ອາຣັບບີ ຊາອຸດິດ ໂຈມຕີທາງອາກາດຢູ່ເຢເມນ ມີຜູ້ເສຍຊີວິດ 26 ຄົນ
November 2, 2017 - 5:50 PM


ໜ່ວຍແພດ ແລະ ສຳນັກຂ່າວຣອຍເຕີລາຍງານໃນຈຸດເກີດເຫດວ່າ: ກອງກຳລັງປະສົມນຳໂດຍອາຣັບບີ ຊາອຸດິດ ໂຈມຕີທາງອາກາດ ສັງຫານ 26 ຄົນຢູ່ໂຮງແຮມແຫ່ງໜຶ່ງ ແລະ ຕະຫລາດໃກ້ຄຽງ ແຂວງຊາດາ ທາງເໜືອຂອງເຢເມນ.
ເຫດໂຈມຕີເກີດຂຶ້ນຢູ່ເຂດຊາຮາບໍລິເວນຊາຍແດນຕິດກັບອາຣັບບີ ຊາອຸດິດ ແຮງລະເບີດທຳລາຍໂຮງແຮມເສຍຫາຍ ແລະ ຕະຫລາດ. ຜ່ານມາກອງກຳລັງທະຫານທີ່ນຳໂດຍອາຣັບບີ ຊາອຸດິດ ນິກາຍສຸນີໃຊ້ປະຕິບັດການໂຈມຕີທາງອາກາດຫລາຍພັນຄັ້ງ ເພື່ອປາບປາມກຸ່ມກະບົດຊາວຮູທີນິກາຍຊີອະຢູ່ເຢເມນນັບແຕ່ເມືອງຊາດາ ແລະ ພື້ນທີ່ຫລາຍແຫ່ງຂອງປະເທດ, ສົງຄາມເຢເມນເກີດຂຶ້ນເປັນເວລາ 2 ປີເຄິ່ງແລ້ວ ແຕ່ຍັງບໍ່ສາມາດບັນລຸຈຸດປະສົງໃນການຄືນອຳນາດໃຫ້ລັດຖະບານເຢເມນທີ່ຫລາຍປະເທດໃຫ້ການຮັບຮອງໄດ້.