ໂຮງໄຟຟ້າຢູ່ອິນເດຍລະເບີດ ມີຜູ້ເສຍຊີວິດ 16 ຄົນ

- neiw3gnr - ໂຮງໄຟຟ້າຢູ່ອິນເດຍລະເບີດ ມີຜູ້ເສຍຊີວິດ 16 ຄົນ
- kitchen vibe - ໂຮງໄຟຟ້າຢູ່ອິນເດຍລະເບີດ ມີຜູ້ເສຍຊີວິດ 16 ຄົນ

​ເກີດ​ເຫດ​ລະ​ເບີດ​ພາຍ​ໃນ​ໂຮງ​ໄຟຟ້າ​ໃນ​ລັດ​ອຸ​ຕໍ​ປະ​ເທດ ທາງ​ເໜືອ​ຂອງ​ອິນ​ເດຍ ສົ່ງ​ຜົນ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ແລ້ວ 16 ຄົນ ​ແລະ ບາດ​ເຈັບ​ອີກ​ຫລາຍ​ສິບ​ຄົນ ສາ​ເຫດ​ຍັງ​ບໍ່​ຮູ້​ແນ່ນອນ.

ສຳນັກ​ຂ່າວ​ຕ່າງປະ​ເທດລາຍ​ງານ​ຈາກ​ເມ​ືອງລັກ​ເນົາ ລັດ​ອຸ​ຕໍ​ປະ​ເທດ ປະ​ເທດ​ອິນ​ເດຍ ​ໃນ​ວັນ​ທີ 1 ພະຈິກ​ວ່າ: ທ່ານ ອານັນ ກຸ​ມານ ອະທິບໍດີ​ຕຳຫລວດ​ເມືອງ​ລັກ​ເນົາ ​ເມືອງ​ຫລວງ​ຂອງ​ລັດ​ອຸ​ຕໍ​ປະ​ເທດ ທາງ​ເໜືອ​ຂອງ​ອິນ​ເດຍ ​ເປີດ​ເຜີຍ​ວ່າ: ​ເກີດ​ເຫດ​ລະ​ເບີດ​ຂຶ້ນຢູ່​ໂຮງ​ໄຟຟ້າ​ພະລັງງານ​ຖ່ານ​ຫີນ ​ເຊິ່ງ​ເປັນ​ຂອງ​ບໍລິສັດ​ພະລັງງານ​ຄວາມ​ຮ້ອນ​ແຫ່ງ​ຊາດ​ກິດຈະການ​ຂອງ​ລັດ ຢູ່​ເມືອງ​ອັນ​ຊາ​ຮາ ລັດ​ອຸ​ຕໍ​ປະ​ເທດ ​ໃນ​ວັນ​ທີ 1 ພະຈິກ ສົ່ງ​ຜົນ​ໃຫ້​ມີ​ກຳມະກອນ​ຂອງ​ໂຮງ​ໄຟຟ້າ​ເສຍ​ຊີວິດ​ຢ່າງ​ໜ້ອຍ 16 ຄົນ, ​ແຕ່​ຕົວ​ເລກ​ຜູ້​ເສຍ​ຊີວິດ​ອາດ​ຈະ​ສູງ​ກວ່າ​ນີ້ ​ເພາະ​ຍັງ​ມີ​ບາດ​ເຈັບ​ສາຫັດ​ອີກ​ປະມານ 40-50 ຄົນ ສາ​ເຫດ​ຍັງ​ບໍ່​ຮູ້​ແນ່ນອນ.

ບໍລິສັດ​ພະລັງງານ​ຄວາມ​ຮ້ອນ​ແຫ່ງ​ຊາດ ຖະ​ແຫລ​ງອີກ​ວ່າ: ​ໄດ້​ສັ່ງ​ປະຕິບັດ​ການ​ກູ້​ໄພ​ຫລັງ​ເກີດ​ອຸປະຕິ​ເຫດ​​ແບບ​ບໍ່​ຄາດ​ຄິດ​ຢູ່​ໂຮງງານ​ກ່ຽວ​ກັບໝໍ້ນ້ຳ ​ເຊິ່ງຕັ້ງຢູ່​ໃນ​ເຂດ​ເຣ ບາ​ເຣລີ ​ເມືອງ​ອັນ​ຊາ​ຮາ.

ທ່ານ ​ໂຢດີ ອາທິ​ຕະຍາ​ນາດ ​ເຈົ້າຄອງ​ລັດ​ອຸ​ຕໍ​ປະ​ເທດ ຖະ​ແຫລ​ງວ່າ: ທ່ານ​ຂໍ​ສະ​ແດງ​ຄວາມ​ເສຍ​ໃຈ​ໄປ​ຫາ​ຄອບຄົວຂອງ​ຜູ້​ເສຍ​ຊີວິດ ​ແລະ ບາດ​ເຈັບ ພ້ອມ​ກັບ​ສະ​ເໜີ​ສິນ​ນ້ຳ​ໃຈ​ໃຫ້​ຜູ້​ເຄາະ​ຮ້າຍ​ຄົນ​ລະ 200.000 ຣູປີ (3.096 ​ໂດ​ລາ​ສະຫະລັດ).

- 4 - ໂຮງໄຟຟ້າຢູ່ອິນເດຍລະເບີດ ມີຜູ້ເສຍຊີວິດ 16 ຄົນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!