ຍີ່ປຸ່ນຜະເຊີນອາກາດຮ້ອນອົບເອົ້າ ເຮັດໃຫ້ມີຜູ້ເສຍຊີວິດຢູ່ໂຕກຽວເກີນ 120 ຄົນ


ຍີ່ປຸ່ນລາຍງານວ່າ: ໃນເດືອນກໍລະກົດຜ່ານມາ, ມີຜູ້ເສຍຊີວິດຈາກອາກາດຮ້ອນຫລາຍກວ່າ 120 ຄົນ ຢູ່ເຂດມະຫານະຄອນໂຕກຽວ. ຂະນະທີ່ອຸນຫະພູມສູງຂຶ້ນເປັນປະຫວັດສາດ.
ວັນທີ 8 ສິງຫາ, ສໍານັກງານນິຕິເວດແຫ່ງນະຄອນຫລວງໂຕກຽວລາຍງານວ່າ: ມີຜູ້ເສຍຊີວິດແລ້ວ 123 ຄົນ ຈາກຄວາມຮຸນແຮງຂອງຄື້ນຄວາມຮ້ອນ ສ່ວນຫລາຍເປັນຜູ້ສູງອາຍຸ ໂດຍ 121 ຄົນ ເສຍຊີວິດພາຍໃນເຮືອນ ແລະ ສ່ວນຫລາຍບໍ່ມີເຄື່ອງປັບອາກາດ, ສ່ວນເຈົ້າໜ້າທີ່ສາທາລະນະສຸກ ແລະ ນັກພະຍາກອນອາກາດ ແນະນໍາໃຫ້ປະຊາຊົນຢູ່ແຕ່ໃນເຮືອນ, ດື່ມນໍ້າໃຫ້ຫລາຍໆ ເພື່ອຫລີກລ່ຽງສະພາບຂາດນໍ້າ ແລະ ເປີດເຄື່ອງປັບອາກາດ ເນື່ອງຈາກຜູ້ສູງອາຍຸມັກມີຄວາມເຊື່ອວ່າ: ເຄື່ອງປັບອາກາດບໍ່ດີຕໍ່ສຸຂະພາບ ແລະ ມັກຫລີກລ່ຽງການໃຊ້ງານ.
ສໍານັກງານນິຕິເວດແຫ່ງໂຕກຽວລະບຸວ່າ: ເດືອນກໍລະກົດຜ່ານມາ, ຖືເປັນເດືອນທີ່ມີຈໍານວນຜູ້ເສຍຊີວິດຈາກພະຍາດລົມແດດໃນ 23 ເຂດຂອງມະຫານະຄອນໂຕກຽວ ຫລາຍທີ່ສຸດນັບແຕ່ປີ 2018 ເຊິ່ງປັດຈຸບັນມີຈໍານວນຜູ້ເສຍຊີວິດ 127 ຄົນ.
ຍິ່ງໄປກວ່ານັ້ນ, ສໍານັກງານມອດໄຟ ແລະ ແກ້ໄຂໄພພິບັດເປີດເຜີຍວ່າ: ນັບແຕ່ວັນທີ 1-28 ກໍລະກົດຜ່ານມາ ມີຄົນເຈັບພະຍາດລົມແດດເຂົ້າຮັບການປິ່ນປົວຢູ່ໂຮງໝໍທົ່ວປະເທດສະສົມຫລາຍກວ່າ 37,000 ຄົນ.
ອຸນຫະພູມສະເລ່ຍສູງກວ່າອຸນຫະພູມສະເລ່ຍໃນໄລຍະ 30 ປີຜ່ານມາເຖິງ 2.16 ອົງສາ ສົ່ງຜົນເຮັດໃຫ້ເດືອນກໍລະກົດຜ່ານມາເປັນເດືອນຮ້ອນທີ່ສຸດໃນປະຫວັດສາດຂອງຍີ່ປຸ່ນ ນັບແຕ່ກົມອຸຕຸນິຍົມວິທະຍາແຫ່ງຊາດເລີ່ມບັນທຶກຂໍ້ມູນ ໃນປີ 1898 ແລະ ໃນວັນທີ 6 ສິງຫາຜ່ານມາ ມີການປະກາດເຕືນອໄພພະຍາດລົມແດດໃນພື້ນທີ່ສ່ວນຫລາຍຂອງນະຄອນຫລວງໂຕກຽວ ແລະ ພາກຕາເວັນຕົກຂອງຍີ່ປຸ່ນ.
ທັງນີ້, ກົມອຸຕຸນິຍົມວິທະຍາແຫ່ງຊາດຍີ່ປຸ່ນຄາດຄະເນວ່າ: ອາກາດຈະຮ້ອນຂຶ້ນອີກໃນເດືອນສິງຫາ ແລະ ຈະມີອຸນຫະພູມຢ່າງໜ້ອຍ 35 ອົງສາ “ກະລຸນາຕິດຕາມພະຍາກອນອາກາດ ແລະ ການແຈ້ງເຕືອນກ່ຽວກັບພະຍາດລົມແດດ ແລະ ປະຕິບັດຕາມມາດຕະການເພື່ອປ້ອງກັນການເກີດພະຍາດລົມແດດ” ກົມອຸຕຸນິຍົມວິທະຍາລະບຸໃນຖະແຫລງການ.