ກຸ່ມຮາມັດແຕ່ງຕັ້ງທ່ານ ຢາຢາ ຊິນວາ ເປັນຜູ້ນໍາສູງສຸດຝ່າຍການເມືອງຄົນໃໝ່

ກຸ່ມຮາມັດແຕ່ງຕັ້ງທ່ານ ຢາຢາ ຊິນວາ ເປັນຜູ້ນໍາສູງສຸດຝ່າຍການເມືອງຄົນໃໝ່ - 222 2 - ກຸ່ມຮາມັດແຕ່ງຕັ້ງທ່ານ ຢາຢາ ຊິນວາ ເປັນຜູ້ນໍາສູງສຸດຝ່າຍການເມືອງຄົນໃໝ່
ກຸ່ມຮາມັດແຕ່ງຕັ້ງທ່ານ ຢາຢາ ຊິນວາ ເປັນຜູ້ນໍາສູງສຸດຝ່າຍການເມືອງຄົນໃໝ່ - kitchen vibe - ກຸ່ມຮາມັດແຕ່ງຕັ້ງທ່ານ ຢາຢາ ຊິນວາ ເປັນຜູ້ນໍາສູງສຸດຝ່າຍການເມືອງຄົນໃໝ່

     ທ່ານ ຢາຢາ ຊິນວາ ຫົວໜຸ່ມກຸ່ມຮາມັດຢູ່ເຂດກາຊາ ໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງຜູ້ນໍາສູງສຸດຝ່າຍການເມືອງຄົນໃໝ່ຂອງກຸ່ມຮາມັດ.

     ວັນທີ 7 ສິງຫາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ກຸ່ມຮາມັດອອກຖະແຫລງການແຕ່ງຕັ້ງທ່ານ ຢາຢາ ຊິນວາ ຜູ້ນໍາກຸ່ມຮາມັດຢູ່ເຂດກາຊາ ໃຫ້ດໍາລົງຕໍາແໜ່ງຜູ້ນໍາສູງສຸດຝ່າຍການເມືອງຄົນໃໝ່ ແທນທ່ານ ອິສມາອິລ ຮານິເຢ ເຊິ່ງເສຍຊີວິດຈາກການຖືກລອບສັງຫານ ຢູ່ນະຄອນຫລວງເຕຫະຣານ ເມືອງຫລວງຂອງອີຣານ ໃນອາທິດຜ່ານມາ.

ກຸ່ມຮາມັດແຕ່ງຕັ້ງທ່ານ ຢາຢາ ຊິນວາ ເປັນຜູ້ນໍາສູງສຸດຝ່າຍການເມືອງຄົນໃໝ່ - Visit Laos Visit SALANA BOUTIQUE HOTEL - ກຸ່ມຮາມັດແຕ່ງຕັ້ງທ່ານ ຢາຢາ ຊິນວາ ເປັນຜູ້ນໍາສູງສຸດຝ່າຍການເມືອງຄົນໃໝ່

     ຂະນະທີ່ກຸ່ມແຮັດໂບລາ ເຊິ່ງເປັນພັນທະມິດສໍາຄັນຂອງກຸ່ມຮາມັດ ອອກຖະແຫລງການສະແດງຄວາມຍິນດີຕໍ່ທ່ານ ຊິນວາ ແລະ ກ່າວວ່າ: ການປັບໂຄງສ້າງພາຍໃນກຸ່ມຮາມັດຄັ້ງນີ້ ສະທ້ອນຄວາມລົ້ມເຫລວຂອງສັດຕູໃນການບັນລຸເປົ້າໝາຍ ນັ້ນຄືການລອບສັງຫານບັນດາແກນນໍາຂອງກຸ່ມຮາມັດ.

     ທ່ານ ອິສຣາເອລ ຄັດ ລັດຖະມົນຕີກະຊວງການຕ່າງປະເທດອິດສະລາແອນ ກ່າວເຖິງການຂຶ້ນສູ່ຕໍາແໜ່ງສູງສຸດໃນກຸ່ມຮາມັດຂອງທ່ານ ຊິນວາ ຍິ່ງເພີ່ມຄວາມເລັ່ງລັດໃຫ້ອິດສະລາແອນ ໃນການຕ້ອງຮັບມືທ່ານ ຊິນວາ ແລະ ກວາດລ້າງກຸ່ມຮາມັດໃຫ້ໝົດໄປ.

     ສ່ວນທ່ານ ແອນໂທນີ ບລິງເຄນ ລັດຖະມົນຕີກະຊວງການຕ່າງປະເທດອາເມລິກາ ກ່າວວ່າ: ສະຖານະການຢູ່ເຂດກາຊາຕອນນີ້ຍິ່ງຂຶ້ນຢູ່ກັບທ່ານ ຊິນວາ ເພີ່ມຂຶ້ນ ວ່າຈະຢຸດຍິງ ຫລື ຈະເຮັດແນວໃດຕໍ່ໄປ, ລັດຖະບານວໍຊິງຕັນຖືວ່າທ່ານ ຊິນວາ ເປັນຜູ້ມີອໍານາດຕັດສິນໃຈໃນເລື່ອງນີ້ມາແຕ່ຕົ້ນແລ້ວ.

     ການເສຍຊີວິດຂອງທ່ານ ຮານິເຢ ກໍາລັງເຮັດໃຫ້ພາກພື້ນຕາເວັນອອກກາງຢູ່ເທິງປາກເຫວຂອງສົງຄາມ ເຊິ່ງມີທ່າອ່ຽງລຸກລາມຂະຫຍາຍວົງກວ້າງອອກໄປຈາກເຂດກາຊາ ແລະ ຊາຍແດນລະຫວ່າງພາກເໜືອຂອງອິດສະລາແອນກັບພາກໃຕ້ຂອງລີບັງ.

ກຸ່ມຮາມັດແຕ່ງຕັ້ງທ່ານ ຢາຢາ ຊິນວາ ເປັນຜູ້ນໍາສູງສຸດຝ່າຍການເມືອງຄົນໃໝ່ - 5 - ກຸ່ມຮາມັດແຕ່ງຕັ້ງທ່ານ ຢາຢາ ຊິນວາ ເປັນຜູ້ນໍາສູງສຸດຝ່າຍການເມືອງຄົນໃໝ່
ກຸ່ມຮາມັດແຕ່ງຕັ້ງທ່ານ ຢາຢາ ຊິນວາ ເປັນຜູ້ນໍາສູງສຸດຝ່າຍການເມືອງຄົນໃໝ່ - 4 - ກຸ່ມຮາມັດແຕ່ງຕັ້ງທ່ານ ຢາຢາ ຊິນວາ ເປັນຜູ້ນໍາສູງສຸດຝ່າຍການເມືອງຄົນໃໝ່
ກຸ່ມຮາມັດແຕ່ງຕັ້ງທ່ານ ຢາຢາ ຊິນວາ ເປັນຜູ້ນໍາສູງສຸດຝ່າຍການເມືອງຄົນໃໝ່ - 3 - ກຸ່ມຮາມັດແຕ່ງຕັ້ງທ່ານ ຢາຢາ ຊິນວາ ເປັນຜູ້ນໍາສູງສຸດຝ່າຍການເມືອງຄົນໃໝ່