ ແລະປະເພດຂອງການສຶກສາ ໂດຍທົ່ວໄປແລ້ວຈະນຳໄປສູ່ການລ້ຽງຊີບທີ່ດີຕະຫລອດຊີວິດ ແລະອີກທັງຍັງໄດ້ປະກອບສ່ວນສ້າງຄຸນຄ່າ ແກ່ສັງຄົມຢ່າງອະເນກນອງ. ຕົ້ນທຶນຂອງການສຶກສາບໍ່ແມ່ນວ່າຈະເປັນພຽງການທົດແທນຂອງຄຸນຄ່າຂອງອະນາຄົດເທົ່ານັ້ນ ແຕ່ເປັນສິ່ງຈະແຈ້ງວ່າ ການລົງທຶນໃສ່ການສຶກສາແມ່ນສາມາດສ້າງ ຜົນຕອບແທນເໜືອກວ່າການລົງທຶນໃດໆ ໂດຍສະເພາະການຮັບປະກັນທາງດ້ານວຽກເຮັດງານທໍາທີ່ເໝາະສົມ ແລະໝັ້ນທ່ຽງ.
ມີປະຊາກອນຢູ່ປະເທດກຳລັງພັດທະນາ ກໍຄືປະເທດເຮົາ ຈຳນວນຫລາຍທີ່ບໍ່ສາມາດເຂົ້າເຖິງການສຶກສາ ຫລືບໍ່ໄດ້ຮັບການສຶກສາທີ່ດີ ອັນນຳໄປສູ່ຄວາມບໍ່ແນ່ນອນທາງດ້ານອາຊີບ, ຜົນຂອງການສຳຫລວດຂອງອົງການແຮງງານສາກົນ (ILO) ຫວ່າງບໍ່ດົນມານີ້ ໃຫ້ຮູ້ວ່າ ການສຶກສາສູງຂອງປະຊາກອນໃນປະເທດກຳລັງພັດທະນາມີຄວາມຈຳເປັນໃນການມີອາຊີບ “ທີ່ບໍ່ມີຄວາມສ່ຽງ” ຫລືເໝາະສົມກັບວິຊາສະເພາະທີ່ຕົນໄດ້ຮຽນມາ.
ໃນຈຳນວນ 27 ປະເທດທີ່ກຳລັງພັດທະນາ ເຊິ່ງ ILO ສຳຫລວດນັ້ນ ໃຜຈະໄປຄິດໄດ້ວ່າ 83% ຂອງຄົນໜຸ່ມຜູ່ທີ່ຈົບການສຶກສາມໍ ປາຍ ຈະໄດ້ເຮັດວຽກຢູ່ໃນຄວາມສ່ຽງ. ມັນອາດເປັນການກະທຳທີ່ສ່ຽງເກີນໄປ ທີ່ຈະສືບຕໍ່ຍູ້ດັນໄວໜຸ່ມຜູ້ທີ່ມີ ການສຶກສາຕໍ່າ ແລະຂາດທັກສະ, ຄວາມຊຳນິຊຳນານ ເຂົ້າສູ່ຕະຫລາດແຮງງານ ເຊິ່ງເປັນສະຖານະການ “ຄວາມຫຼົ້ມຈົມທີ່ຢືນຕັນທາງ” ລວມທັງ ໄວໜຸ່ມ “ຜູ້ຫາກິນພໍກຸ້ມປາກ” ເພາະມີວຽກເຮັດທີ່ບໍ່ແນ່ນອນ ແລະມີຄ່າຕອບແທນຕໍ່າແລະເສດຖະກິດຂອງປະເທດ ທີ່ສາມາດໄດ້ຮັບຜົນປະໂຫຍດຈາກແຮງງານດັ່ງກ່າວກໍພໍເປັນຢາ.
