ນາຍົກລັດຖະມົນຕີລີບັງປະກາດ ລາອອກກັງວົນຖືກລອບສັງຫານ


ນາຍົກລັດຖະມົນຕີ ຊາອັດ ຮາຣີຣີ ຂອງລີບັງ ປະກາດລາອອກ ໂດຍໃຫ້ເຫດຜົນວ່າອີຣານເຂົ້າມາມີອິດທິພົນໃນປະເທດຫລາຍຂຶ້ນ ແລະ ຖືກຂູ່ປອງຮ້າຍເຖິງຊີວິດ.
ການປະກາດລາອອກຢ່າງກະທັນຫັນໃນວັນທີ 4 ພະຈິກຕາມເວລາທ້ອງຖິ່ນ ຍິ່ງເຮັດໃຫ້ສະຖານະການຢູ່ລີບັງຕົກຢູ່ໃນຄວາມວຸ້ນວາຍຂຶ້ນ. ທ່ານ ຮາຣີຣີ ອອກຖະແຫລງການຜ່ານທາງສະຖານີຂ່າວອັດ-ອາຣາບິຢາ ຂອງອາຣັບບີ ຊາອຸດິດ ປະກາດລາອອກຈາກຕຳແໜ່ງນາຍົກລັດຖະມົນຕີລີບັງ ແລະ ກ່າວວ່າ: ມີການວາງແຜນສັງຫານທ່ານ. ຂະນະທີ່ກະແສສັງຄົມເຕັມໄປດ້ວຍຂໍ້ຄວາມເຢາະເຢີ້ຍທ່ານ ທີ່ເລືອກປະກາດລາອອກຈາກຕ່າງປະເທດ ແລະ ຖະແຫລງຂ່າວຜ່ານທາງສະຖານີໂທລະພາບຕ່າງປະເທດ. ທ່ານ ຊາອັດ ຮາຣີຣີ ອາຍຸ 47 ປີ ນັກການເມືອງນິກາຍສຸນີຂໍລາອອກ ໂດຍກ່າວຫາວ່າອີຣານຂະຫຍາຍອິດທິພົນ ແລະ ກຸ່ມເຮັດໂບລານິກາຍຊີອະເຂົ້າມາມີອຳນາດຫລາຍຂຶ້ນ, ທ່ານ ຊາອັດ ເປັນລູກຂອງທ່ານ ຣາຟິກ ຮາຣີຣີ ອະດີດນາຍົກລັດຖະມົນຕີລີບັງ ທີ່ຖືກລອບສັງຫານໃນປີ 2003.