10 ວີທີຊ່ວຍໃຫ້ລູກເຊົາຂີ້ອາຍ

- 124fdddee - 10 ວີທີຊ່ວຍໃຫ້ລູກເຊົາຂີ້ອາຍ
- kitchen vibe - 10 ວີທີຊ່ວຍໃຫ້ລູກເຊົາຂີ້ອາຍ

ບາງ​ເທື່ອລູກເກີດອາການເຂີນອາຍເມື່ອຢູ່ນຳໝູ່ເພື່ອນ ຫຼື ຢູ່ກັບຜູ້ໃຫຍ່ທີ່ບໍ່ຄຸ້ນເຄີຍ ຫຼາຍຄັ້ງເດັກເປັນຄົນຂີ້ອາຍເພາະເຂົາກໍາລັງເຮັດຫຍັງທີ່ບໍ່ເປັນຕົວຂອງຕົວເອງຢູ່ ມີ 10 ວິທີເດັດໆມາແນະນໍາ ເພື່ອໃຫ້ລູກປັບຕົວໃຫ້ເຊົາຂີ້ອາຍ ແລະ ພັດທະນາການທາງສັງຄົມໄດ້ດີຂຶ້ນ.

 

- Visit Laos Visit SALANA BOUTIQUE HOTEL - 10 ວີທີຊ່ວຍໃຫ້ລູກເຊົາຂີ້ອາຍ

+ 8 ວິທີລ້ຽງລູກ ຊ່ວຍສ້າງຄວາມໝັ້ນໃຈໃນຕົວເອງໃຫ້ລູກນ້ອຍ

+ 6 ວິທີລ້ຽງລູກໃຫ້ຖືກທາງ ສົ່ງເຂົາສູ່ຜົນສໍາເລັດໃນອະນາຄົດ

 

