ບຸນທາດຫລວງ​ປີ​ນີ້ຮັບປະກັນ​ໄດ້​ຄວາມ​ສະຫງົບປອດໄພສູງ

- thatluang fest - ບຸນທາດຫລວງ​ປີ​ນີ້ຮັບປະກັນ​ໄດ້​ຄວາມ​ສະຫງົບປອດໄພສູງ
- kitchen vibe - ບຸນທາດຫລວງ​ປີ​ນີ້ຮັບປະກັນ​ໄດ້​ຄວາມ​ສະຫງົບປອດໄພສູງ

​ຄະນະ​ກຳມະການ​ຈັດ​ງານ​ບຸນ​ພະທາດ​ຫລວງ ​ໃຫ້​ຮູ້​ວ່າ: ​ບຸນ​ພະທາດ​ຫລວງ​ປີນີ້ມີ​ຄວາມ​ເປັນ​ລະບຽບຮຽບຮ້ອຍ ​ແລະ ບໍ່ມີ​ປະກົດ​ການ​ຫຍໍ້​ທໍ້ຮ້າຍແຮງໃດໆ​ເກີດ​ຂຶ້ນ, ​ໂດຍ​ສະ​ເພາະ​ແມ່ນ​ບັນຫາ​ການ​ແຫກ​ກະ​ເປົາ​ຊິງ​ຊັບ​ຂອງ​ກຸ່ມ​ຄົນ​ບໍ່ດີ, ຍ້ອນ​ເຈົ້າໜ້າທີ່​ໄດ້​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ໃນ​ການ​ສະກັດ​ກັ້ນ ​ແລະ ປ້ອງ​ກັນຮັກສາ.

