ນະຄອນຫລວງຮ່າໂນ້ຍພົບຜູ້ເສຍຊີວິດຈາກພະຍາດໄຂ້ຫູດັບຄົນທໍາອິດຂອງປີນີ້

ນະຄອນຫລວງຮ່າໂນ້ຍພົບຜູ້ເສຍຊີວິດຈາກພະຍາດໄຂ້ຫູດັບຄົນທໍາອິດຂອງປີນີ້ - 111 5 - ນະຄອນຫລວງຮ່າໂນ້ຍພົບຜູ້ເສຍຊີວິດຈາກພະຍາດໄຂ້ຫູດັບຄົນທໍາອິດຂອງປີນີ້
ນະຄອນຫລວງຮ່າໂນ້ຍພົບຜູ້ເສຍຊີວິດຈາກພະຍາດໄຂ້ຫູດັບຄົນທໍາອິດຂອງປີນີ້ - kitchen vibe - ນະຄອນຫລວງຮ່າໂນ້ຍພົບຜູ້ເສຍຊີວິດຈາກພະຍາດໄຂ້ຫູດັບຄົນທໍາອິດຂອງປີນີ້

     ເມືອງຫລວງຂອງຫວຽດນາມ ຢືນຢັນການພົບຜູ້ເສຍຊີວິດຈາກພະຍາດຕິດເຊື້ອສເຕັບໂຕຄໍຄັສ ຊູອິສ (streptococcus suis) ຫລື ພະຍາດໄຂ້ຫູດັບ ເຊິ່ງເປັນແບັກທີເຣຍທີ່ມີຕົ້ນຕໍມາຈາກໝູ ເປັນຄັ້ງທໍາອິດໃນປີນີ້.

     ວັນທີ 7 ສິງຫາ, ສໍານັກຂ່າວຊິນຮົວລາຍງານວ່າ: ຜູ້ເສຍຊີວິດຄົນດັ່ງກ່າວເປັນຜູ້ຍິງອາຍຸ 86 ປີ ອາໄສຢູ່ເຂດກ໊ວກອອຍຂອງນະຄອນຫລວງຮ່າໂນ້ຍ ເຊິ່ງມີການສົ່ງຕົວໄປໂຮງໝໍທະຫານ 103 ໃນວັນທີ 5 ສິງຫາຜ່ານມາ ພາຍຫລັງມີອາການໄຂ້ສູງ, ເຈັບຫົວ ແລະ ຮູ້ສຶກຢາກນອນ.

ນະຄອນຫລວງຮ່າໂນ້ຍພົບຜູ້ເສຍຊີວິດຈາກພະຍາດໄຂ້ຫູດັບຄົນທໍາອິດຂອງປີນີ້ - Visit Laos Visit SALANA BOUTIQUE HOTEL - ນະຄອນຫລວງຮ່າໂນ້ຍພົບຜູ້ເສຍຊີວິດຈາກພະຍາດໄຂ້ຫູດັບຄົນທໍາອິດຂອງປີນີ້

     ທັງນີ້, ເຈົ້າໜ້າທີ່ສາທາລະນະສຸກຍັງບໍ່ສາມາດລະບຸແຫລ່ງທີ່ມາຂອງການຕິດເຊື້ອດັ່ງກ່າວໄດ້ ໂດຍນັບແຕ່ຕົ້ນປີນີ້ ນະຄອນຫລວງຮ່າໂນ້ຍມີລາຍງານຜູ້ຕິດເຊື້ອພະຍາດໄຂ້ຫູດັບສະສົມຢ່າງໜ້ອຍ 7 ຄົນ ເຊິ່ງລວມມີຜູ້ເສຍຊີວິດແລ້ວ 1 ຄົນ.

     ຂະນະທີ່ສູນຄວບຄຸມ ແລະ ປ້ອງກັນພະຍາດຂອງນະຄອນຫລວງຮ່າໂນ້ຍ ລາຍງານວ່າ: ຜູ້ຕິດເຊື້ອສ່ວນຫລາຍຕິດເຊື້ອປະເພດນີ້ພາຍຫລັງຂ້າໝູ ແລະ ຮັບປະທານເລືອດໝູ ຫລື ຮັບປະທານຊີ້ນໝູທີ່ບໍ່ຜ່ານການປຸງສຸກ.

ນະຄອນຫລວງຮ່າໂນ້ຍພົບຜູ້ເສຍຊີວິດຈາກພະຍາດໄຂ້ຫູດັບຄົນທໍາອິດຂອງປີນີ້ - 4 - ນະຄອນຫລວງຮ່າໂນ້ຍພົບຜູ້ເສຍຊີວິດຈາກພະຍາດໄຂ້ຫູດັບຄົນທໍາອິດຂອງປີນີ້
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!