  1. ຮູ້ວ່າລູກມັກ ແລະ ສົນໃຈຫຍັງເຊັ່ນ: ມັກຫຼິ້ນກິລາ, ດົນຕີ, ເຮັດອາຫານ, ແຕ້ມຮູບ ແລະ ອື່ນໆ. ດັ່ງນັ້ນ ຄວາມເປັນຄົນສັງເກດ ແລະ ໃສ່ໃຈໃນພຶດຕິກໍາຂອງລູກເປັນສິ່ງທໍາອິດທີ່ພໍ່ແມ່ຕ້ອງເລີ່ມຮຽນຮູ້.
  2. ສະໜັບສະໜູນການເຂົ້າສັງຄົມຂອງລູກ: ການເຂົ້າຮ່ວມກິດຈະກໍາຕ່າງໆ ກັບເດັກນ້ອຍທີ່ໂຮງຮຽນ ຈະຊ່ວຍໃນການເລີ່ມປັບຕົວເຂົ້າກັບກຸ່ມຄົນຕ່າງໆ ໂດຍທີ່ມີພໍ່ແມ່ຄ່ອຍຊ່ວຍເຫຼືອຢູ່ໃກ້ໆ.
  3. ການຄົບໝູ່ເພື່ອນ: ສັງເກດວ່າລູກມັກລົມ ແລະ ຫຼິ້ິ້ິ້ິ້ິ້ິ້ິ້ິ້ນກັບໝູ່ເພື່ອນຄົນໃດແດ່, ມັກຫຍັງຄືໆກັນ, ຊວນໝູ່ທີ່ລູກສະໜິດສະໜົມນໍາມາຫຼິ້ນທີ່ເຮືອນແດ່ ເຮັດໃຫ້ແມ່ມີເວລາສັງເກດພຶດຕິກໍາຂອງລູກໄດ້ດີຂຶ້ນ.
  4. ຢ່າບັງຂັບລູກ: ເດັກນ້ອຍຊັງ ແລະ ຢ້ານການຖືກບັງຂັບ ຄວນໃຊ້ວິທີຊັກ​ຊວນຈິດໃຈ ແລະ ໃຫ້ເວລາເຂົາຮັບຮູ້ສິ່ງຕ່າງໆອ້ອມຕົວດ້ວຍຄວາມຮູ້ສຶກຂອງເຂົາເອງ ໂດຍມີພໍ່ແມ່ຄ່ອຍໃຫ້ກໍາລັງໃຈຢູ່ຂ້າງໆ.
  5. ການສື່ສານກັບຄົນນອກ: ເດັກນ້ອຍຈະຮຽນແບບພຶດຕິກໍາຂອງພໍ່ແມ່. ດັ່ງນັ້ນ ພໍ່ແມ່ຄວນເປັນຕົວຢ່າງທີ່ດີໃຫ້ລູກຂອງເຈົ້າຊຶມຊັບວິທີທີ່ພໍ່ແມ່ປະຕິສໍາພັນກັບພາຍນອກໃນສະຖານະການທີ່ແຕກຕ່າງກັນໄປ ວິທີນີ້ຈະຊ່ວຍຫຼຸດອາການຂີ້ອາຍຂອງລູກລົງເທື່ອລະນ້ອຍ ຄວາມຄຸ້ນເຄີຍກັບສະຖານະການຕ່າງໆ ທີ່ເດັກນ້ອຍໄດ້ສະສົມມາ ຈະຊ່ວຍຫຼຸດຄວາມກັງວົນທີ່ເຂົາຈະຕ້ອງເວົ້າກັບຄົນທີ່ຍັງບໍ່ຄຸ້ນເຄີຍກັນ.
  6. ເຮັດໃຫ້ລູກຮູ້ສຶກວ່າຕົນເອງມີຄຸນຄ່າ: ເດັກນ້ອທຸກຄົນຕ້ອງການໃຫ້ສັງຄົມຍອມຮັບວ່າຕົວເອງເປັນຄົນທີ່ມີຄວາມສາມາດ ໂດຍສະເພາະຈາກພໍ່ແມ່ ນັ້ນເປັນຂັ້ນໄດຂັ້ນທໍາອິດໃຫ້ລູກມີຄວາມໝັ້ນໃຈ ແລະ ກ້າສະແດງອອກ. ດັ່ງນັ້ນ ພໍ່ແມ່ທັງຫຼາຍຈົ່ງຢ່າລະເລີຍທີ່ຈະບອກລູກວ່າສິ່ງທີ່ເຂົາເຮັດນັ້ນມັນເຮັດໃຫ້ພໍ່ແມ່ພູມໃຈໃນຕົວເຂົາຫຼາຍ.
  7. ກ້າເຮັດໃນສິ່ງທີ່ທ້າທາຍ: ບາງຄັ້ງການທີ່ພໍ່ແມ່ລອງເຮັດສິ່ງທີ່ແຕກຕ່າງໄປຈາກທີ່ເຄີຍເຮັດຢູ່ທຸກວັນ ອາດເປັນແຮງກະຕຸ້ນໃຫ້ລູກມີຄວາມກ້າທີ່ຈະທົດລອງສິ່ງໃຫມ່ໆ.
  8. ສົນທະນາການນອກບ້ານ: ໃຫ້ໂອກາດລູກໄດ້ອອກໄປພົບປະຜູ້ຄົນນອກ ຫຼື ງານລວມຍາດພີ່ນ້ອງທີ່ມີລູກຫຼານໃນໄວດຽດກັນມາດ້ວຍຢູ່ຕະຫຼອດ ເພື່ອເປີດໂອກາດໃຫ້ເຂົາໄດ້ສະແດງຄວາມເປັນຕົວຂອງຕົວເອງ ແລະ ຮຽນຮູ້ການເຂົ້າສັງຄົມ.
  9. ໃຫ້ເດັກໄດ້ຄຸ້ນເຄີຍກັບຮູບ​ເງົາ ຫຼື ໜັງສືທີ່ເໝາະກັບເຂົາ: ການເລືອກໜັງສືທີ່ເໝາະກັບການພັດທະນາການຕາມໄວຂອງລູກ ຊ່ວຍເສີມສ້າງຈິນຕະນາການ ເປີດໂລກຂອງເດັກໃຫ້ກວ້າງຂຶ້ນ ຮູ້ຈັກເລືອກຮັບສິ່ງໃຫມ່ໆ ທີ່ຈະເຂົ້ມາໃນຊີວິດໃຫ້ເໝາະກັບໄວ.
  10. ຢ່າຕຳໜິຕິຕຽນ ຫຼື ວິພາກວິຈານ: ເດັກນ້ອຍຢ້ານການວິພາກວິຈານ ຢ່າເຮັດແບບນີ້ໃຫ້ເດັກນ້ອຍເດັດຂາດ ແລະ ຈະເຖິງຂັ້ນໝົດຄວາມພາກພູມໃຈ ແລະ ຄວາມໝັ້ນໃຈໃນຕົວເອງໄດ້ ເດັກນ້ອຍອາດກາຍເປັນຄົນຊຶມເສົ້າ ແລະ ເກັບຕົວບໍ່ກ້າສະແດງອອກອີກຕໍ່ໄປ ເພາະການວິພາກວິຈານເດັກນ້ອຍ ໂດຍບໍ່ລະມັດລະວັງເປັນການທໍາຮ້າຍຈິດໃຈເດັກຢ່າງຮຸນແຮງ.

 

- 124fdddee - 10 ວີທີຊ່ວຍໃຫ້ລູກເຊົາຂີ້ອາຍ

- 5 - 10 ວີທີຊ່ວຍໃຫ້ລູກເຊົາຂີ້ອາຍ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!