ອາເມລິກາເຕືອນພົນລະເມືອງ ລະວັງອັນຕະລາຍຢູ່ໂຊມາລີ

- 1509856037793 960x0 - ອາເມລິກາເຕືອນພົນລະເມືອງ ລະວັງອັນຕະລາຍຢູ່ໂຊມາລີ
- kitchen vibe - ອາເມລິກາເຕືອນພົນລະເມືອງ ລະວັງອັນຕະລາຍຢູ່ໂຊມາລີ

ສຳນັກງານ​ທາງ​ການ​ທູດ​ອາ​ເມ​ລິ​ກາ​ຢູ່​ໂຊ​ມາລີ ປະກາດ​ເຕືອນ​ເຈົ້າໜ້າ​ທີ່​ຊາວ​ອາ​ເມ​ລິ​ກາ​ທຸກ​ຄົນ​ທີ່​ບໍ່​ມີ​ພາລະກິດ​ຈຳ​ເປັນ​ໃຫ້​ເດີນທາງ​ອອກ​ຈາກ​ນະຄອນຫລວງ​ໂມ​ກາ​ດິຊູ​ທັນທີ, ພາຍຫລັງ​ມີ​ຄຳ​ຂູ່​ໂຈມ​ຕີ​ເຈົ້າໜ້າ​ທີ່​ອາ​ເມ​ລິ​ກາ.

ປະກາດ​ເຕືອນ​ດັ່ງກ່າວ​ມີ​ຂຶ້ນ​ໃນ​ເວລາບໍ່​ເທົ່າ​ໃດ​ຊົ່ວ​ໂມງ, ພາຍຫລັງ​ກອງ​ກຳລັງ​ອາ​ເມ​ລິ​ກາ​ຖະ​ແຫລ​ງຢືນຢັນ​ເດີນ​ໜ້າ​ພາລະກິດ​ໃຊ້​ໂດຣນ​ໂຈມ​ຕີ ​ໂດຍ​ມີ​ເປົ້າໝາຍ​ຄື​ກຸ່ມ​ອິດສະ​ລາມ (IS) ຢູ່​ໂຊ​ມາລີ. ຖະ​ແຫລ​ງການ​ທີ່​ລົງ​ໃນ​ເວັບ​ໄຊ ລະບຸ​ວ່າ: ຈາກ​ກໍລະນີ​ທີ່​ອາ​ເມ​ລິ​ກາ​ໄດ້​ຮັບ​ຄຳ​ຂູ່​ບໍ່​ຮູ້​ທີ່​ມາ ​ເຊິ່ງຕ້ອງການ​ໂຈມ​ຕີ​ເຈົ້າໜ້າ​ທີ່​ອາ​ເມ​ລິ​ກາ​ຢູ່​ສະໜາມ​ບິນ​ສາກົນ​ນະຄອນຫລວງ​ໂມ​ກາ​ດິຊູ. ດັ່ງນັ້ນ ສຳນັກງານ​ການ​ທູດ​ອາ​ເມ​ລິ​ກາຢູ່​ໂຊ​ມາລີ ຂໍ​ປະກາດ​ໃຫ້​ເຈົ້າໜ້າ​ທີ່ ​ເຊິ່ງ​ເປັນ​ພົນລະ​ເມືອງ​ຊາວ​ອາ​ເມ​ລິ​ກາ​ທີ່​ບໍ່​ມີ​ພາລະກິດ​ຈຳ​ເປັນ​ໃຫ້​ເດີນທາງ​ອອກ​ຈາກ​ນະຄອນຫລວງ​ໂມ​ກາ​ດິຊູ​ທັນທີ ຈົນ​ກວ່າ​ຈະ​ແຈ້ງ​ໃຫ້​ຮູ້​ຄວາມ​ຄືບ​ໜ້າ​ຕໍ່​ໄປ. ຖະ​ແຫລ​ງການ​ເນັ້ນວ່າ: ສະຖານະ​ການ​ຢູ່​ໂຊ​ມາລີ​ບໍ່​ໝັ້ນຄົງ ​ແລະ ​ໄພ​ຄຸກ​ຄາມ​ທີ່​ມີ​ຕໍ່​ພົນລະ​ເມືອງ​ຊາວ​ອາ​ເມ​ລິ​ກາ​ຍັງ​ຢູ່​ໃນ​ລະດັບ​ວິ​ກິດ.

- Visit Laos Visit SALANA BOUTIQUE HOTEL - ອາເມລິກາເຕືອນພົນລະເມືອງ ລະວັງອັນຕະລາຍຢູ່ໂຊມາລີ
- 3 - ອາເມລິກາເຕືອນພົນລະເມືອງ ລະວັງອັນຕະລາຍຢູ່ໂຊມາລີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!