ບຸນຫໍ່ເຂົ້າປະດັບດິນ ແລະ ບຸນຊ່ວງເຮືອປະເພນີ ຢູ່ນະຄອນຫລວງພະບາງ ປີ 2024 ຈະມີເຮືອຊ່ວງເຂົ້າຮ່ວມຊ່ວງປະມານ 23 ລໍາ

ບຸນຫໍ່ເຂົ້າປະດັບດິນ ແລະ ບຸນຊ່ວງເຮືອປະເພນີ ຢູ່ນະຄອນຫລວງພະບາງ ປີ 2024 ຈະມີເຮືອຊ່ວງເຂົ້າຮ່ວມຊ່ວງປະມານ 23 ລໍາ - 62014 - ບຸນຫໍ່ເຂົ້າປະດັບດິນ ແລະ ບຸນຊ່ວງເຮືອປະເພນີ ຢູ່ນະຄອນຫລວງພະບາງ ປີ 2024 ຈະມີເຮືອຊ່ວງເຂົ້າຮ່ວມຊ່ວງປະມານ 23 ລໍາ
ບຸນຫໍ່ເຂົ້າປະດັບດິນ ແລະ ບຸນຊ່ວງເຮືອປະເພນີ ຢູ່ນະຄອນຫລວງພະບາງ ປີ 2024 ຈະມີເຮືອຊ່ວງເຂົ້າຮ່ວມຊ່ວງປະມານ 23 ລໍາ - kitchen vibe - ບຸນຫໍ່ເຂົ້າປະດັບດິນ ແລະ ບຸນຊ່ວງເຮືອປະເພນີ ຢູ່ນະຄອນຫລວງພະບາງ ປີ 2024 ຈະມີເຮືອຊ່ວງເຂົ້າຮ່ວມຊ່ວງປະມານ 23 ລໍາ

ວັນທີ 21 ສິງຫາ 2024 ນີ້, ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນ ຫລວງພະບາງ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນວ່າ: ວັນບຸນຫໍ່ເຂົ້າປະດັບດິນ ຕິດພັນກັບບຸນຊ່ວງ ປີ 2024 ນີ້, ນະຄອນຫລວງພະບາງ ຈະເປີດກວ້າງບຸນເຮືອຊ່ວງປະເພນີ ແລະ ສີພາຍ ຢູ່ພາຍໃນປະເທດ ເຂົ້າຮ່ວມການຊ່ວງເຮືອຢູ່ທີ່ຍຶ່ງຄານ,ຈະຈັດງານໂດຍເນັ້ນເຖິງ ຄວາມເປັນວັດທະນະທຳ ແລະ ປະເພນີອັນດີງາມ ຄາດຄະເນຈະມີເຮືອເຂົ້າຮ່ວມປະມານ 23 ລໍາ, ທີ່ມາຈາກບັນດາບ້ານ ພາຍໃນນະຄອນຫລວງພະບາງ, ພະແນກການ-ອົງການ, ເມືອງພາຍໃນແຂວງ. ສຳລັບຕ່າງແຂວງ ຈະມີແຂວງໄຊຍະບູລີ, ນະຄອນຫລວງວຽງຈັນ ເຂົ້າຮ່ວມ.

