ຢາງພາລາຊ່ວຍຄອບຄົວທ້າວແພງຫລຸດພົ້ນອອກຈາກຄວາມທຸກຍາກ

- kitchen vibe - ຢາງພາລາຊ່ວຍຄອບຄົວທ້າວແພງຫລຸດພົ້ນອອກຈາກຄວາມທຸກຍາກ

- 17760348 795052933993114 789705624 n 300x200 - ຢາງພາລາຊ່ວຍຄອບຄົວທ້າວແພງຫລຸດພົ້ນອອກຈາກຄວາມທຸກຍາກ

ບໍລິສັດລົງທຶນຢາງພາລາ ລາວຢຸນນານຈຳກັດ ໄດ້ເຂົ້າມາລົງທຶນຢູ່ ສປປ ລາວ ໃນປີ 2006, ມີ 4 ສາຂາຕັ້ງຢູ່ບັນດາ ແຂວງພາກເໜືອລາວຄື: ຫລວງນ້ຳທາ, ບໍ່ແກ້ວ, ຫລວງພະບາງ  ແລະ ແຂວງໄຊຍະບູລີ. ໃນປີ  2013 ທາງອຳນາດການປົກ ຄອງແຂວງຫລວງນ້ຳທາ ໄດ້ອະນຸມັດໃຫ້ບໍລິສັດພັດທະນາໂຄງ ການຢູ່ ບ້ານ ສົບຕຸດ, ເມືອງ ແລະ  ແຂວງຫລວງນ້ຳທາ, ໃຫ້ເປັນໂຄງການຈັດສັນພູມລຳເນົາທີ່ ຢູ່  ອາໄສ ແລະ ບ່ອນທຳມາຫາກິນຄົງທີ່ໃຫ້ແກ່ປະຊາຊົນຜູ້ທຸກຍາກຂາດເຂີນ ແລະ ມາຮອດທ້າຍ ປີ 2016 ໄດ້ຍົກຍ້າຍເອົາປະຊາຊົນຜູ້ທຸກຍາກມາຢູ່ໃນເຂດໂຄງການຈຳນວນ 190 ຄອບຄົວ ແລະ ຄາດວ່າຮອດປີ 2017 ນີ້ ຈະເພີ່ມອີກ 60 ກວ່າຄອບຄົວ.

- Visit Laos Visit SALANA BOUTIQUE HOTEL - ຢາງພາລາຊ່ວຍຄອບຄົວທ້າວແພງຫລຸດພົ້ນອອກຈາກຄວາມທຸກຍາກ

ໃນນັ້ນ, ຜູ້ໜຸ່ມແມ່ນໄດ້ເຮັດວຽກຢູ່ກັບສວນຢາງ ແລະ ຈະມີລາຍຮັບເປັນປົກກະຕິ. ແລະ ສົ່ງ ເສີມໃຫ້ເດັກນ້ອຍໄດ້ມີໂອກາດເຂົ້າຮຽນໜັງສືບໍລິສັດຈິ່ງໄດ້ລົງທຶນປຸກສ້າງໂຮງຮຽນຫລັງໃໝ່ໃຫ້ເຂົາເຈົ້າ          ເປັນຢ່າງດີ.

