ສານປະຊາຊົນນະຄອນຫລວງຕັດສິນປະຫານຊີວິດຜູ້ຄ້າຢາເສບຕິດລາຍໃຫຍ່
November 6, 2017 - 10:17 AM


ເມື່ອທ້າຍອາທິດຜ່ານມານີ້, ສານປະຊາຊົນນະຄອນຫລວງວຽງຈັນ, ໄດ້ຕັດສີນປະຫານຊີວິດທ້າວ ເມັງວ່າງ ອາຍຸ 29 ປີຢູ່ບ້ານຕານມີໄຊເມືອງໄຊທານີນະຄອນຫລວງວຽງຈັນໃນຂໍ້ຫາຄ້າຢາເສບຕິດ.
ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ທ້າວ ເມັງວ່າງ ໄດ້ເຄື່ອນໄຫວຄ້າຂາຍຢາເສບຕິດມາແຕ່ປີ 2014 ໂດຍຊື້-ຂາຍນໍາຂະບວນການດຽວກັນເປັນຈໍານວນຫລາຍຄື: ເມື່ອກາງເດືອນພຶດສະພາ 2016 ຜ່ານມາ, ໄດ້ມີຜູ້ຮ່ວມຂະບວນການໂທມາຫາທ້າວເມັງວ່າງ ວ່າຈະມີຄົນເອົາເຮໂຣອິນ 80 ແທ່ງ ແລະ ຢາບ້າ 78 ມັດ ເພື່ອໄປສົ່ງໃຫ້ຜູ້ສັ່ງຊື້ຢູ່ເຂດບ້ານສີເກີດເມືອງນາຊາຍທອງ, ໂດຍນໍາໃຊ້ລົດເກັງເປັນພາຫະນະຂົນສົ່ງຢາເສບຕິດດັ່ງກ່າວມາຊຸກເຊື່ອງໄວຢູ່ຫ້ອງເຊົ່າຂອງຕົນ, ຊຶ່ງຖືກ ເຈົ້າໜ້າທີ່ກວດພົບເຫັນຢາເສບຕິດດັ່ງກ່າວຈຶ່ງໄດ້ຢຶດໄວ້ເປັນຫລັກຖານເພື່ອ ດໍາເນີນຕາມລະບຽບກົດໝາຍ.