ປັດຈຸບັນນີ້ ການກະກຽມວຽກງານແຕ່ລະດ້ານ ຖືວ່າໄດ້ຕິດພັນກັບການສ້າງຂະບວນການເພື່ອ ສະເຫລີມສະຫລອງປີທ່ອງທ່ຽວລາວ 2024 ເມື່ອນັກທ່ອງທ່ຽວໄດ້ເຂົ້າມາທ່ຽວຊົມຫລວງພະບາງ ໃນໄລຍະບຸນໃຫ້ມີຄວາມປະທັບໃຈ, ສ່ວນລາຍການເຄື່ອນໄຫວບຸນທາງຄະນະຮັບຜິດຊອບແມ່ນໄດ້ກຳນົດເອົາແຕ່ວັນທີ 24 ສິງຫາ – 2 ກັນຍາ 2024 ລວມມີງານຕະຫລາດນັດວາງສະແດງສິນຄ້າ ທີ່ເດີ່ນທາດຫລວງ, ຊ່ວງເຮືອທີ່ຍື່ງຄານ ບ້ານຫາດຮ່ຽນ, ຊ່ວງເຮືອທີ່ຍື່ງດົງ ບ້ານສັງຄະໂລກ, ມີການໂລະລາດ ຫລື ລົງຕະຫລາດນັດແບບມວນຊົນ ຕາມເສັ້ນທາງສີສະຫວ່າງວົງ ເລີ່ມແຕ່ສາມແຍກບ້ານຈູມຄ້ອງ (ຫໍພະບາງ) ຫາ ສາມແຍກພະແນກ ໂຍທາທິການ ແລະ ຂົນສົ່ງແຂວງ ຫລວງພະບາງ ແລະ ມີການໃສ່ບາດຢູ່ໜ້າວັດແສນສຸຂາຣາມ ໂດຍຈະມີການນຳຂັ້ນສູງເຂົ້າຮ່ວມນຳ.

ບຸນຫໍ່ເຂົ້າປະດັບດິນ ແລະ ບຸນຊ່ວງເຮືອປະເພນີ ຢູ່ນະຄອນຫລວງພະບາງ ປີ 2024 ຈະມີເຮືອຊ່ວງເຂົ້າຮ່ວມຊ່ວງປະມານ 23 ລໍາ - Visit Laos Visit SALANA BOUTIQUE HOTEL - ບຸນຫໍ່ເຂົ້າປະດັບດິນ ແລະ ບຸນຊ່ວງເຮືອປະເພນີ ຢູ່ນະຄອນຫລວງພະບາງ ປີ 2024 ຈະມີເຮືອຊ່ວງເຂົ້າຮ່ວມຊ່ວງປະມານ 23 ລໍາ

ຮຽກຮ້ອງໃຫ້ປະຊາຊົນ, ພະນັກງານ, ທະຫານ, ຕຳຫລວດ, ຜູ້ປະກອບການທຸລະກິດ, ຜູ້ຈັດການ-ຜູ້ບໍລິການດ້ານຕ່າງໆ ຈົ່ງພ້ອມກັນເປັນເຈົ້າພາບ-ເປັນເຈົ້າການທີ່ດີ ເຮັດວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ, ເປັນເຈົ້າການທາງດ້ານການບໍລິການ, ເປັນເຈົ້າການໃນການຮັກສາຄວາມສະອາດ ແລະມີສ່ວນ ຮ່ວມໃນການປະກອບສ່ວນ ທາງດ້ານເຮື່ອແຮງ ແລະວັດຖຸປັດໄຈ ເຂົ້າໃນການຈັດງານບຸນຫໍ່ເຂົ້າປະດັບດິນໃນຄັ້ງນີ້ໃຫ້ປະສົບຜົນ ສຳເລັດຢ່າງຈົບງາມ.

ບຸນຫໍ່ເຂົ້າປະດັບດິນ ແລະ ບຸນຊ່ວງເຮືອປະເພນີ ຢູ່ນະຄອນຫລວງພະບາງ ປີ 2024 ຈະມີເຮືອຊ່ວງເຂົ້າຮ່ວມຊ່ວງປະມານ 23 ລໍາ - 5 - ບຸນຫໍ່ເຂົ້າປະດັບດິນ ແລະ ບຸນຊ່ວງເຮືອປະເພນີ ຢູ່ນະຄອນຫລວງພະບາງ ປີ 2024 ຈະມີເຮືອຊ່ວງເຂົ້າຮ່ວມຊ່ວງປະມານ 23 ລໍາ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!