ວຽກທີ່ບໍ່ເໝາະສົມກັບທັກສະ (skills mismatch) ຫລື ເພິ່ນວ່າຄວາມແຕກຕ່າງລະຫວ່າງ ລະດັບຂອງຄວາມຮູ້ ຄວາມຊຳນານຂອງຜູ່ທີ່ກຳລັງຊອກຫາວຽກເຮັດງານທຳ ແລະ ວຽກທີ່ມີຄວາມຕ້ອງການຂອງຕະຫລາດແຮງງານ ເປັນຈຸດທີ່ໜ້າກັງວົນໃຈບໍ່ໜ້ອຍຂອງປະເທດທີ່ເອີ້ນຊື່ວ່າ ກຳລັງພັດທະນາ ດັ່ງປະເທດເຮົາ ເຊິ່ງແຕກຕ່າງຈາກ ປະເທດທີ່ເອີ້ນວ່າ ພັດທະນາ ທີ່ຄຳວ່າ “ວຽກບໍ່ສົມກັບຄົນ” ໂດຍທົ່ວໄປຈະໝາຍຄວາມວ່າໄວໜຸ່ມຜູ່ທີ່ມີຄວາມຮູ້ຄວາມສາມາດທີ່ມີຄຸນວຸດທິເໜືອກວ່າມາດຖານ ຂອງວຽກທີ່ເຂົາເຈົ້າເຮັດຢູ່, ແຕ່ກົງກັນຂ້າມ ໃນປະເທດກຳລັງພັດທະນາ ຫລື ປະເທດທີ່ມີລາຍຮັບໜ້ອຍນັ້ນ, ຄຳວ່າ “ວຽກບໍ່ສົມກັບຄົນ” ພັດແມ່ນໄວໜຸ່ມຜູ່ຊອກຫາວຽກ ແຕ່ພັດມີຄວາມຮູ້ ຄວາມຊຳນານຕໍ່າກວ່າ ມາດຖານທີ່ຈຳເປັນຂອງໜ້າວຽກທີ່ຕະຫລາດແຮງງານຕ້ອງການ. ເພາະສະນັ້ນ ເຂົາເຈົ້າຈຶ່ງບໍ່ມີທາງເລືອກອື່ນ ນອກເໜືອຈາກການຈຳໃຈຕ້ອງເຮັດວຽກທີ່ມີຄວາມບໍ່ແນ່ນອນ ແລະມີລາຍຮັບ ພໍພຽງແຕ່ລ້ຽງຊີບໄປແຕ່ມື້.
ເພາະສະນັ້ນ, ການສຶກສາທີ່ແທ້ຈິງຂອງຄົນໜຸ່ມ ບໍ່ສະເພາະແຕ່ໄຝ່ຝັນໃຫ້ມີລະດັບສູງຂຶ້ນໄປເທົ່ານັ້ນ ແຕ່ການຄິດຄຳນຶງເຖິງຄວາມສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງຕະຫລາດແຮງງານ ກໍຍັງເປັນສິ່ງໜຶ່ງທີ່ບໍ່ຄວນຄາດສາຍຕາໃນການພິຈາລະນາຢ່າງຖີ່ຖ້ວນຄືກັນ. ພ້ອມນັ້ນ, ການປັບປຸງຄຸນນະພາບຂອງລະບົບການສຶກສາຂອງລັດຖະບານແມ່ນຄວາມຕ້ອງການອັນແທ້ຈິງ, ໃນເວລາດຽວກັນ ການຫັນປ່ຽນການປູກຝັງຄວາມເຊື່ອຂອງ “ຄົນທີ່ມີຄວາມຮູ້ສູງ ເພື່ອເຮັດວຽກແບບສະບາຍ” ນັ້ນ ຈຳເປັນຕ້ອງຄິດຫງຳຄືນ ເຊິ່ງມັນເປັນຄວາມອັດສະຈັນໃຈຕໍ່ຊາວໂລກ ຂອງຊາວຍີ່ປຸ່ນ ທີ່ນອກເໜືອຈາກມີຄົນ ທີ່ມີຄວາມຮູ້ແລ້ວ ເຂົາເຈົ້າຍັງເຮັດວຽກໜັກອີກ ແລະຜົນຕອບແທນຕໍ່ກັບປະເທດເຂົາເຈົ້ານັ້ນເປັນສິ່ງປະຈັກຕາ ໂດຍບໍ່ຕ້ອງການຄຳບັນຍາຍໃດໆອີກ ແຕ່ທີ່ສຳຄັນ ອັດຕາການຫວ່າງງານນັ້ນໜ້ອຍ. ອັນໃດແນ່ທີ່ພວກເຮົາສາມາດຮຽນຮູ້ ແລະນຳເອົາມານຳໃຊ້ໄດ້ ດ້ວຍການເຮັດຫລາຍກວ່າເວົ້າ ເພື່ອຊ່ວຍໃຫ້ ໄວໜຸ່ມຂອງພວກເຮົາມີການສຶກສາໃນຂະແໜງການທີ່ເຂົາເຈົ້າຮັກ, ມີຄວາມສອດຄ່ອງກັບວຽກງານທີ່ມີໃຫ້ ແລະຄ່າຕອບແທນອັນເໝາະສົມ, ສ້າງຄ່ານິຍົມຂອງການອຸທິດເຫື່ອແຮງ ເພື່ອວຽກງານ ແລະມີຈິດໃຈປະກອບສ່ວນຢ່າງບໍ່ມີຂອບເຂດໃຫ້ແກ່ສັງຄົມ ແລະປະເທດຊາດ ຮັ່ງມີເຂັ້ມແຂງ.