ຣັກບີ້ລາວ ເສຍໃຫ້ ໄທ ຂາດລອຍ 3-44 ໃນລາຍການຣັກບີ້ແມ່ຂອງຄັບ 2017
November 5, 2017 - 2:51 PM




ການແຂ່ງຂັນຣັກບີ້ 15 ຄົນ ລາຍການແມ່ຂອງ ຄັບ 2017 ຈັດຂຶ້ນເມື່ອວັນທີ 4 ພະ ຈິກທີ່ຜ່ານມາ ທີ່ສະໜາມກິລາ ເຈົ້າອານຸວົງ ສປປ ລາວ ເປັນ ເຈົ້າພາບຈັດການແຂ່ງຂັນ ດ້ວຍການຕ້ອນຮັບການມາ ຢາມຂອງທີມຊາດໄທ ເຊິ່ງພິ ທີດັ່ງກ່າວໃຫ້ກຽດເຂົ້າຮ່ວມ ໂດຍ ທ່ານ ວິລະຍຸດ ຣາທິການ ປະທານສະຫະພັນກິລາຣັກບີ້, ທ່ານ ທອງຜິວ ສິລະປັນຍາ ຮອງຫົວໜ້າພະແນກສຶກສາທິການ ແລະ ກີລາແຂວງຊຽງ ຂວາງ ພ້ອມດ້ວຍຄູຝຶກ ແລະ ນັກກີລາທີມຊາດລາວ ແລະ ໄທ ລວມເຖິງແຟນໆເຂົ້າຮ່ວມ ຢ່າງພ້ອມພຽງ.
ສໍາລັບການແຂ່ງຂັນນັດດັ່ງກ່າວແຂ່ງຂັນປະເພດ 15 ຄົນ ລະຫວ່າງທີມຊາດລາວ ກັບ ທີມຊາດໄທ, ແຂ່ງຂັນ 2 ຕັ້ງ ແລະ ຕັ້ງລະ 45 ນາທີ ປາ ກົດວ່າ: ທີມຊາດລາວ ຕ້ານ ຄວາມແຂງແກ່ນຂອງ ທີມ ຊາດໄທ ບໍ່ໄດ້ເສຍໄປຂາດ ລອຍ 3-44.
ເນື່ອງໃນໂອກາດດັ່ງ ກ່າວ ທ່ານ ສະຫວັນໄຊ ໄຊຍະ ສອນ ຫົວໜ້າທີມຊາດຊາວ ກ່າວເຖິງການໄດ້ເຂົ້າຮ່ວມ ລາຍການນີ້ວ່າ: “ ຄັ້ງນີ້ເປັນ ໂອກາດສໍາລັບນັກກີລາທຸກຄົນ ເພາະໄດ້ພົບກັບທີມທີ່ຢູ່ໃນລະ ດັບສູງກວ່າຫຼາຍທັງເປັນການວັດລະດັບຄຸນນະພາບຂອງ ທີມລວມທັງເປັນການສະແດງ ແບບຢ່າງໃຫ້ກັບນັກກີລາທີ່ ເຂົ້າຮ່ວມ ແລະ ເຊຍໃນວັນນີ້, ເຊິ່ງພວກເຮົາຈະນໍາເອົາປະ ສົບການຄັ້ງນີ້ນໍາໄປພັດທະນາທີມ ແລະ ພັດທະນາທີມ.