ທ່ານພົນ​ຈັດຕະວາ ບຸບຜາ ສີມາ​ພົມ ຫົວໜ້າກອງ​ບັນຊາ​ການ ປກສ ນະຄອນຫລວງ​ວຽງຈັນ ​ໃຫ້​ຮູ້​ວ່າ: ໃນງານ​ບຸນ​ສຳຄັນ​ດັ່ງກ່າວ ປກສ ນະຄອນຫລວງໄດ້​ຈັດ​ກຳລັງ​ເຈົ້າໜ້າທີ່ຫລາຍ​ກວ່າ 2 ພັນ​ຄົນ ​ລົງ​ຮັກສາ​ຄວາມ​ສະຫງົບ ​ແລະ ຄວາມ​ເປັນ​ລະບຽບຮຽບຮ້ອຍ​ ເພື່ອ​ຮັບປະກັນ​ໃຫ້ການ​ຈັດ​ງານ​ບຸນ​ດັ່ງກ່າວ​ໄດ້​ດຳ​ເນີນ​ໄປ​ດ້ວຍບັນຍາກາດ​​ເບີກບານ​ມ່ວນ​ຊື່ນ ​ແລະ ຟົດຟຶ້ນ, ບຸນ​ນະມັດສະການພະທາດ​ຫລວງ​ປີນີ້, ​ແມ່ນ​ມີ​ຄວາມໝາຍສຳຄັນຍິ່ງ, ​ເນື່ອງ​ຈາກ​ມີ​ການເປີດ​ປີ​ທ່ອງ​ທ່ຽວລາວ 2018 ຢ່າງ​ເປັນ​ທາງ​ການ,​ ສະ​ນັ້ນ, ຈຶ່ງ​ໄດ້​ເນັ້ນ​ໃນ​ການ​ຮັກສາ​ຄວາມ​ສະຫງົບ, ປອດ​ໄພ ​ເປັນ​ຕົ້ນ​ແມ່ນການ​ສວຍ​ໂອກາດ​ຂອງ​ພວກ​ບໍ່ດີ​ດຶງ​ກະ​ເປົາ, ​ລັກລອບ​ຫລີ້ນການ​ພະນັນ, ການກໍ່ອາ​ລະວາ​ດຕີ​ກັນ ​ແລະ ອື່ນໆ, ​ໂດຍ​ໄດ້​ມີ​ຂໍ້​ຫ້າມ​ສຳລັບ​ຜູ້​ທີ່​ຈະ​ມາ​ບຸນ​ຄື: ຫ້າມ​ມີ​ການ​ໂຄສະນາ​ທຸກ​ຮູບ​ແບບ​ທີ່​ຜິດ​ຕໍ່ກົດໝາຍຂອງ ສປປ ລາວ, ຫ້າມ​ຂາຍ​ເຄື່ອງ ຫລື ນຳ​ເອົາ​ອາວຸດ​ທຸກ​ປະ​ເພດ​ລວມທັງ: ມີດ, ງ້າວ, ສະໜັບມື ​ເຂົ້າ​ໄປ​ໃນ​ງານ​ບຸນ​ໂດຍ​ເດັດຂາດ, ຫ້າມ​ຂາຍ ​ແລະ ນຳ​ເອົາ​ຢາ​ເສບ​ຕິດ, ທາດ​ລະ​ເບີດ, ທາດ​ແຕກ, ທາດ​ເບື່ອ, ສານ​ເຄມີ​ທີ່​ອອກ​ລິດ​ຕໍ່ລະບົບ​ປະສາດ​ທຸກ​ຊະນິດ​ເຂົ້າມາ​ວາງ​ຂາຍ​ພາຍ​ໃນ​ງານ​ຢ່າງ​ເດັດ​ຂາດ, ຫ້າມ​ນຳ​ເອົາ​ຜະລິດ​ຕະພັນ​​ຮຽນ​ແບບ​​ເຂົ້າ​ມາ​ວາງ​ຂາຍ, ຫ້າມ​ນຳ​ເຂົ້າ, ບໍລິການ​ຊື້-ຂາຍໂຄມ​​ໄຟ​ລອຍ​ຟ້າ ​ແລະ ຈູດໝາກກະ​ໂພ​ກທຸກ​ຊະນິດ, ຫ້າມ​ວາງ​ຂາຍ​ເຄື່ອງ​ເກີນ​ຂອບ​ເຂດ​ອອກ​ມາ ​ແລະ ຜ່ານ​ການຈັດ​ງານ​ມາ​ຮອດ​ປັດຈຸບັນ​ເຫັນ​ວ່າມ​ວນຊົນ​ມີຄວາມຕື່ນຕົວເອົາ​ໃຈ​ໃສ່​ໃນ​ການ​ຮັກສາ​ຄວາມ​ສະຫງົບ, ຄວາມ​ເປັນ​ລະບຽບຮຽບຮ້ອຍ​ເປັນ​ຢ່າງ​ດີ ​ແລະ ບໍ່ພົບ​ເຫັນ​ມີ​ສະພາບ​ແຫກ​ກະ​ເປົາ​ເພື່ອ​ຊິງ​ຊັບ​ໃນ​ປີນີ້, ຊຶ່ງ​ແຕກ​ຕ່າງ​ກັບ​ປີຜ່ານມາທີ່ມີ​ສະພາບ​ເກີດຂຶ້ນຫລາຍ.

- Visit Laos Visit SALANA BOUTIQUE HOTEL - ບຸນທາດຫລວງ​ປີ​ນີ້ຮັບປະກັນ​ໄດ້​ຄວາມ​ສະຫງົບປອດໄພສູງ

ນາງ ສຸ​ສາຄອນ ຢູ່​ບ້ານ​ທ່າ​ພະ​ບາດ​ເມືອງທ່າ​ພະ​ບາດ​ແຂວງບໍລິ​ຄຳ​ໄຊ ​ໃຫ້​ຮູ້​ວ່າ: ປີນີ້ການຈັດ​ງານ​ບຸນ​ພະທາດ​ຫລວງ​ແມ່ນ​ມີ​ຄວາມ​ເປັນ​ລະບຽບຮຽບຮ້ອຍດີ​ສົມຄວນ, ​ໂດຍ​ສະ​ເພາະ​ການ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ເຈົ້າໜ້າທີ່​​ເຂັ້ມ​ງວດດີ​​ແລະ ການຈັດ​ສັນ​ສະຖານ​ທີ່​ຈອດ​ລົດ​ກໍ​ມີ​ຄວາມ​ເປັນ​ລະບຽບ, ອະນຸລັກ​ຮັກສາ​ໄດ້​ຮີດຄອງ​ປະ​ເພນີອັນເປັນ​ບຸນ​ໃຫຍ່​ຂອງ​ຊາດ.

- 4 - ບຸນທາດຫລວງ​ປີ​ນີ້ຮັບປະກັນ​ໄດ້​ຄວາມ​ສະຫງົບປອດໄພສູງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!