ດັ່ງທ້າວແພງ ປະຊາຊົນຜູ້ ໜຶ່ງທີ່ນອນຢູ່ໃນບ້ານດັ່ງກ່າວໄດ້ ເລົ່າໃຫ້ນັກຂ່າວພວກເຮົາຮູ້ວ່າ:  ລາວມີຄວາມ ຮູ້ສຶກພາກພູມໃຈ ຫລາຍທີ່ໄດ້ມີໂອກາດເຂົ້າມາເຮັດວຽກນຳບໍລິສັດຢາງພາລາລາວຢຸນນານ, ຕົນເອງເກີດໃນປີ 1995 ທີ່ບ້ານສົບມອນ, ເມືອງ ຊຽງຄໍ້, ແຂວງຫົວພັນ, ໃນຕອນນັ້ນຊີວິດການເປັນຢູ່ແມ່ນພົບກັບຄວາມ ຫຍຸ້ງຍາກລຳບາດຫລາຍ, ອາຊີບຕົ້ນຕໍແມ່ນຖາງ  ປ່າເຮັດໄຮ່ແບບເລື່ອນລອຍ, ປູກເຂົ້າ, ປູກສາລີ ແລະ ໄດ້ໄປຮັບ ຈ້າງເປັນແຮງງານລາຍວັນ ເພື່ອເອົາຊີວິດຢູ່ລອດໄປແຕ່ລະມື້ ແລະ ຍ້ອນຄວາມທຸກຍາກບໍ່ພໍຢູ່ພໍກິນຮອດປີ 2014 ຈິ່ງໄດ້ຍົກ  ຍ້າຍຄອບຄົວອອກຈາກບ້ານ ເກີດເມືອງນອນມາຮັບເໝົາປາດຢາງພາລາຢູ່ບໍລິສັດແຫ່ງນີ້ທີ່ ບ້ານ ສົບຕຸດ, ເມືອງ ແລະ ແຂວງຫລວງນ້ຳທາ, ປັດຈຸບັນ  ມີສະມາຊິກຄອບຄົວທັງໝົດ 8  ຄົນ, ໃນນັ້ນ ມີແຮງງານຕົ້ນຕໍ 2 ຄົນ, ຂ້າພະເຈົ້າພ້ອມດ້ວຍຄອບ ຄົວໄດ້ຕົກລົງຮັບເໝົາໃນການ ຄຸ້ມຄອງປົກປັກຮັກສາ ແລະ ຮັບປາດຢາງພາລາຈຳນວນ 2.000 ຕົ້ນໃນສ່ວນຢາງຂອງ ບໍລິສັດໂດຍບໍ່ມີຄວາມຮູ້ໃດໆ ກ່ຽວກັບຢາງພາລາ, ບໍ່ຮູ້ວ່າ: ປາດຢາງແນວໃດ? ຫລັງຈາກ  ທາງບໍລິສັດໄດ້ຈັດເຝິກອົບຮົມ ດ້ານເຕັກນິກການປາດຢາງ ແລະ ການບົວລະບັດຮັກສາຕົ້ນ ຢາງໃຫ້ແລ້ວ, ກໍລົງປະຕິບັດຕົວຈິງຜ່ານໄປຫລາຍຄັ້ງຈັ່ງເຮັດໃຫ້ຕົນເອງ ຄ່ອຍໆມີຄວາມຊຳນິ ຊຳນານຂຶ້ນ ແລະ ສາມາດກາຍເປັນຄູເຝິກຖ່າຍທອດບົດຮຽນໃຫ້ກັບໝູ່ເພື່ອນ ຜູ້ອື່ນໆທີ່ມາຕາມ ຫລັງທ້າວແພງຍັງໄດ້ລາຍງານໃຫ້ຮູ້ຕື່ມວ່າ: ໃນຜ່ານມາທາງບໍລິສັດໄດ້ຊ່ວຍສ້າງວຽກເຮັດງານ ທຳໃຫ້ປະຊາຊົນຜູ້ທຸກຍາກແລ້ວ  ຍັງໄດ້ລົງທຶນບຸກເບີກເສັ້ນທາງ,  ສ້າງຕາຂ່າຍໄຟຟ້າ, ນ້ຳລິນ, ສ້າງໂຮງຮຽນ ປະຖົມໃຫ້ນ້ອງນັກຮຽນໄດ້ມີບ່ອນສຶກສາຮ່ຳ ຮຽນທີ່ສະດວກດີ. ຜ່ານການສູ້ຊົນອົດທົນຕິດພັນກັບວຽກ ງານຢາງພາລາມາຢ່າງຂະຫຍັນຂັນແຂງ ແລະ ມາຮອດປັດຈຸບັນຕົນເອງຈິ່ງສາມາດມາປົວແປງຊີວິດການ ເປັນຢູ່ຄອບຄົວດີຂຶ້ນ ຫລາຍ, ເມື່ອທຽບໃສ່ເມື່ອມີອາ ຊີບຖາງປ່າເຮັດໄຮ່ປູກເຂົ້າ, ປູກສາລີແບບເລື່ອນ ລອຍດັ່ງເມື່ອກ່ອນ.

