ຄາວານີ ຍິງປະຕູໃນລີກໃຫ້ ປາຣິສ ແຊັງແຊັກແມັງ ຄົບ 100 ປະຕູແລ້ວ
November 5, 2017 - 2:56 PM




2 ປະຕູຈາກເກມນີ້ເຮັດ ໃຫ້ ຄາວານີ ຍິງໃນລີກໃຫ້ ປາ ຣິສ ແຊັງແຊັກແມັງ ໄປແລ້ວ 101 ປະຕູ ຈາກການລົງຫຼິ້ນ 144 ນັດ ແຕ່ຖ້ານັບລວມທຸກ ລາຍ ການລາວເອງຍິງໄປທັງ ໝົດ 147 ປະຕູຈາກ 214 ຮັດ ນັບຕັ້ງແຕ່ຍ້າຍມາຈາກ ນາ ໂປລີ ໃນລະດູການ 2013.
ທັງນີ້ ຄາວານີ ຍຶດອັນດັບ 2 ຂອງຜູ້ຫຼິ້ນທີ່ເຮັດປະຕູໃຫ້ ປາ ຣິສ ແຊັງແຊັກແມັງ ຫຼາຍທີ່ສຸດ ຕະຫຼອດການ ໂດຍຕາມຫຼັງ ອັນດັບ 1 ຢ່າງ ຊະລາຕັນ ອິບຣາຮິໂມວິດ ຢູ່ 12 ປະຕູ