Intel ເລີກຈ້າງພະນັກງານ 18,000 ຄົນ ຄວບຄຸມຄ່າໃຊ້ຈ່າຍຂອງອົງກອນຫລັງຂາດທຶນໜັກ


ວັນທີ 2 ສິງຫາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ບໍລິສັດ ອິນເທລ (Intel) ໜຶ່ງໃນຍັກໃຫຍ່ຂອງວົງການອຸດສາຫະກໍາຊິບໂລກຈາກອາເມລິກາ ປະກາດເລີກຈ້າງພະນັກງານຫລາຍກວ່າ 15% ເຊິ່ງເປັນສ່ວນໜຶ່ງຂອງແຜນຫລຸດຄ່າໃຊ້ຈ່າຍໃຫ້ໄດ້ 20,000 ລ້ານໂດລາສະຫະລັດ ພາຍຫລັງເປີດເຜີຍຕົວເລກການຂາດທຶນສຸດທິ 1,600 ລ້ານໂດລາສະຫະລັດ ເມື່ອໄຕມາທີສອງເຊິ່ງຫາກໍຜ່ານພົ້ນໄປ.
ທັງນີ້, ຂໍ້ມູນຢ່າງເປັນທາງການຫລ້າສຸດ ເຊິ່ງເຜີຍແຜ່ໃນປີຜ່ານມາ ລະບຸວ່າ: Intel ມີພະນັກງານທົ່ວໂລກປະມານ 124,800 ຄົນ. ໝາຍຄວາມວ່າ: ການເລີກຈ້າງຄັ້ງນີ້ຈະສົ່ງຜົນກະທົບຕໍ່ພະນັກງານປະມານ 18,000 ຄົນ.
ຢ້ອນກັບໄປໃນເດືອນມິຖຸນາຜ່ານມາ, Intel ປະກາດຢຸດໂຄງການຂະຫຍາຍສາຍການຜະລິດເຊມິຄອນດັກເຕີຢູ່ອິດສະລາແອນ ເຊິ່ງເຄີຍມີແຜນລົງທຶນເພີ່ມອີກ 15,000 ລ້ານໂດລາສະຫະລັດ.
ຂະນະທີ່ Intel ກ່າວໃນເວລານັ້ນວ່າ: ການຕັດສິນໃຈທັງໝົດກ່ຽວກັບການຈັດການໂຄງການຂະໜາດໃຫຍ່ຕ້ອງຢູ່ບົນພື້ນຖານຂອງການປັບຕົວໃຫ້ທັນກັບເງື່ອນໄຂຕາມໄລຍະເວລາທີ່ປ່ຽນແປງ ຮ່ວມກັບເງື່ອນໄຂທາງທຸລະກິດ, ການຕະຫລາດ ແລະ ການແກ້ໄຂເງິນທຶນທີ່ຕ້ອງມີຄວາມຮັບຜິດຊອບ.