ເບຍລາວມອບທຶນການສຶກສາໃຫ້ສະຫວັນນະເຂດຫລາຍກວ່າ 200 ລ້ານກີບ

- 1 - ເບຍລາວມອບທຶນການສຶກສາໃຫ້ສະຫວັນນະເຂດຫລາຍກວ່າ 200 ລ້ານກີບ
- kitchen vibe - ເບຍລາວມອບທຶນການສຶກສາໃຫ້ສະຫວັນນະເຂດຫລາຍກວ່າ 200 ລ້ານກີບ

ເພື່ອຊຸກຍູ້ວຽກງານການສຶກ ສາໃຫ້ມີການພັດທະນາດີຂຶ້ນ, ໃນ ສົກສຶກສາ 2017-2018 ນີ້, ບໍລິສັດເບຍລາວຈຳກັດໄດ້ມອບ ທຶນການສຶກສາໃຫ້ແກ່ແຂວງ ສະຫວັນນະເຂດຕົກເປັນ ມູນຄ່າ ຫລາຍກວ່າ 200 ລ້ານກີບຄື: ມອບໃຫ້ມະຫາວິທະຍາໄລສະ ຫວັນນະເຂດຈຳນວນ 45 ທຶນມີ ມູນຄ່າ 131 ລ້ານກວ່າກີບ ແລະ ວິທະຍາໄລຄູສະຫວັນນະເຂດ ຈຳນວນ 20 ທຶນມີມູນຄ່າ 64 ລ້ານກີບ, ສ່ວນອີກ 20 ລ້ານກີບ ເປັນເງິນຊຸກຍູ້ກິດຈະກຳຂອງຄະ ນະຮັບຜິດຊອບກອງທຶນດັ່ງກ່າວ ເຊິ່ງພິທີມອບ-ຮັບໄດ້ມີຂຶ້ນທີ່ມະ ຫາວິທະຍາໄລສະຫວັນນະເຂດ (ມ.ຂ) ໃນວັນທີ 1 ພະຈິກນີ້ ໂດຍ ການ ເຂົ້າຮ່ວມຂອງ ທ່ານ ສຸລິຍົງ ໄຊໂກສິ ຮອງອະທິການບໍດີ ມ.ຂ ຝ່າຍບໍລິຫານ, ທ່ານ ທອງ ເຄນ ຄຳສຸກຖາວົງ ຮອງຜູ້ອຳນວຍ ການ ວຄສ ຝ່າຍສົ່ງເສີມວິຊາ ການ ແລະ ທ່ານ ບຸນກັນ ກຸລະ ບຸດຜູ້ອຳນວຍການຝ່າຍປະຊາ ສຳພັນ ແລະ ກິດຈະກຳເພື່ອສັງ ຄົມ ບໍລິສັດເບຍລາວ.

 

- Visit Laos Visit SALANA BOUTIQUE HOTEL - ເບຍລາວມອບທຶນການສຶກສາໃຫ້ສະຫວັນນະເຂດຫລາຍກວ່າ 200 ລ້ານກີບ

+ ເບຍລາວມອບທຶນການສຶກສາໃຫ້ມະຫາວິທະຍາໄລແຫ່ງຊາດ ແລະ ສະຖາບັນວິຈິດສິນແຫ່ງຊາດ 150 ທຶນ

+ ກອງທຶນໜຶ່ງດວງໃຈມອບເງິນສົມທົບທຶນສ້ອມແປງໂຮງຮຽນປະຖົມ ແລະ ອະນຸບານເມືອງທ່າພະບາດ

ໂຄງການໃຫ້ທຶນການສຶກ ສາຂອງບໍລິສັດໃຫ້ທຶນການສຶກ ສາຂອງບໍລິສັດເບຍລາວ ແມ່ນ ໄດ້ເລີ່ມປະຕິບັດມາແຕ່ປີ 2010, ໃນເບື້ອງຕົ້ນແມ່ນໃຫ້ທຶນແກ່ນັກ ສຶກສາຈຳນວນ 188 ທຶນ, ໃນ 4 ສະຖາບັນການສຶກສາ, ຈາກ ນັ້ນແມ່ນໄດ້ເພີ່ມທຶນການສຶກສາເປັນ 330 ທຶນໃນ 7 ສະຖາບັນ ການສຶກສາທົ່ວປະເທດຄື: (ມະ ຫາວິທະຍາໄລແຫ່ງຊາດ, ມະ ຫາວິທະຍາໄລສຸພານຸວົງ, ມະຫາວິທະຍາໄລສະຫວັນນະເຂດ, ມະຫາວິທະຍາໄລຈຳປາສັກ, ວິທະຍາໄລຄູສະຫວັນນະເຂດ, ວິ ທະຍາໄລຄູປາເຊ ແລະ ສະຖາ ບັນວິຈິດສິນແຫ່ງຊາດ).

ສຳລັບນັກສຶກສາທີ່ໄດ້ຮັບ ທຶນຈາກບໍລິສັດເບຍລາວ ຕ້ອງ ແມ່ນຜູ້ທີ່ມີເງື່ອນໄຂໃນການ ຮຽນດີຮຽນເກັ່ງລະດັບຄະແນນ ສະ ເລ່ຍ 3,00 ຂຶ້ນໄປ, ມີຄຸນສົມ ບັດດີ ແລະ ຫ້າວຫັນປະກອບ ສ່ວນເຂົ້າໃນວຽກງານສ່ວນ ລວມ, ເປັນແບບຢ່າງນຳໜ້າ ໃຫ້ ແກ່ນັກສຶກສາຜູ້ອື່ນ, ມາຈາກ ຄອບຄົວທີ່ດ້ອຍໂອກາດ, ເປັນ ຊົນເຜົ່າ ແລະ ເພດຍິງທາງບໍລິ ສັດເບຍລາວແມ່ນພິຈາລະນາ ເປັນພິເສດ.

 

- 3 - ເບຍລາວມອບທຶນການສຶກສາໃຫ້ສະຫວັນນະເຂດຫລາຍກວ່າ 200 ລ້ານກີບ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!