ປະເທດມຸດສະລິມຊຸກດັນ ສປຊ ປະນາມ ການລະເມີດສິດທິມະນຸດຢູ່ມຽນມາ

- 1509596800962 960x0 - ປະເທດມຸດສະລິມຊຸກດັນ ສປຊ ປະນາມ ການລະເມີດສິດທິມະນຸດຢູ່ມຽນມາ
- kitchen vibe - ປະເທດມຸດສະລິມຊຸກດັນ ສປຊ ປະນາມ ການລະເມີດສິດທິມະນຸດຢູ່ມຽນມາ

ປະ​ເທດ​ມຸດ​ສະ​ລິ​ມ ນຳ​ໂດຍ​ອາຣັບບີ ຊາ​ອຸ​ດິດ ຕ້ອງການ​ໃຫ້​ສະຫະ​ປະຊາ​ຊາດ​ອອກ​ຖະ​ແຫລ​ງການ​ປະນາມ​ການລະ​ເມີດ​ສິດທິ​ມະນຸດ​ຢ່າງ​ຮ້າຍ​ແຮງ​ຢູ່​ມຽນມາ ​ແລະ ຮຽກຮ້ອງ​ໃຫ້​ກອງທັບ​ຢຸດ​ການ​ປາບ​ປາມ​ຊາວ​ໂຣຮິງ​ຢາ.

ຮ່າງ​ຂໍ້​ມະຕິ ​ເຊິ່ງສະ​ເໜີ​ຕໍ່​ກອງ​ປະຊຸມ​ຄະນະ​ກຳມະການ​ສິດທິ​ມະນຸດ​ແຫ່ງ​ສະຫະ​ປະຊາ​ຊາດ​ໃນ​ອາທິດ​ນີ້​ລະບຸ​ວ່າ: ປະ​ເທດ​ສະມາຊິກ​ສະຫະ​ປະຊາ​ຊາດ​ກັງວົນ​ຕໍ່​ສະຖານະ​ການ​ຄວາມ​ຮຸນ​ແຮງ ​ແລະ ການ​ໃຊ້​ກຳລັງ​ແບບ​ບໍ່​ເໝາະ​ສົມ​ຂອງ​ກອງ​ກຳລັງ​ມຽນມາ​ຕໍ່​ຊາວ​ໂຣຮິງ​ຢາ ​ເຊິ່ງຖື​ເປ​ັນວິ​ກິດ​ການ​ດ້ານ​ຜູ້​ລີ້​ໄພ​ຄັ້ງຮ້າຍ​ແຮງ​ທີ່​ສຸດ​ໃນ​ຮອບ​ຫລາຍ​ທົດ​ສະ​ວັດ ​ໂດຍ​ມີ​ຊາວ​ໂຣຮິງ​ຢາ​ປະມານ 600.000 ຄົນ​ອົບ​ພະຍົບຫລົບໜີ​ການ​ປາບ​ປາມ​ຂອງ​ກອງທັບ​ຢູ່​ລັດ​ຍະ​ໄຂ່​ນັບ​ແຕ່​​ເດືອນ​ສິງຫາ​ຜ່ານ​ມາ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ ຄາດ​ວ່າ​ກອງ​ປະຊຸມ​ຄະນະ​ກຳມະການ​ສິດທິ​ມະນຸດ​ຈະ​ພິຈາລະນາ​ຮ່າງ​ຂໍ້​ມະຕິ​ດັ່ງກ່າວ​ປະມານ​ວັນ​ທີ 14 ພະຈິກ​ນີ້ ​ແລະ ຈະ​ຫາລື​ໃນ​ກອງ​ປະຊຸມ​ໃຫຍ່​ອີກ 1 ​ເດືອນ​ຕໍ່​ມາ.

ຮ່າງ​ຂໍ້​ມະຕິ​ຂອງ​ອົງການ​ການ​ຮ່ວມ​ມື​ອິດສະ​ລາມ ຫລື OIC 57 ປະ​ເທດ ​ເຮັດ​ໃຫ້​ມຽນມາ​ກັບ​ມາ​ຖື​ກວິພາກ​ວິຈານ​​ເລື່ອງ​ການລະ​ເມີດ​ສິດທິ​ມະນຸດ​ຢູ່​ກອງ​ປະຊຸມ ສປຊ ອີກ​ເທື່ອ​ໜຶ່ງ, ຫລັງ​ຍົກ​ເວັ້ນ​ໄປ 1 ປີ ​​ໃນ​ປີຜ່ານມາ​ສະຫະພາບ​ເອີຣົບ ຫລື EU ຕັດສິນ​ໃຈ​ບໍ່​ຕຳ​ໜິມຽນມາ​ເລື່ອງ​ສິດທິ​ມະນຸດ​ເປັນ​ເທື່ອ​ທຳ​ອິດ​ໃນ​ຮອບ 15 ປີ, ພາຍຫລັງ​ຍອມຮັບ​ວ່າ​ມີ​ຄວາມ​ຄືບ​ໜ້າ​ໃນ​ການ​ແກ້​ໄຂ​ບັນຫາ​ພາຍ​ໃຕ້​ການ​ນຳ​ຂອງ​ທ່ານ​ນາງ ອອງຊານ ຊູ​ຈີ.

- 3 - ປະເທດມຸດສະລິມຊຸກດັນ ສປຊ ປະນາມ ການລະເມີດສິດທິມະນຸດຢູ່ມຽນມາ
- 4 - ປະເທດມຸດສະລິມຊຸກດັນ ສປຊ ປະນາມ ການລະເມີດສິດທິມະນຸດຢູ່ມຽນມາ
- 5 - ປະເທດມຸດສະລິມຊຸກດັນ ສປຊ ປະນາມ ການລະເມີດສິດທິມະນຸດຢູ່ມຽນມາ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!