ສປປ ລາວ ແລະ ອາຊຽນ ຈັດກອງປະຊຸມ ເຄືອຂ່າຍຕົວເມືອງອັດສະລິຍະອາຊຽນຄັ້ງທີ 7

ສປປ ລາວ ແລະ ອາຊຽນ ຈັດກອງປະຊຸມ ເຄືອຂ່າຍຕົວເມືອງອັດສະລິຍະອາຊຽນຄັ້ງທີ 7 - 14785 - ສປປ ລາວ ແລະ ອາຊຽນ ຈັດກອງປະຊຸມ ເຄືອຂ່າຍຕົວເມືອງອັດສະລິຍະອາຊຽນຄັ້ງທີ 7
ສປປ ລາວ ແລະ ອາຊຽນ ຈັດກອງປະຊຸມ ເຄືອຂ່າຍຕົວເມືອງອັດສະລິຍະອາຊຽນຄັ້ງທີ 7 - kitchen vibe - ສປປ ລາວ ແລະ ອາຊຽນ ຈັດກອງປະຊຸມ ເຄືອຂ່າຍຕົວເມືອງອັດສະລິຍະອາຊຽນຄັ້ງທີ 7

ວັນທີ 30 ກໍລະກົດ 2024, ກົມເຄຫາ ແລະ ຜັງເມືອງ, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ແລະ ເຄືອຂ່າຍຕົວເມືອງອັດສະລິຍະອາຊຽນ ( ASEAN Smart Cities Network (ASCN) ) ໄດ້ຈັດກອງປະຊຸມປະຈຳປີວຽກງານເຄືອຂ່າຍຕົວເມືອງອັດສະລິຍະອາຊຽນຄັ້ງທີ 7 ຂຶ້ນຢູ່ແຂວງຫລວງພະບາງ, ເປັນປະທານຂອງ ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີ ຍທຂ; ມີບັນດາປະເທດສະມາຊິກເຂົ້າຮ່ວມ.

ທ່ານ ງາມປະສົງ ເມືອງມະນີ ກ່າວວ່າ: ການພັດທະນາການເຕັກໂນໂລຊີທີ່ທັນສະໄໝຈຳເປັນຕ້ອງມີການລົງທຶນຈຳນວນຫລາຍ ໃນລະບົບໂຄງລ່າງພື້ໜຖານ ແລະ ການສ້າງຂີດຄວາມສາມາດ, ນອກນັ້ນ ການຄຸ້ມຄອງຂໍ້ມູນທີ່ເຂັ້ມແຂງ ແມ່ນມີຄວາມຈຳເປັນ ເພື່ອຮັບປະກັນຄວາມເປັນສ່ວນຕົວ ແລະ ຄວາມປອດໄພຂອງຂໍ້ມູນຂ່າວສານ, ຄວາມຮັບຮູ້ ແລະ ເຂົ້າໃຈຂອງປະຊາຊົນ ແລະ ການຍອມຮັບວິທີແກ້ໄຂທີ່ສະຫລາດ ແມ່ນມີຄວາມສຳຄັນຢ່າງຍິ່ງ ເພື່ອຮັບປະກັນການຈັດຕັ້ງປະຕິບັດໃຫ້ມີຜົນສຳເລັດ.

ກອງປະຊຸມໄດ້ແລກປ່ຽນປະສົບການໃນການຈັດຕັ້ງປະຕິບັດໂຄງການເມືອງອັດສະລິຍະຂອງຕົນ ແລະ ປຶກສາຫາລື ກ່ຽວກັບຄວາມພະຍາຍາມຂອງພາກພື້ນ ໃນການເສີມຂະຫຍາຍທາງເລືອກດ້ານການເງິນໃຫ້ແກ່ບັນດາຕົວເມືອງອັດສະລິຍະ ໃນການຈັດຕັ້ງປະຕິບັດໂຄງການຕ່າງໆ ລວມທັງການເພີ່ມທະວີການສະໜັບ ສະໜູນທາງດ້ານເຕັກນິກ ແລະ ການສ້າງຂີດຄວາມສາມາດໃຫ້ແກ່ຕົວເມືອງ, ພິຈາລະນາທິດທາງ ແລະຄວາມພະຍາຍາມຂອງອາຊຽນ ຫລັງຈາກປີ 2025 ໃນການສ້າງຕົວເມືອງອັດສະລິຍະ ແລະ ຍືນຍົງແລະ ການເຂົ້າຮ່ວມຂອງບັນດາຄູ່ຮ່ວມພັດທະນາຂອງອາຊຽນ ໃນການລະດົມແຫຼ່ງຊັບພະຍາກອນຕ່າງໆ.

ທ່ານ ວຽງນາມ ດວງພະຈັນ, ຫົວໜ້າກົມເຄຫາ ແລະຜັງເມືອງ ກະຊວງ ຍທຂ ລາຍງານວ່າ: ຄວາມຕ້ອງການດ້ານນະວັດຕະກໍາ ແລະການແກ້ໄຂບັນຫາແບບຍືນຍົງ ກຳລັງຂະຫຍາຍຕົວເພີ່ມຂຶ້ນ ເນື່ອງຈາກບັນດາຕົວເມືອງຂອງພວກເຮົາຂະຫຍາຍຕົວຢ່າງຕໍ່ເນື່ອງ. ກອງປະຊຸມຄັ້ງນີ້ ແມ່ນເວທີປາໄສທີ່ສຳຄັນໃນການຮ່ວມມື, ແລກປ່ຽນຂໍ້ມູນຂ່າວສານ ແລະ ຄວາມພະຍາຍາມຂອງພວກເຮົາເພື່ອສ້າງອະນາຄົດທີ່ດີກວ່າສໍາລັບເຄືອຂ່າຍຕົວເມືອງອັດສະລິຍະຂອງອາຊຽນ.

ສປປ ລາວ ແລະ ອາຊຽນ ຈັດກອງປະຊຸມ ເຄືອຂ່າຍຕົວເມືອງອັດສະລິຍະອາຊຽນຄັ້ງທີ 7 - 3 - ສປປ ລາວ ແລະ ອາຊຽນ ຈັດກອງປະຊຸມ ເຄືອຂ່າຍຕົວເມືອງອັດສະລິຍະອາຊຽນຄັ້ງທີ 7
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!