ຊາວກະສິກອນເມືອງຜາອຸດົມພວມຂຸ້ນຂຽວເກັບກູ້ຜົນຜະລິດເຂົ້ານາປີ

- 247gff 1 - ຊາວກະສິກອນເມືອງຜາອຸດົມພວມຂຸ້ນຂຽວເກັບກູ້ຜົນຜະລິດເຂົ້ານາປີ
- kitchen vibe - ຊາວກະສິກອນເມືອງຜາອຸດົມພວມຂຸ້ນຂຽວເກັບກູ້ຜົນຜະລິດເຂົ້ານາປີ

ປັດຈຸບັນຊາວກະສິກອນຢູ່ ເມືອງຜາອຸດົມ ແຂວງບໍ່ແກ້ວ ພວມລົງມືຂຸ້ນຂ້ຽວເກັບກ່ຽວ, ມ້ຽນມັດຜົນຜະລິດເຂົ້ານາປີ ຂອງຕົນ ເຊິ່ງສຳເລັດໄປແລ້ວປະ ມານ 30% ຂອງເນື້ອທີ່ນາປີ ທັງໝົດ 2.465 ເຮັກຕາ, ຄາດວ່າ ສະມັດຖະພາບຜົນຜະລິດຈະບັນລຸໄດ້ປະມານ 4,7 ໂຕນຕໍ່ເຮັກຕາ ເຊິ່ງເປັນອັດຕາສ່ວນຢູ່ໃນເກນ ປົກກະຕິດີ ແລະ ໄປຄຽງຄູ່ກັບ ການຜະລິດ ເຂົ້ານາປີແລ້ວປະຊາຊົນບັນດາເຜົ່າທີ່ອາໄສຢູ່ເຂດ ເນີນພູສູງຍັງໄດ້ເຮັດໄຮ່ໝູນວຽນໃນເນື້ອທີ່ທັງໝົດ 3.929 ເຮັກຕາ ສາມາດເກັບກູ້ຜົນຜະລິດໄດ້ປະ ມານ 17.197 ໂຕນ.

 

- Visit Laos Visit SALANA BOUTIQUE HOTEL - ຊາວກະສິກອນເມືອງຜາອຸດົມພວມຂຸ້ນຂຽວເກັບກູ້ຜົນຜະລິດເຂົ້ານາປີ

+ ເມືອງໂພນທອງເກັບກ່ຽວເຂົ້ານາປີແລ້ວເປັນສ່ວນຫລາຍ

+ ຊາວກະສິກອນອາກຊັງຕິນແຈກຜັກຟຣີ ປະທ້ວງລາຄາຕົກຕໍ່າ

ຫົວໜ້າໜ່ວຍງານສົ່ງເສີມການປູກຝັງຫ້ອງການກະສິ ກຳ-ປ່າໄມ້ເມືອງ ໃຫ້ຮູ້ວ່າ: ການ ຜະລິດເຂົ້ານາປີຂອງຊາວກະສິ ກອນຢູ່ເມືອງຜາອຸດົມໃນສົກປີ 2016-2017 ນີ້ ເວົ້າລວມແລ້ວ ແມ່ນສາມາດບັນລຸຕາມຄາດ ໝາຍແຜນການທີ່ວາງໄວ້, ຊາວ ກະສິກອນໄດ້ເອົາໃຈໃສ່ໃນການບົວລະບັດຮັກສາຜົນລະປູກຂອງຕົນ ໂດຍຕິດພັນກັບການລົງໃກ້ ຊິດຕິດແທດຂອງພະນັກງານວິ ຊາການທີ່ກ່ຽວຂ້ອງທີ່ໄດ້ສະ ໜອງແນວພັນ, ວັດຖຸອຸປະກອນ ຮັບໃຊ້ການຜະລິດ, ພ້ອມທັງແນະ ນຳວິທີການນຳໃຊ້ປຸ໋ຍ, ຢາປາບ ສັດຕູພືດໃຫ້ແກ່ຊາວກະສິກອນ ຢ່າງຖືກວິທີ, ຊາວກະສິກອນ ຢູ່ເມືອງຜາອຸດົມສ່ວນຫລາຍ ແມ່ນນິຍົມນຳໃຊ້ແນວພັນເຂົ້າພື້ນ ເມືອງ, ສ່ວນການປູກພືດລະດູຝົນ ນອກຈາກພືດຜັກເປັນສິນຄ້າແລ້ວ ຍັງເນັ້ນປູກສາລີແຂງໃນເນື້ອທີ່ 20 ເຮັກຕາ ຄາດວ່າຜົນຜະລິດ ຈະໄດ້ຮັບ 120 ໂຕນ, ໝາກງາ 100 ເຮັກຕາ ຄາດຄະເນຜົນຜະ ລິດ 150 ໂຕນ, ໝາກເດືອຍ 50 ເຮັກຕາ ຄາດຄະເນຜົນຜະລິດ 375 ໂຕນ ແລະ ສາລີຫວານ 118 ເຮັກຕາ ຄາດຄະເນຜົນຜະ ລິດ 9.450 ໂຕນ ໄວ້ເພື່ອບໍລິໂພກ ພາຍໃນຄອບຄົວ ແລະ ເປັນສິນ ຄ້າຂາຍອອກສູ່ທ້ອງຕະຫລາດ ເພື່ອສ້າງລາຍຮັບເຂົ້າສູ່ຄອບຄົວ.

 

- 247gff 1 - ຊາວກະສິກອນເມືອງຜາອຸດົມພວມຂຸ້ນຂຽວເກັບກູ້ຜົນຜະລິດເຂົ້ານາປີ

- 4 - ຊາວກະສິກອນເມືອງຜາອຸດົມພວມຂຸ້ນຂຽວເກັບກູ້ຜົນຜະລິດເຂົ້ານາປີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!