ອາກາດຍັງສືບຕໍ່ເຢັນລົງ


ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ລະຫວ່າງວັນທີ 3-5 ພະຈິກນີ້, ບໍລິເວນຄວາມກົດດັນອາກາດສູງຈະມີກຳລັງແຮງເພີ່ມຂຶ້ນແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງລາວ, ພ້ອມດຽວກັນ ກະແສລົມຕາເວັນອອກສ່ຽງເໜືອ ຈະມີກຳລັງແຮງເພີ່ມຂຶ້ນພັດປົກຄຸມ, ຊຶ່ງຈະເຮັດໃຫ້ອາກາດເຢັນລົງຕື່ມອີກ, ພ້ອມມີໝອກບາງປົກຫຸ້ມຫລາຍຂຶ້ນໃນຕອນເຊົ້າ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນໃນຕອນບ່າຍຫາຕອນຄໍ່າຢູ່ແຕ່ລະພາກ.
ພາກເໜືອດ້ານຕາເວັນອອກ: ອາກາດຈະສືບຕໍ່ເຢັນຫາໜາວເຢັນ, ພ້ອມມີໝອກບາງປົກຫຸ້ມຫລາຍຂຶ້ນ, ໂດຍສະເພາະແຂວງຫົວພັນ, ອຸນຫະພູມຕ່ຳສຸດ 14-16 ອົງສາ ແລະ ສູງສຸດ 24-26 ອົງສາ; ພາກເໜືອດ້ານຕາເວັນຕົກ: ອາ ກາດຍັງຈະສືບຕໍ່ເຢັນລົງຕື່ມ ແລະ ມີລົມພັດແຮງເປັນບາງໂອກາດ, ອຸນຫະພູມຕ່ຳສຸດ 18-20 ອົງສາ ແລະ ສູງສຸດ 28-30 ອົງສາ; ພາກກາງ: ສະພາບອາກາດຍັງສືບຕໍ່ເຢັນຫາໜາວເຢັນ, ໂດຍສະເພາະເຂດຫລັກ 20 ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນຕື່ມອີກ, ອຸນຫະພູມຕ່ຳສຸດ 17-19 ອົງສາ ແລະ ສູງສຸດ 28-30 ອົງສາ; ພາກໃຕ້: ອາກາດເຢັນລົງ, ພ້ອມມີໝອກບາງໃນຕອນເຊົ້າ ແລະ ລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນໃນຕອນບ່າຍຫາຕອນຄໍ່າ, ອຸນຫະພູມຕ່ຳສຸດ 19-21 ອົງສາ ແລະ ສູງສຸດ 30-32 ອົງສາ, ສະເພາະເຂດພູພຽງບໍລະເວນ: ອາກາດໜາວເຢັນ, ພ້ອມມີໝອກໜາໃນຕອນເຊົ້າ, ອຸນຫະພູມຕ່ຳສຸດ 8-10 ອົງສາ ແລະ ສູງສຸດ 22-24 ອົງສາ; ນະຄອນ ຫລວງວຽງຈັນ: ອາກາດຍັງສືບຕໍ່ເຢັນ, ພ້ອມມີໝອກບາງປົກຫຸ້ມຫລາຍຂຶ້ນ ແລະ ມີລົມພັດແຮງເປັນບາງໂອກາດໃນຕອນບ່າຍ, ອຸນຫະພູມຕ່ຳສຸດ 20-22 ອົງສາ ແລະ ສູງສຸດ 30-32 ອົງສາ.