ພັກກອມມູນິດຫວຽດນາມແຕ່ງຕັ້ງທ່ານ ໂຕ ເລີມ ເປັນເລຂາທິການຄົນໃໝ່

ພັກກອມມູນິດຫວຽດນາມແຕ່ງຕັ້ງທ່ານ ໂຕ ເລີມ ເປັນເລຂາທິການຄົນໃໝ່ - 222 - ພັກກອມມູນິດຫວຽດນາມແຕ່ງຕັ້ງທ່ານ ໂຕ ເລີມ ເປັນເລຂາທິການຄົນໃໝ່
ພັກກອມມູນິດຫວຽດນາມແຕ່ງຕັ້ງທ່ານ ໂຕ ເລີມ ເປັນເລຂາທິການຄົນໃໝ່ - kitchen vibe - ພັກກອມມູນິດຫວຽດນາມແຕ່ງຕັ້ງທ່ານ ໂຕ ເລີມ ເປັນເລຂາທິການຄົນໃໝ່

     ວັນທີ 3 ສິງຫາ, ແຫລ່ງຂ່າວຈາກໜັງສືພິມເຢີນເຢີນລາຍງານວ່າ: ຄະນະບໍລິຫານງານສູນກາງພັກ ຊຸດທີ XIII ໄດ້ຈັດກອງປະຊຸມເພື່ອສະເໜີ ແລະ ແຕ່ງຕັ້ງເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຊຸດທີ XIII, ສະຫາຍ ຟ້າມມິງຈິງ ກໍາມະການກົມການເມືອງ, ນາຍົກລັດຖະມົນຕີ ສສ ຫວຽດນາມ ຕາງໜ້າກົມການເມືອງ ເປັນຜູ້ນໍາພາດໍາເນີນກອງປະຊຸມ.

     ໃນກອງປະຊຸມເຫັນດີເປັນເອກະພາບສະເໜີແຕ່ງຕັ້ງ ສະຫາຍ ໂຕເລີມ ກໍາມະການກົມການເມືອງ, ປະທານປະເທດຫວຽດນາມ ໃຫ້ດໍາລົງຕໍາແໜ່ງເລຂາທິການໃຫຍ່ ຄະນະບໍລິການງານສູນກາງພັກກອມມູນິດຫວຽດນາມ ຊຸດທີ XIII. ພາຍຫລັງໄດ້ຮັບການແຕ່ງຕັ້ງເປັນເລຂາທິການໃຫຍ່ພັກກອມມູນິດຫວຽດນາມ, ສະຫາຍ ໂຕເລີມ ໄດ້ມີຄໍາເຫັນຢັ້ງຢືນສືບຕໍ່ ແລະ ເສີມຂະຫຍາຍບັນດາຜົນງານການປະຕິວັດ ເຊິ່ງແມ່ນສະຫາຍ ຫງວຽນຟູຈ້ອງ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ແລະ ບັນດາການນໍາຮຸ້ນຜ່ານມາສ້າງໄວ້, ພະຍາຍາມປົກປັກຮັກສາຄວາມສາມັກຄີ, ເອກະພາບ ແລະ ພ້ອມກັບບັນດາຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາທິການສູນກາງພັກ ຕັດສິນໃຈສູງໃນການນໍາພາ-ຊີ້ນໍາທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ ປະຕິບັດໄຊຊະນະບັນດາເປົ້າໝາຍ, ໜ້າທີ່ ເຊິ່ງກອງປະຊຸມໃຫຍ່ພັກກອມມູນິດຫວຽດນາມທົ່ວປະເທດ ຄັ້ງທີ XIII ໄດ້ວາງອອກ, ຈັດຕັ້ງສໍາເລັດກອງປະຊຸມໃຫຍ່ຄັ້ງທີ XIV, ນໍາປະເທດຫວຽດນາມພັດທະນາຢ່າງໜັກແໜ້ນເທື່ອລະກ້າວໃນໄລຍະໃໝ່.

ພັກກອມມູນິດຫວຽດນາມແຕ່ງຕັ້ງທ່ານ ໂຕ ເລີມ ເປັນເລຂາທິການຄົນໃໝ່ - Visit Laos Visit SALANA BOUTIQUE HOTEL - ພັກກອມມູນິດຫວຽດນາມແຕ່ງຕັ້ງທ່ານ ໂຕ ເລີມ ເປັນເລຂາທິການຄົນໃໝ່
ພັກກອມມູນິດຫວຽດນາມແຕ່ງຕັ້ງທ່ານ ໂຕ ເລີມ ເປັນເລຂາທິການຄົນໃໝ່ - 4 - ພັກກອມມູນິດຫວຽດນາມແຕ່ງຕັ້ງທ່ານ ໂຕ ເລີມ ເປັນເລຂາທິການຄົນໃໝ່
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!