ດັ່ງປີ 2016 ຄອບຄົວຂ້າ ພະເຈົ້າມີລາຍຮັບ 40 ລ້ານກວ່າກີບ ແຕ່ຖ້າລາຄາຢາງພາລາບໍ່ຕົກ ຕ່ຳຫລາຍຂ້ອຍຄິດວ່າອາດຈະໄດ້ເງິນຫລາຍກວ່ານັ້ນຄື: ປີກາຍນີ້ຂ້າພະເຈົ້າໄດ້ມີເງິນຊື້ເຄື່ອງໃຊ້ ຄອບຄົວຈຳນວນໜຶ່ງເຊັ່ນ:   ລົດຈັກ, ຕູ້ເຢັນ, ໂທລະພາບ, ສາມາດສົ່ງລູກເຂົ້າໂຮງຮຽນໄດ້ທຸກຄົນ, ເວລາເຈັບເປັນກໍ່ມີເງິນປິ່ນປົວ ແລະ ມີເງິນທ້ອນໄວ້ຈຳນວນໜຶ່ງເພື່ອອະນາຄົດຂອງລູກຫລານ.

ການມອບເໝົາປາດຢາງ ມີສັນຍາກັບທາງບໍລິສັດເປັນອັດ  ຕາສ່ວນ 60%, 40% ໝາຍວ່າ ເມື່ອເກັບກູ້ຢາງມາໄດ້ 60% ຈະ ເປັນຂອງຕົນເອງ ແລະ 40% ແມ່ນຂອງບໍລິສັດໂດຍຂຶ້ນກັບຄຸນ ນະພາບ, ປາລິມານ ແລະ ລາຄາ ຂາຍນ້ຳຢາງໃນທ້ອງຕະຫລອດໃນແຕ່ລະໄລຍະ, ທ້າວແພງເວົ້າວ່າ: ຂ້າພະເຈົ້າມີຄວາມເພິ່ງພໍ ໃຈຫລາຍ ທີ່ໄດ້ເຮັດວຽກຢູ່ກັບບໍ ລິສັດດັ່ງກ່າວ, ເຊິ່ງນອກຈາກໃຫ້ຂ້າພະເຈົ້າໄດ້ຮຽນຮູ້ເຖິງວິຊາຊີບ ກ່ຽວກັບການຜະລິດ ຢາງພາລາແລ້ວ, ຍັງຊ່ວຍໃຫ້ຄອບຄົວຂ້າພະເຈົ້າມີຊີວິດການເປັນຢູ່ດີຂຶ້ນຕື່ມອີກ.

ບໍລິສັດລົງທຶນຢາງພາລາ ລາວຢຸນຈຳກັດແມ່ນບໍລິສັດໜຶ່ງທີ່ມີຄວາມຕັ້ງໃຈຢາກສ້າງວຽກເຮັດງານທຳໃຫ້ແກ່ ປະຊາຊົນລາວບັນດາເຜົ່າທີ່ຢູ່ເຂດຫ່າງໄກ ສອກຫລີກ, ດ້ອຍໂອກາດ, ໂດຍຕິດພັນກັບແນວທາງນະໂຍບາຍ ຂອງພັກ ແລະ ລັດຖະບານເຮົາໃນການຫລຸດຜ່ອນຄວາມທຸກ ຍາກເປັນການສ້າງອາຊີບໃໝ່ທີ່ໝັ້ນ ຄົງໃຫ້ແກ່ປະຊາຊົນລາວອີກດ້ວຍ.

- 4 - ຢາງພາລາຊ່ວຍຄອບຄົວທ້າວແພງຫລຸດພົ້ນອອກຈາກຄວາມທຸກຍາກ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!