ນ້ຳຖ້ວມໃຫຍ່ຢູ່ເມືອງໃນມົນທົນຫູໜານ ມີຜູ້ເສຍຊີວິດແລ້ວ 30 ກວ່າຄົນ

ນ້ຳຖ້ວມໃຫຍ່ຢູ່ເມືອງໃນມົນທົນຫູໜານ ມີຜູ້ເສຍຊີວິດແລ້ວ 30 ກວ່າຄົນ - 111 2 - ນ້ຳຖ້ວມໃຫຍ່ຢູ່ເມືອງໃນມົນທົນຫູໜານ ມີຜູ້ເສຍຊີວິດແລ້ວ 30 ກວ່າຄົນ
ນ້ຳຖ້ວມໃຫຍ່ຢູ່ເມືອງໃນມົນທົນຫູໜານ ມີຜູ້ເສຍຊີວິດແລ້ວ 30 ກວ່າຄົນ - kitchen vibe - ນ້ຳຖ້ວມໃຫຍ່ຢູ່ເມືອງໃນມົນທົນຫູໜານ ມີຜູ້ເສຍຊີວິດແລ້ວ 30 ກວ່າຄົນ

     ວັນທີ 2 ສິງຫາ, ສື່ທ້ອງຖິ່ນຫລາຍແຫ່ງຂອງຈີນລາຍງານວ່າ: ເມືອງຈືຊິງ ໃນມົນທົນຫູໜານ ທາງຕອນກາງຂອງຈີນ ຜະເຊີນຝົນຕົກຢ່າງໜັກໃນບໍ່ເທົ່າໃດວັນຜ່ານມາ ເຊິ່ງເປັນອິດທິພົນຈາກພາຍຸແຄມີ ສົ່ງຜົນເຮັດໃຫ້ພື້ນທີ່ບາງສ່ວນຂອງເມືອງຈືຊິງ ມີປະລິມານນໍ້າຝົນສະສົມສູງເຖິງ 645 ມິນລີແມັດ ພາຍໃນໄລຍະເວລາພຽງ 24 ຊົ່ວໂມງ ຂອງວັນທີ 30 ກໍລະກົດຜ່ານມາ.

     ທັງນີ້, ໜ່ວຍງານທີ່ກ່ຽວຂ້ອງອົບພະຍົບປະຊາຊົນໃນພື້ນທີ່ສ່ຽງ 11,000 ກວ່າຄົນ, ແຕ່ມີການຢືນຢັນຜູ້ເສຍຊີວິດແລ້ວຫລາຍກວ່າ 30 ຄົນ ແລະ ມີຜູ້ໄດ້ຮັບບາດເຈັບອີກຢ່າງໜ້ອຍ 35 ຄົນ.

ນ້ຳຖ້ວມໃຫຍ່ຢູ່ເມືອງໃນມົນທົນຫູໜານ ມີຜູ້ເສຍຊີວິດແລ້ວ 30 ກວ່າຄົນ - Visit Laos Visit SALANA BOUTIQUE HOTEL - ນ້ຳຖ້ວມໃຫຍ່ຢູ່ເມືອງໃນມົນທົນຫູໜານ ມີຜູ້ເສຍຊີວິດແລ້ວ 30 ກວ່າຄົນ

     ຂະນະທີ່, ທ່ານ ຫລີ່ ສຽງ ນາຍົກລັດຖະມົນຕີຈີນ ລົງພື້ນທີ່ບ້ານສອງແຫ່ງໃນເມືອງຈືຊິງ ເພື່ອສໍາຫລວດຄວາມເສຍຫາຍ ແລະ ສັງເກດການການປະຕິບັດງານຂອງໜ່ວຍກູ້ໄພ ໃນການໃຫ້ການຊ່ວຍເຫລືອປະຊາຊົນວ່າມີຄວາມຄືບໜ້າແນວໃດ.

     ກົມອຸຕຸນິຍົມວິທະຍາແຫ່ງຊາດຈີນ ລາຍງານອຸນຫະພູມສະເລ່ຍຂອງປະເທດໃນເດືອນກໍລະກົດຜ່ານມາຢູ່ລະດັບ 23.21 ອົງສາ ທໍາລາຍສະຖິຕິອຸນຫະພູມສະເລ່ຍຂອງເດືອນກໍລະກົດ 2017 ເຊິ່ງວັດແທກໄດ້ 23.17 ອົງສາ ແລະ ອຸນຫະພູມສະເລ່ຍໃນເດືອນກໍລະກົດຜ່ານມາ ຖືເປັນສະຖິຕິສູງທີ່ສຸດນັບແຕ່ເລີ່ມມີການບັນທຶກຂໍ້ມູນຢ່າງເປັນທາງການໃນປີ 1961.

      ປັດຈຸບັນ, ຈີນເປັນປະເທດຜູ້ປ່ອຍແກັສເຮືອນແກ້ວລາຍໃຫຍ່ທີ່ສຸດຂອງໂລກ ໂດຍມີເປົ້າໝາຍວ່າປະລິມານການປ່ອຍແກັສເຮືອນແກ້ວຈະຂຶ້ນເຖິງຈຸດສູງສຸດພາຍໃນປີ 2030 ກ່ອນຫລຸດລົງແລ້ວເຂົ້າສູ່ເປົ້າໝາຍການເປັນປະເທດປອດກາກບອນ ຫລື ກາກບອນເປັນສູນ ພາຍໃນປີ 2060.

ນ້ຳຖ້ວມໃຫຍ່ຢູ່ເມືອງໃນມົນທົນຫູໜານ ມີຜູ້ເສຍຊີວິດແລ້ວ 30 ກວ່າຄົນ - 5 - ນ້ຳຖ້ວມໃຫຍ່ຢູ່ເມືອງໃນມົນທົນຫູໜານ ມີຜູ້ເສຍຊີວິດແລ້ວ 30 ກວ່າຄົນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!