ອາເມລິກາຢຸດໃຫ້ທຶນອົງການໃນເຄືອສະຫະປະຊາຊາດ

- kitchen vibe - ອາເມລິກາຢຸດໃຫ້ທຶນອົງການໃນເຄືອສະຫະປະຊາຊາດ

- 1491275448979 960x0 300x169 - ອາເມລິກາຢຸດໃຫ້ທຶນອົງການໃນເຄືອສະຫະປະຊາຊາດ
      ໃນວັນທີ 4 ເມສານີ້, ກະຊວງຕ່າງປະເທດອາເມລິກາຖະແຫລງວ່າ: ອາເມລິກາຢຸດການໃຫ້ທຶນສະໜັບສະ ໜູນກອງທຶນສະຫະປະຊາຊາດເພື່ອປະຊາກອນແລ້ວ ເຊິ່ງເປັນໜ່ວຍງານສາກົນທີ່ໃຫ້ການຊ່ວຍເຫລືອດ້ານການ ວາງແຜນຄອບຄົວ, ການເບິ່ງແຍງສຸຂະພາບແມ່ ແລະ ເດັກໃນ 150 ກວ່າປະເທດທົ່ວໂລກ.

ບັນທຶກຂອງກະຊວງຕ່າງປະເທດອາເມລິກາທີ່ແຈ້ງຕໍ່ທ່ານ ບ໊ອບ ຄໍເກີ ປະທານຄະນະກຳມະການການພົວ ພັນສາກົນ ວຸດທິສະພາອາເມລິກາ ຊີ້ແຈງວ່າ: ອາເມລິກາໄດ້ຕັດເງິນທຶນສະໜັບສະໜູນກອງທຶນສະຫະປະຊາ ຊາດເພື່ອປະຊາກອນ (UNFPA) ແລ້ວ ເນື່ອງຈາກອົງການແຫ່ງນີ້ໃຫ້ການສະໜັບສະໜູນ ຫລື ມີສ່ວນຮ່ວມໃນ ການບໍລິຫານຈັດການຕາມໂຄງການຫລຸດການຖືພາໂດຍການເອົາລູກອອກ ຫລື ເຮັດໝັນ. ການຕັດເງິນຊ່ວຍ ເຫລືອຄັ້ງນີ້ຖືເປັນການເຄື່ອນໄຫວທຳອິດຂອງລັດຖະບານປະທານາທິບໍດີ ໂດນັນ ທຣຳ ທີ່ຈະຢຸດການໃຫ້ທຶນສະ ໜັບສະໜູນອົງການໃນເຄືອສະຫະປະຊາຊາດ ແລະ ຈະເຮັດໃຫ້ເກີດຂໍ້ສົງໄສເຖິງຜົນກະທົບທີ່ຈະມີຕໍ່ອົງການສະຫະ ປະຊາຊາດ ເຊິ່ງອາເມລິກາເປັນຜູ້ບໍລິຈາກລາຍໃຫຍ່ທີ່ສຸດ.

- Visit Laos Visit SALANA BOUTIQUE HOTEL - ອາເມລິກາຢຸດໃຫ້ທຶນອົງການໃນເຄືອສະຫະປະຊາຊາດ
- 3 - ອາເມລິກາຢຸດໃຫ້ທຶນອົງການໃນເຄືອສະຫະປະຊາຊາດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!