ອິດສະລາແອນໂຈມຕີໂຮງຮຽນ-ມັດສະຢິດຢູ່ກາຊາ ອ້າງເປັນສະຖານທີ່ປະຕິບັດການຂອງຮາມັດ ມີພົນລະເຮືອນເສຍຊີວິດ 90 ກວ່າຄົນ


ອິດສະລາແອນໂຈມຕີທາງອາກາດໃສ່ໂຮງຮຽນ ແລະ ມັດສະຢິດທີ່ໃຊ້ເປັນທີ່ພັກ ແລະ ລີ້ໄພຂອງຊາວປາແລັສຕິນຢູ່ກາຊາໃນຄືນວັນທີ 10 ສິງຫາ ມີຊາວປາແລັສຕິນເສຍຊີວິດຢ່າງໜ້ອຍ 93 ຄົນ.
ເຈົ້າໜ້າທີ່ປ້ອງກັນພົນລະເຮືອນກາຊາລະບຸວ່າ: ຂະນະໂຈມຕີມີປະຊາຊົນກໍາລັງລະໝາດ ມີສົບຈໍານວນຫລາຍທີ່ຍັງລະບຸອັດຕະລັກບໍ່ໄດ້.
ຂະນະທີ່ທ່ານ ຟາເຣສ ອາຟານາ ຜູ້ອໍານວຍການໜ່ວຍພະຍາບານ ແລະ ເຫດສຸກເສີນຢູ່ກາຊາ ກ່າວວ່າ: ຜູ້ເສຍຊີວິດທັງໝົດເປັນພົນລະເຮືອນ, ເດັກທີ່ບໍ່ມີອາວຸດ, ຄົນແກ່, ຜູ້ຊາຍ ແລະ ຜູ້ຍິງ “ພວກເຂົາເປັນຜູ້ບໍລິສຸດທີ່ກໍາລັງລະໝາດ”.
ສ່ວນອິດສະລາແອນຢືນຢັນວ່າ: ໂຈມຕີໂຮງຮຽນ ແລະ ມັດສະຢິດແທ້, ແຕ່ອ້າງວ່າເປັນການໂຈມຕີກຸ່ມຮາມັດ ແລະ ຢິຮາດທີ່ປະຕິບັດການຢູ່ໃນສະຖານທີ່ດັ່ງກ່າວ ໂດຍໂຄສົກກອງທັບອິດສະລາແອນ (IDF) ລະບຸວ່າ: ມີກຸ່ມຕິດອາວຸດຢູ່ໃນນັ້ນປະມານ 20 ຄົນ.
ຂໍ້ມູນຈາກສະຫະປະຊາຊາດລະບຸວ່າ: ມີອາຄານ 477 ຈາກ 564 ແຫ່ງຢູ່ກາຊາທີ່ຖືກໂຈມຕີໂດຍກົງ ຫລື ໄດ້ຮັບຄວາມເສຍຫາຍ ໄລ່ຈົນຮອດວັນທີ 6 ກໍລະກົດ ແລະ ມີອີກຢ່າງໜ້ອຍ 14 ແຫ່ງທີ່ຖືກໂຈມຕີຫລັງຈາກນັ້ນ.
ສໍາລັບໂຮງຮຽນອັລທາບາອີນທີ່ຖືກໂຈມຕີຄັ້ງນີ້ ໃຊ້ຮອງຮັບຜູ້ອົບພະຍົບທີ່ມາຈາກເມືອງເບດຮານູນ (Beit Hanoun) ຫລາຍກວ່າ 1,000 ຄົນ ພາຍຫລັງກອງທັບອິດສະລາແອນສັ່ງໃຫ້ເຄື່ອນຍ້າຍອອກຈາກເຮືອນ.
ອ້າງອີງ: