ກະຊວງການຕ່າງປະເທດຈັດແຂ່ງຂັນກ໊ອຟຕ້ອນຮັບຄະນະຜູ້ແທນເຊື້ອຊາດລາວທີ່ອາເມລິກາ


ກົມພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ ກະຊວງການຕ່າງປະເທດ ໄດ້ຕ້ອນຮັບຄະນະຜູ້ແທນຄົນເຊື້ອຊາດລາວຢູ່ ສ.ອາເມລິກາ ມາເຄື່ອນໄຫວຢ້ຽມຢາມ ແລະ ແຂ່ງຂັນກ໊ອຟມິດຕະພາບຊິງຂັນທ່ານລັດຖະມົນຕີກະຊວງການຕ່າງປະເທດ ເຊິ່ງຈັດຂຶ້້ນຢູ່ສະໜາມກ໊ອຟເລກວິວ ນະຄອນຫຼວງວຽງຈັນ ໃນວັນທີ 4 ພະຈິກນີ້.
ໃຫ້ກຽດເປີດພິທີໂດຍທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ, ມີບັນດາຮອງລັດຖະມົນຕີ, ບັນດາຄະນະນຳ ແລະ ບັນດາເອກອັກຄະລັດຖະທູດລາວປະຈຳຢູ່ຕ່າງປະເທດ, ພ້ອມຄະນະຜູ້ແທນດັ່ງກ່າວເຂົ້າຮ່ວມທັງໝົດຫຼາຍກວ່າ 70 ທ່ານ.
ໃນໂອກາດດັ່ງກ່າວ, ທ່ານ ສຸວັນນາ ຜຸຍຍະວົງ ຫົວໜ້າກົມພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບພີ່ນ້ອງຄົນເຊື້ອຊາດລາວຈາກ ສ.ອາເມລິກາ ທີ່ເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ແຂ່ງຂັນກີລາກ໊ອຟມິດຕະພາບດັ່ງກ່າວ ເຊິ່ງເປັນກິດຈະກຳທີ່ມີຄວາມໝາຍມິດຕະພາບລະຫວ່າງເຊື້ອຊາດລາວເຮົາຢູ່ຕ່າງປະເທດ ເຊິ່ງຍາມໃດ ພັກ-ລັດກໍຍັງເປັນຫ່ວງເປັນໄຍ ເຖິງຈະໄປຢູ່ໃສ, ປະເທດໃດກໍບໍ່ສາມາດຕັດແຍກອອກຈາກວົງຄະນະຍາດເຊື້ອຊາດລາວເຮົາໄດ້.
ການເຄື່ອນໄຫວຢ້ຽມຢາມ ແລະ ແຂ່ງຂັນກ໊ອຟມິດຕະພາບ ຂອງຄະນະຜູ້ແທນດັ່ງກ່າວໃນຄັ້ງນີ້ຍັງຈະເດີນທາງໄປຢ້ຽມຢາມ ແລະ ແຂ່ງຂັນກ໊ອຟມິດຕະພາບຢູ່ແຂວງຫຼວງພະບາງ, ໄດ້ເຂົ້າຢ້ຽມ ຂໍ່ານັບບັນດາການນຳຂອງລາວຢູ່ນະຄອນຫຼວງວຽງຈັນອີກດ້ວຍ.