ທ່າແຕງມອບເຄື່ອງຊ່ວຍເຫລືອໃຫ້ຜູ້ຖືກເຄາະຮ້າຍຈາກອັກຄີໄພ


ຕອນເຊົ້າຂອງວັນທີ 31 ຕຸລາ ຜ່ານມານີ້, ຫ້ອງການແຮງ ງານ ແລະ ສະຫວັດດິການສັງຄົມ, ຫ້ອງວ່າການປົກຄອງ ເມືອງ ທ່າ ແຕງ ແຂວງເຊກອງ ນໍາໂດຍ ທ່ານ ສົມເພັດ ເອິດລັດດາ ຄະນະ ປະຈໍາພັກເມືອງ ຮອງເຈົ້າເມືອງ ດັ່ງກ່າວໄດ້ນໍາເອົາເຄື່ອງບັນເທົາທຸກຈໍານວນໜຶ່ງໄປມອບໃຫ້ ຄອບ ຄົວ ຂອງທ່ານ ລັດມີໄຊ ປະຊາ ຊົນບ້ານ ທ່າແຕງໃຕ້ ທີ່ໄດ້ຮັບຜົນ ກະທົບຈາກອັກຄີໄຟ, ໃນວັນທີ 11 ຕຸລາ 2017 ຜ່ານມາ. ລວມມີ ສັງ ກະສີ 20 ແຜ່ນ, ເຄື່ອງໃຊ້ຄົວ ເຮືອນ ແລະ ເຄື່ອງນຸ່ງຫົ່ມຈຳ ນວນໜຶ່ງລວມມູນຄ່າ 2 ລ້ານ ກວ່າກີບ, ເພື່ອແກ້ໄຂບັນຫາ ເບື້ອງຕົ້ນ.


+ ຫລາຍພາກສ່ວນມອບເຄື່ອງຊ່ວຍເຫລືອໂຮງຮຽນມັດທະຍົມຕອນຕົ້ນບ້ານວັງມ້າ, ເມືອງສັງທອງ
+ ສະຫະພັນແມ່ຍິງກະຊວງການຕ່າງປະເທດ ມອບເຄື່ອງຊ່ວຍເຫລືອປະຊາຊົນ 3 ບ້ານຢູ່ເມືອງວັງວຽງ
ທ່ານ ນາງ ປຽດ ມີໄຊ ຜູ້ເປັນ ເຈົ້າຂອງເຮືອນໃຫ້ຮູ້ວ່າ: ສາຍ ເຫດການເກີດອັກຄີໄພໃນຄັ້ງນີ້ ແມ່ນເນື່ອງມາຈາກ ໄຟຟ້າລັດ ວົງຈອນ, ບວກກັບຄວາມຂາດ ສະຕິ, ສະພາບດິນຟ້າອາກາດ ມີລົມພັດແຮງ ເຊິ່ງກໍ່ໃຫ້ເກີດ ມີກະແສໄຟລຸກລາມຢ່າງ ແຮງ ແລະ ກະທັນຫັນ, ເຮັດໃຫ້ ດ້ານວັດຖຸສິ່ງຂອງຕ່າງໆພ້ອມ ເຄື່ອງຮັບໃຊ້ໃນຄົວເຮືອນໄດ້ຮັບ ຄວາມເສຍຫາຍໝົດກ້ຽງ.


ໂອກາດນີ້ ທ່ານ ຮອງເຈົ້າ ເມືອງ ທ່າແຕງ, ໄດ້ສະແດງ ຄວາມເປັນຫ່ວງເປັນໄຍ ຕໍ່ຄອບ ຄົວທີ່ຖືກຜົນກະທົບຈາກອັກຄີ ໄຟໃນຄັ້ງນີ້, ພ້ອມທັງໄດ້ຮຽກ ຮ້ອງໃຫ້ພາກສ່ວນຕ່າງໆ ແລະ ປະຊາຊົນພາຍໃນບ້ານ ຈົ່ງມີ ຄວາມສາມັກຄີ, ຊ່ວຍເຫຼືອເຊິ່ງ ກັນ ແລະ ກັນເພື່ອເຮັດໃຫ້ຄອບ ຄົວຂອງຜູ້ຖືກເຄາະຮ້າຍໄດ້ຮັບການຟື້ນຟູໂດຍໄວ. ພ້ອມແນະນຳ ໃຫ້ມີສະຕິໃນການນຳໃຊ້ຟື້ນໄຟ ເຂົ້າໃນການດຳລົງຊີວິດໃຫ້ດີ.

