ເມືອງໂພນທອງເກັບກ່ຽວເຂົ້ານາປີແລ້ວເປັນສ່ວນຫລາຍ

- 247gff - ເມືອງໂພນທອງເກັບກ່ຽວເຂົ້ານາປີແລ້ວເປັນສ່ວນຫລາຍ
- kitchen vibe - ເມືອງໂພນທອງເກັບກ່ຽວເຂົ້ານາປີແລ້ວເປັນສ່ວນຫລາຍ

ມາຮອດປັດຈຸບັນຊາວກະສິກອນເມືອງໂພນທອງ ແຂວງຈຳ ປາສັກ ສຳເລັດການເກັບກ່ຽວ ເຂົ້ານາປີຂອງຕົນແລ້ວ23.233 ເຮັກຕາກວມ 70 % ຂອງເນື້ອ ທີ່ທັງໝົດ.
ຫົວໜ້າຫ້ອງ ການກະ ສິກຳ ແລະ ປ່າໄມ້ ເມືອງໂພນ ທອງໃຫ້ຮູ້ວ່າ: ປັດຈຸບັນນີ້ ຊາວ ເມືອງໂພນທອງກຳລັງຂຸ້ນຂ້ຽວ ເກັບກ່ຽວຜົນຜະລິດເຂົ້ານາ ຂອງ ຕົນຢ່າງເປັນຂະບວນຟົດຟື້ນ ໃນເນື້ອທີ່ປັກດຳຕົວຈິງ 33.278 ເຮັກຕາ, ຖືກນໍ້າຖ້ວມເສຍ ຫາຍ ຫລາຍກວ່າ 88 ເຮັກຕາ, ມາ ຮອດປັດຈຸບັນສາມາດເກັບກ່ຽວ ສຳເລັດແລ້ວ 70 % ຂອງ ເນື້ອ ທີ່ທັງໝົດຄາດວ່າ, ສະມັດຖະ ພາບຈະສຳເລັດແລ້ວສະເລ່ຍ 3,5 ໂຕນຕໍ່ເຮັກຕາ ແລະ ຄາດ ວ່າຮອດກາງເດືອນພະຈິກນີ້ຈະ ສຳເລັດການເກັບກ່ຽວ100 %.

 

- Visit Laos Visit SALANA BOUTIQUE HOTEL - ເມືອງໂພນທອງເກັບກ່ຽວເຂົ້ານາປີແລ້ວເປັນສ່ວນຫລາຍ

- 222 300x201 - ເມືອງໂພນທອງເກັບກ່ຽວເຂົ້ານາປີແລ້ວເປັນສ່ວນຫລາຍ

 

+ ຮອງລັດຖະມົນຕີກະຊວງສຶກສາເຄື່ອນໄຫວຊີ້ນຳວຽກງານ ຢູ່ເມືອງໂພນທອງແຂວງຫລວງພະບາງ

+ ເມືອງໄຊເກັບກ່ຽວເຂົ້ານາປີສຳເລັດແລ້ວ 40%

ສຳລັບແຜນການປູກເຂົ້າ ນາແຊງສົກປີ 2017 – 2018 ແມ່ນມີ 2 ເປົ້າໝາຍ 4 ໂຄງການ ລຽບຕາມແຄມຂອງເຊິ່ງມີເນື້ອທີີ່ທຳການຜະລິດ 900 ກວ່າ ເຮັກຕາ ແລະ ປູກພືດເປັນສິນ ຄ້າ 1.161 ເຮັກຕາ. ສົ່ງປ້ອນຕະ ຫຼາດ, ເພື່ອສ້າງລາຍຮັບໃຫ້ ແກ່ຄອບຄົວ. ນອກນັ້ນຍັງໄດ້ ລ້ຽງສັດເປັນຕົ້ນແມ່ນຄວາຍມີ 18.231 ໂຕ, ງົວ ມີ 24.879 ໂຕ, ໝູ ມີ 4.548 ໂຕ ແລະ ສັດ ປີກອື່ນໆຫລາຍແສນໂຕ.

 

- 247gff - ເມືອງໂພນທອງເກັບກ່ຽວເຂົ້ານາປີແລ້ວເປັນສ່ວນຫລາຍ

 

- 3 - ເມືອງໂພນທອງເກັບກ່ຽວເຂົ້ານາປີແລ້ວເປັນສ່ວນຫລາຍ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!